ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ ໃນສະພາບການເຊື່ອມໂຍງ

11:17 | 21/11/2019

ຍສໝ - ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກຕໍ່ ຫວຽດນາມ ແມ່ນຕ້ອງກະກຽມກຳລັງແຮງງານ ທີ່ສາມາດຕອບສະໜອງ ແລະ ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາຄຳໝັ້ນສັນຍາສາກົນ.

ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2011 – 2020, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຖືກກຳນົດວ່າແມ່ນຂອດບຸກທະລຸຂອງວິວັດການຫັນປ່ຽນຮູບແບບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ; ພື້ນຖານພັດທະນາແບບຍືນຍົງ ແລະ ເພີ່ມທະວີທ່າໄດ້ປຽບຂອງການແກ່ງແຍ້ງໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ ໃນສະພາບການເຊື່ອມໂຍງ

ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2011 – 2020, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ.(ພາບປະກອບ)

ປະຈຸບັນ, ທ່າໄດ້ປຽບໃຫຍ່ຂອງ ຫວຽດນາມ ແມ່ນມີກຳລັງແຮງງານທີ່ຫລວງຫລາຍ ແລະ ໂຄງປະກອບແຮງງານໜຸ່ມ. ຕາມກົມໃຫຍ່ສະຖິຕິແລ້ວ, ປີ 2018, ປະຊາກອນ ຫວຽດນາມ ມີປະມານ 94 ລ້ານຄົນ, ໃນນັ້ນ ກຳລັງແຮງງານທີ່ຢູ່ໃນເກນອາຍຸ 15 ປີຂຶ້ນໄປກວມເອົາປະມານ 55,16 ລ້ານຄົນ. ພ້ອມກັນນັ້ນ, ສະມັດຕະພາບແຮງງານຂອງ ຫວຽດນາມ ໃນໄລຍະຜ່ານມາໄດ້ມີການປັບປຸງພໍສົມຄວນ, ເພີ່ມຂຶ້ນຢ່າງສະໜຳສະເໝີໃນແຕ່ລະປີ ແລະ ແມ່ນປະເທດທີ່ມີລະດັບຄວາມໄວສະມັດຕະພາບແຮງງງານເພີ່ມຂຶ້ນສູງໃນພາກພື້ນ ອາຊຽນ. ປັດຈຸບັນ, ຫວຽດນາມ ມີຂອບຂະໜາດປະຊາກອນຢືນອັນດັບທີ 13, 14 ໃນໂລກ ແລະ ພິເສດແມ່ນຂອບຂະໜາດພື້ນຖານເສດຖະກິດຢືນອັນດັບ 37, 38 ໃນໂລກ.

ເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະຈະມາເຖິງ, ລັດຖະບານກໍ່ຄືຂະແໜງການສຶກສາໄດ້ ແລະ ພວມສ້າງບັນດານະໂຍບາຍໃຫ້ເໝາະສົມ, ໃນນັ້ນ ແມ່ນສືບຕໍ່ສ້າງກົງຈັກການຄຸ້ມຄອງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ສຳເລັດ, ປ່ຽນແປງໃໝ່ວິທີການຄຸ້ມຄອງ, ຍົກສູງກຳລັງຄວາມສາມາດ, ປະສິດທິພາບ ແລະ ປະສິດທິຜົນແຫ່ງການເຄື່ອນໄຫວຂອງກົງຈັກການຄຸ້ມຄອງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ: ການສຶກສາບຳລຸງສ້າງອາຊີບຢູ່ ຫວຽດນາມ ຄວນມີຄວາມຄາດຫວັງຢ່າງແຮງກ່ວາ ເພື່ອບືນຕົວຂຶ້ນໃຫ້ເທົ່າທຽມກັບບັນດາປະເທດກ້າວໜ້າຢູ່ພາກພື້ນ ແລະ ໂລກ, ນຳພື້ນຖານເສດຖະກິດກ້າວຂຶ້ນໃນລະບົບມູນຄ່າທີ່ສູງກ່ວາ. ວຽກງານບຳລຸງສ້າງອາຊີບ ຕ້ອງໃກ້ຊິດຕິດແທດກັບຄວາມຕ້ອງການຈິງຂອງຕະຫລາດ, ພັດທະນາການບຳລຸງສ້າງອາຊີບດ້ວຍມາດຖານຄຸນນະພາບສາກົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການສູງຂອງບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ. ສ້າງກົນໄກການຮ່ວມມືລະຫວ່າງໂຮງຮຽນ, ວິສາຫະກິດ ແລະ ລັດຖະບານໃນບັນດາຂົງເຂດຂະແໜງອາຊີບທີ່ເປັນຈຸດສຸມ, ເນື້ອໃນ ແລະ ຄຸນນະພາບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ມີທັກສະສູງຕ້ອງຕິດພັນກັບຄວາມຕ້ອງການຂອງຕະຫລາດ ແລະ ພື້ນຖານເສດຖະກິດ. ລັດ, ໂຮງຮຽນ, ວິສາຫະກິດຕ້ອງມີນະໂຍບາຍຢ່າງຈະແຈ້ງກ່ວາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.