ຍສໝ - ວັນທີ 10 ສິງຫາ 2025, ຢູ່ສະໜາມກິລາ Kashihara, ນະຄອນຫຼວງເກົ່າ Nara, ປະເທດ ຍີ່ປຸ່ນ, ໄດ້ດຳເນີນການແຂ່ງຂັນກິລາບານເຕະຊາວ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ “FAVIJA KANSAI CUP 2025”.
ຍສໝ - ຫ້ອງຮຽນກຽມພາສາຫວຽດໃຫ້ຊາວຕ່າງປະເທດຫຼັກສູດ 2024-2025 ຂອງມະຫາວິທະຍາໄລ ເຕີນຈ່າວ ເຄີຍມີການໄປຢ້ຽມຢາມ, ຮ່ຳຮຽນຢູ່ມະຫາວິທະຍາໄລ ຮ່າລອງ (ກວາງນິງ). ຜ່ານບົດຮຽນພາກປະຕິບັດ, ເກມພາສາ ແລະ ການເຄື່ອນໄຫວແລກປ່ຽນວິຊາການສຶກສາ, ນັກສຶກສາລາວ ໄດ້ມີໂອກາດຝຶກຝົນຫຼໍ່ຫຼອມພາສາຫວຽດນາມ ແລະ ໄດ້ຮັບຮູ້ກ່ຽວກັບວັດທະນະທຳ ແລະ ສະພາບແວດລ້ອມການສຶກສາມະຫາວິທະຍາໄລຫວຽດນາມ.
ຍສໝ - ການຮັກສາພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມປົກປັກຮັກສາເອກະລັກສະເພາະເທົ່ານັ້ນ, ຫາກຍັງເປັນການຢືນຢັນຄວາມເອກອ້າງທະນົງໃຈຂອງຊາດໃນຂະບວນການເຊື່ອມໂຍງ.
ຍສໝ - ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສະໜິດສະໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ.
ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວກັບບາງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2025).
ຍສໝ - ທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເລືອງເກື່ອງ ແມ່ນຂີດໝາຍສຳຄັນ, ເປີດໄລຍະໃໝ່ແຫ່ງການຮ່ວມມືໃນການພົວພັນ 2 ຝ່າຍ.
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ.
ຍສໝ - ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມາໄລທອງ ກົມມະສິດ ແມ່ນຂີດໝາຍສຳຄັນເປີດໄລຍະໃໝ່ແຫ່ງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງລະຫວ່າງສອງກະຊວງ ແລະ ສອງປະເທດ...
ຍສໝ - ໃນຄວາມມານະພະຍາຍາມຊຸກຍູ້ການພົວພັນດ້ານການຄ້າລະຫວ່າງສອງຝ່າຍ, ສ. ລັດເຊຍໄດ້ສະເໜີແຜນການຜັນຂະຫຍາຍເສັ້ນທາງຂົນສົ່ງສິນຄ້າໄປລາວຜ່ານທ່າກຳປັ່ນຫວຽດນາມ, ພ້ອມທັງພັດທະນາເສັ້ນທາງລົດໄຟຜ່ານເຂດດິນແດນຈີນ.
ທີ່ການໂອ້ລົມຢ່າງສະໜິດສະໜົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນການເສຍສະຫຼະ ຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ ແມ່ນມີຄວາມໝາຍອັນຍິ່ງໃຫຍ່ທີ່ສຸດສຳລັບປະຊາຊົນ, ປະເທດຊາດ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າຮ່ວມມີທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຕຳຫຼວດດລາວ ວິໄລ ລາຄຳຟອງ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ພາຍຫຼັງວາລະປະຊຸມທີ່ພິທີເປີດ, ກອງປະຊຸມສຳມະນາສາກົນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ພັດທະນາເສດຖະກິດມໍລະດົກ - ບົດຮຽນຂອງ ຫວຽດນາມ ແລະ ລາວ” ໄດ້ດຳເນີນ 3 ກອງປະຊຸມສຳມະນາ ດ້ວຍບັນດາເນື້ອໃນຈຸດສຸມກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊີ້ແຈ້ງບັນດາຜົນງານກໍຄືບັນດາບັນຫາທີ່ມີຢູ່ແລ້ວ, ສະເໜີບັນດານະໂຍບາຍອະນຸລັກຮັກສາ ແລະ ພັດທະນາເສດຖະກິດມໍລະດົກ (ລວມມີ: ບັນດາບົດຮຽນຂອງການພັດທະນາທາງດ້ານມໍລະດົກຂອງຫວຽດນາມ - ລາວ; ທັດສະນະ ແລະ ວິທີແກ້ໄຂເພື່ອສືບຕໍ່ພັດທະນາເສດຖະກິດມໍລະດົກຫວຽດນາມ ແລະ ລາວ; ພັດທະນາເສດຖະກິດມໍລະດົກຫວຽດນາມ ແລະ ລາວ - ບັນດາການແນະນຳນະໂຍບາຍ).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ຕອນເຊົ້າວັນທີ 27 ກໍລະກົດ 2025, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ໄດ້ເຂົ້າວາງພວງມາລາ, ຖະຫວາຍທູບ-ທຽນທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ.
ຍສໝ - ທ່ານ ສາດສະດາຈານ Hal Hill ຖືວ່າ ຫວຽດນາມ ແມ່ນແບບຢ່າງໃນການດຸ່ນດ່ຽງລະຫວ່າງ 2 ປະເທດມະຫາອຳນາດ ບົນພື້ນຖານຮັບປະກັນຜົນປະໂຫຍດແຫ່ງຊາດ - ເປັນສິ່ງທີ່ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພະຍາຍາມຮ່ຳຮຽນ.
ຍສໝ - ໃນຂອບເຂດບັນດາການເຄື່ອນໄຫວຄ້າຍພັກແລ້ງ ຫວຽດນາມ 2025, ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ ເຫງ້ອານ, ມີຊາວໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ 100 ກວ່າຄົນ ທີ່ມາຈາກ 31 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມລາຍການແລກປ່ຽນພາສາຫວຽດນາມ ດ້ວຍຫົວຂໍ້ວ່າ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”. ລາຍການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາໃນການເຊື່ອມໂຍງ, ສາມັກຄີ ແລະ ພັດທະນາຂອງລຸ້ນໜຸ່ມຫວຽດນາມ ໃນທົ່ວໂລກ.
ຍສໝ - ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ ໂດຍຢັ້ງຢືນການຮ່ວມມື ລາວ-ຫວຽດນາມ ນັບມື້ນັບພັດທະນາ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ
ຍສໝ - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ເວທີປາໄສປັນຊາຊົນຫນຸ່ມ ຫວຽດນາມ ໃນທ່ົວໂລກ ຄັ້ງທີ VI ປີ 2025 ໄດ້ອັດລົງໃນຕອນບ່າຍວັນທີ 20 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.
ຍສໝ - ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.