ຍສໝ - ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.
ຍສໝ - ນີ້ແມ່ນຂໍ້ມູນໄດ້ຍົກອອກທີ່ພິທີປິດຊຸດອົບຮົມ “ວິທີສອນພາສາຫວຽດນາມ ໃຫ້ເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ” ໂດຍກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ສົມທົບກັບເຄືອຂ່າຍສອນພາສາຫວຽດນາມ ແລະ ອະນຸລັກຮັກສາວັດທະນະທຳ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຄູອາຈານ 500 ກວ່າຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນ.
ຍສໝ - ວັນທີ 17 ກັນຍາ 2025, ໃນພື້ນທີ່ສະໜິດສະໜົມ ແລະ ອົບອຸ່ນຢູ່ນະຄອນຫຼວງ Stockholm, ສະຖານທູດ ຫວຽດນາມ ປະຈຳ ຊູແອັດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ດ້ວຍຫົວຂໍ້ວ່າ: “ມິດຕະພາບແບບຍືນຍົງ - ວັດທະນະທຳ ແລະ ອາຫານຫວຽດນາມ ປະການແຈ້ງ ຢູ່ຊູແອດ”.
ຍສໝ - ວັນທີ 15 ກັນຍາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນຈຸງກ່ຽນ ພ້ອມກັບຄະນະປະຕິບັດງານໄດ້ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ໄດ້ມີການພົບປະກັບປະຊາຄົມຊາວ ຫວຽດນາມ. ທ່ານເນັ້ນໜັກວ່າ ການພັດທະນາພາສາຫວຽດນາມ, ສຶກສາອົບຮົມລຸ້ນໜຸ່ມ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີແມ່ນຈຸດສຸມໃນການສ້າງປະຊາຄົມເຂັ້ມແຂງ, ຕິດພັນກັບບ້ານເກີດເມືອງນອນ ແລະ ປະກອບສ່ວນເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວ.
ຍສໝ - ຫໍພິພິທະພັນວິຈິດສິນ ຍີ່ປຸ່ນ ໄດ້ຈັດຕັ້ງງານວາງສະແດງ “ຫວຽດນາມ, ພູມສັນຖານແຫ່ງຄວາມຊົງຈຳ” ແຕ່ວັນທີ 13 ກັນຍາ ຫາວັນທີ 9 ພະຈິກ 2025 ຢູ່ນະຄອນ Fukuoka, ປະເທດ ຍີ່ປຸ່ນ.
ຍສໝ - ທ່ານເອກອັກຄະລັດຖະທູດ ເທບທະວອນ ໄດ້ເນັ້ນໜັກວ່າ ນັບແຕ່ໄດ້ຮັບໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ຫວຽດນາມ ໄດ້ກາຍເປັນປະເທດເອກະລາດ, ຜ່ານຜ່າຄວາມຫຍຸ້ງຍາກນັບມື້ນັບສະຫງ່າຜ່າເຜີຍ, ຮັກສາເອກະລາດ, ກ້າວເຂົ້າສູ່ຍຸກໃໝ່ຢ່າງບໍ່ຢຸດຢັ້ງ.
ຍສໝ - ການພົບປະແລກປ່ຽນມິດຕະພາບຫວຽດນາມ - ກູບາ: 65 ປີແຫ່ງຄວາມສາມັກຄີແບບພິເສດອ້າຍນ້ອງຕອນຄ່ຳວັນທີ 13 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Caracas, ສະຖານທູດ ຫວຽດນາມ ແລະ ສະຖານທູດ ກູບາ ປະຈຳ ເວເນຊູເອລາ ໄດ້ສົມທົບກັນຈັດຕັ້ງການພົບປະ, ແລກປ່ຽນມິດຕະພາບ ເພື່ອສະເຫຼີມສະຫຼອງ “ປີມິດຕະພາບ ຫວຽດນາມ - ກູບາ”, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (ວັນທີ 2 ທັນວາ 1960 – 25 ທັນວາ) ແລະ 52 ປີແຫ່ງການຢ້ຽມຢາມຫວຽດນາມຄັ້ງປະຫວັດສາດຂອງຜູ້ນຳປະຕິວັດກູບາ Fidel Castro (ເດືອນກັນຍາ 1973 ຫາເດືອນກັນຍາ 2025).
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ນາງ ເລທິທູຮັ່ງ ແລະ ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ຢູ່ Malta.
ຍສໝ - ຕອນບ່າຍວັນທີ 11 ກັນຍາ, ທີ່ກອງປະຊຸມຂ່າວປະຈຳກະຊວງການຕ່າງປະເທດ, ທ່ານໂຄສົກກະຊວງການຕ່າງປະເທດ ນາງ ຟ້າມທູຮັ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງຊາວ ຫວຽດນາມ ຢູ່ ເນປານ ໃນໄລຍະທີ່ສັບສົນຂອງການປະທ້ວງ ແລະ ຄວາມຮຸນແຮງຢູ່ປະເທດນີ້.
ຍສໝ - ຕອນເຊົ້າວັນທີ 6 ກັນຍານີ້, ຢູ່ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ - ເປັນວັດຂອງຊາວຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານບຸນ ວູລານ ຕອບແທນບຸນຄຸນ ຢ່າງສະຫງ່າຜ່າເຜີຍ.
ຍສໝ - ວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງໂຄງການແລກປ່ຽນ “ບັນດາອະດີດນັກຊ່ຽວຊານ, ອະດີດທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ”.
