ຍສໝ - ໜັງສືພິມ Asiatoday - ໜຶ່ງໃນບັນດາສຳນັກຂ່າວສານໃຫຍ່ຂອງ ສ. ເກົາຫຼີ ໄດ້ລົງພິມບົດຂຽນດ້ວຍເນື້ອໃນຕີລາຄາສູງບົດບາດຂອງຫວຽດນາມ ຕໍ່ກັບການພັດທະນາ ແລະຄວາມສາມັກຄີຂອງອາຊຽນ, ໂດຍສະເພາະແມ່ນໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດເຖິງຫຼາຍປະເທດໃນໂລກ.
ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.
ຍສໝ - ເລື່ອງຖະແຫຼງການຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດໃນການຮັບມືຕໍ່ໂລກລະບາດໄດ້ຮັບຄວາມເຫັນດີເປັນເອກະພາບໃນເວລາສັ້ນທີ່ສຸດ, ວຽກງານກະກຽມ ແລະ ຮັບປະກັນຄວາມປອດໄພດ້ານສາທາລະນະສຸກຢ່າງເດັດຂາດໃຫ້ແກ່ບັນດາຜູ້ແທນໃນສະພາບໂລກລະບາດ COVID-19 ແຜ່ລະບາດ…ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຂີດໝາຍ ແລະ ການປະກອບສ່ວນຂອງປະເທດເຈົ້າພາບ ຫວຽດນາມ ໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດໃນປີເປັນປະທານ ອາຊຽນ 2020.
ຍສໝ - ຕອນເຊົ້າວັນທີ 24 ທັນວາ 2019, ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ໄດ້ຈັດຕັ້ງ ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່: ພຶດຕິກໍາຕົວຈິງ ແລະ ບົດຮຽນ.
ຍສໝ - ໃນວັນທີ 26 ພະຈິກ 2019, ທີ່ສໍານັກງານຕໍາຫຼວດແຂວງເຊີນລາ ສສ ຫວຽດນາມ, ໄດ້ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ.
ຍສໝ - ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກຕໍ່ ຫວຽດນາມ ແມ່ນຕ້ອງກະກຽມກຳລັງແຮງງານ ທີ່ສາມາດຕອບສະໜອງ ແລະ ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາຄຳໝັ້ນສັນຍາສາກົນ.
ວັນທີ 4 ກັນຍານີ້, ທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງຕິດຕາມເບິ່ງສະພາບການນ້ຳຖ້ວມ ພ້ອມທັງວາງແຜນການຮັບມື ຮັບມືນ້ຳຖ້ວມ ແລະ ຕິດຕາມສະພາບການນ້ຳຖ້ວມພ້ອມທັງມອບນ້ຳດື່ມ ໃຫ້ເມືອງໄຊບູລີ ໂດຍການຕ້ອນຮັບຂອງທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້່າເມືອງໄຊບູລີ ພ້ອມດ້ວຍໍຄະນະ.
ຍສໝ - ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຈະເຂົ້າໃຈສະພາບການໃນປັດຈຸບັນຢູ່ທະເລຕາເວັນອອກຢ່າງຈະແຈ້ງ, ມີສຽງເວົ້າທີ່ສະແດງໃຫ້ເຫັນທັດສະນະສະໜັບສະໜູນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ການວັດທະນາຖາວອນ, ຮັບປະກັນຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກບົນຈິດໃຈເຄົາລົບນັບຖືກົດໝາຍສາກົນ
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນການເຈລະຈາ.
ກອງປະຊຸມປືກສາຫາລືການປັບປຸງຄຸນນະພາບການບໍລິການ ໃນ ສປປ ລາວ ຈັດຂຶ້ນວັນທີ 18 ກໍລະກົດ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ພະແນກສາທາລະນະສຸກແຂວງ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ຕົ້ນເດືອນ ກໍລະກົດ, ທະນາຄານໂລກ ຈັດຕັ້ງການປະຊຸມຂ່າວປະກາດບົດລາຍງານປະຈໍາປີ “ກວດຄືນ”, ໃນນັ້ນ ໄດ້ອັບເດັດສະພາບການເສດຖະກິດຫວຽດນາມ ໃນ 6 ເດືອນຕົ້ນປີ 2019.
ໃນວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງແຜນການ ແລະການລົງທຶນຫວຽດນາມ ນຳໂດຍທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນກະຊວງແຜນການ ແລະການລົງທຶນລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ.
ຍສໝ - ໃນວັນທີ 22 ມິຖຸນາ 2019, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບ ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສປປ ລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ.
ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ໃນໂອກາດໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII.
ຍສໝ - ນີ້ແມ່ນຫົວຂໍ້ຫລັກຂອງສໍາມະນາໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ມີນາ ທີ່ ໂຮງຮຽນມະຫາວິທະຍາໄລການຄ້າຫວຽດນາມ.
ສະພາບການເສື່ອມຖອຍດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດເປັນໜຶ່ງສາເຫດທີ່ພາໃຫ້ສະມາຊິກພັກ-ພະນັກງານຂາດຄວາມເປັນແບບຢ່າງ, ການດຳລົງຊີວິດບໍ່ໂປ່ງໃສ, ມີການສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ຍິ່ງໄປກວ່ານັ້ນຍັງນຳໄປເຖິງການລະເມີດລະບຽບກົດໝາຍແລະສະພາບຫຍໍ້ທໍ້ອື່ນໆໃນການຈັດຕັ້ງຊຶ່ງສົ່ງຜົນກະທົບບໍ່ໜ້ອຍເຖິງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຢູ່ໃນແຕ່ລະຂັ້ນ.
ມື້ວານນີ້ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດໃນໄລຍະໃໝ່ຂອງ ສປປ ລາວ.
ຍສໝ - ຕໍ່ກັບສະພາບທີ່ ຍັງເຖິງ 20 ພັນຄອບຄົວທີ່ຍັງຍົກຍ້າຍຖິ່ນຖານຢ່າງເສລີ, ຢູ່ແບບກະແຈກກະຈາຍ, ຊີວິດການເປັນຢູ່ມີຄວາມທຸກຍາກລຳບາກ, ບົມຊ້ອນໃຫ້ແກ່ສະພາບສັບສົນດ້ານຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ຕອນເຊົ້າຂອງວັນທີ 9 ທັນວາ ກອງປະຊຸມໃຫຍ່ທົ່ວປະເທດ ກ່ຽວກັບຫົວຂໍ້ “ ວິທີແກ້ໄຂ ຄວາມສະຫງົບດ້ານການເຄື່ອນຍ້າຍປະຊາກອນຢ່າງເສລີ ແລະ ການຄຸ້ມຄອງ ນຳໃຊ້ທີ່ດິນຈາກແຫຼ່ງ ກະສິກຳ-ປ່າໄມ້ ຢູ່ ພູພຽງພາກຕາເວັນຕົກ” ໄດ້ກຳເນີນໄປ ຢູ່ ນະຄອນ ບານເມທົດ ແຂວງ ດັກຫຼັກ.
ວັນທີ 15 ພະຈິກ, ຢູ່ໂຮງຮຽນວັດທະນະທໍາເລກ I, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ “ຍົກສູງຄຸນນະພາບການບໍາລຸງສ້າງວັດທະນະທໍາໃຫ້ແກ່ນັກຮຽນກະຊວງປ້ອງກັນຄວາມສະຫງົບລາວ”.
ຍສໝ - ວັນທີ 15 ຕຸລາ ຢູ່ນະຄອນ ກວ້າງນິງ, ສະຖາບັນຄົ້ນຄວ້າວິທະຍາສາດ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມ ສຳມະນາ ປະຈຳປີ ຄັ້ງທີ 7ໃນຫົວຂໍ້ 7 “ການຮ່ວມມື ຫວຽດນາມ-ລາວ-ກຳປູເຈຍ ໃນສະພາບການໃໝ່”.