ຍສໝ - ບັນດາຜູ້ຊ່ຽວຊານໃຫ້ຂໍ້ສັງເກດປັດໄຈຕັດສິນເຖິງໄຊຊະນະຂອງການປະຕິວັດຫວຽດນາມ ແມ່ນພັກກອມມູນິດຫວຽດນາມ - ກຳລັງທີ່ເຜີຍແຜ່ອຸດົມການໂຮ່ຈິມິນ ແລະ ຈັດຕັ້ງເພື່ອປົກປັກຮັກສາຜົນປະໂຫຍດຂອງປະຊາຊົນ.
ຍສໝ - ອາຍຸ 80 ປີ, Elisabeth Helfer Aubrac - ລູກສາວລ້ຽງທີ່ລຸງໂຮ່ເອີ້ນວ່າ “Babette” ໄດ້ກັບຄືນເມືອຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ. ເມື່ອໂອ້ລົມກັບນັກຂ່າວວາລະສານ Thoi Dai, ນາງໄດ້ແບ່ງປັນຄວາມຊົງຈຳກ່ຽວກັບພໍ່ແມ່, ມິດຕະພາບພິເສດລະຫວ່າງປະທານ ໂຮ່ຈີມິນ ກັບພໍ່ - Raymond Aubrac, ແລະ ຄວາມເຊື່ອໝັ້ນອັນແຮງກ້າຂອງທ່ານນາງກ່ຽວກັບຄວາມຢືດຢຸ່ນຂອງຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ, ສະມາຄົມມິດຕະພາບ ແລະ ພົບປະແລກປ່ຽນວັດທະນະທຳກັບຕ່າງປະເທດ ເບລາຣຸດຊີ, ອົງການສາກົນກ່ຽວກັບການອະນຸລັກທຳມະຊາດຢູ່ຫວຽດນາມ (WWF - ຫວຽດນາມ) ໄດ້ສົ່ງຈົດໝາຍຊົມເຊີຍ, ສະແດງຄວາມເຄົາລົບ, ຄວາມພາກພູມໃຈ ແລະ ຄຳໝັ້ນສັນຍາພ້ອມກັບ ຫວຽດນາມ ໃນເສັ້ນທາງພັດທະນາແບບຍືນຍົງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ຢ່າງປະສົມຜົນສຳເລັດ ແລະ ວັນຊາດ 2 ກັນຍາ, ຫຼາຍອົງການປະຊາຊົນ, ບຸກຄົນທີ່ເປັນເພື່ອນມິດ, ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ຍສໝ - “ຂ້າພະເຈົ້າຍາມໃດກໍໃຊ້ຄວາມຮູ້ສຶກພິເສດຕໍ່ຫວຽດນາມ ແລະ ຕີລາຄາສູງບັນດາຜົນງານທີ່ຕົນບັນລຸໄດ້”.ນັ້ນແມ່ນນ້ຳໃຈຫຼັກໃນການພົບປະແລກປ່ຽນລະຫວ່າງທ່ານ Alisher Rustamovich Mukhamedov, ປະທານສະມາຄົມມິດຕະພາບ Uzbekistan - ຫວຽດນາມ ແລະ ວາລະສານ ຍຸກສະໄໝ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ໃນການໃຫ້ສໍາພາດກັບວາລະສານ ຍຸກສະໄໝ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ການເດີນທາງພັດທະນາຂອງ ຫວຽດນາມ ໃນໄລຍະ 8 ທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນເຖິງກຳລັງແຮງ ແລະ ຄວາມມຸ່ງມາດປາດຖະໜາຂອງສາກົນນັບມື້ນັບເພີ່ມຂຶ້ນ.
ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ເກືອບ 80 ປີ ຫຼັງຈາກປະທານ ໂຮ່ຈີມິນ ໄປຝຣັ່ງ ເພື່ອເຂົ້າຮ່ວມກອງປະຊຸມ Fontainebleau, ລູກສາວລ້ຽງຂອງປະທານ ໂຮ່ຈີມິນ - ທ່ານນາງ Elisabeth Helfer Aubrac, ທີ່ຮັກແພງໃນນາມ Babette - ພວມກະກຽມກັບເມືອ ຫວຽດນາມ ເນື່ອງໃນໂອກາດວັນຊາດ 2 ກັນຍາ ປີນີ້, ເຊິ່ງຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ. ສໍາລັບທ່ານນາງ, ມັນບໍ່ແມ່ນພຽງແຕ່ການເດີນທາງ, ແຕ່ເປັນການກັບຄືນໄປສະຖານທີ່ທີ່ທ່ານນາງມີສ່ວນຫນຶ່ງຂອງຄວາມຊົງຈໍາໃນໄວເດັກ, ຕິດກັບພໍ່ອຸປະຖຳທີ່ຮັກແພງ.
ຍສໝ - ໃນຄວາມຊົງຈຳຂອງທ່ານ Viktor Alekseevich Petrov, ອະດີດສະມາຊິກຄະນະກຳມະການສາມັກຄີອາຊີ - ອາຟຣິກາ ແລະ ຄະນະກຳມະການ ໂຊວຽດ ໜູນຊ່ວຍຫວຽດນາມ ຂຶ້ນກັບພັກກອມມູນິດສະຫະພາບໂຊວຽດ ແຕ່ປີ 1973 – 1991, ຂະບວນການສາມັກຄີກັບຊາວຫວຽດນາມໃນສະຫະພາບໂຊວຽດ ແລະ ໃນທົ່ວໂລກແມ່ນ “ບໍ່ເຄີຍມີມາກ່ອນ”. ນັບແຕ່ມື້ທີ່ບືນຕົວຂຶ້ນຕ້ານສົງຄາມຈົນຮອດປະຈຸບັນ, ອາຍຸ 80 ກວ່າປີ, ລາວຍັງຄົງຮັກສາຄວາມຮັກພັກດີຕໍ່ຫວຽດນາມ.