ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ສະເໜີກົດ ໝາຍ ວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນ ໃສ່ກົດໝາຍວ່າດ້ວຍ ການປັບປຸງດັ່ງກ່າວ, ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ຕາມການສະເໜີປັບປຸງ ບາງມາດຕາຂອງກົດໝາຍນີ້.
ພາຍຫລັງກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມື ຂອງລັດ ໃນການສະກັດກັ້ນ, ແກ້ໄຂ ແລະ ຕ້ານບັນຫາອາສະຍາກຳ ທຸກຮູບແບບ ຂອງການກະທຳຜິດ ທີ່ອາດຈະເກີດຂຶ້ນໃນສັງຄົມ, ເປັນບ່ອນອີງໃຫ້ແກ່ ເຈົ້າໜ້າທີ່ຂະແໜງ ການທີ່ກ່ຽວຂ້ອງ ເຄື່ອນໄຫວປະຕິບັດໜ້າທີ່ ວຽກງານການຮ່ວມມື ລະຫວ່າງປະເທດທາງອາຍາ ຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ, ເປັນພື້ນຖານອັນສຳຄັນ ໃນການຮັບປະກັນ ຄວາມສະຫງົບ ທາງດ້ານການເມືອງ...
ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020, ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ6) ໂດຍການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການສຶກສາຊັ້ນສູງ (ສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງ ກົດໝາຍສະບັບດັ່ງກ່າວ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະ ທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ຂອງກະຊວງການຕ່າງປະເທດ ທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຍສໝ - ຫວຽດນາມຮ້ຽກຮ້ອງບັນດາຝ່າຍກ່ຽວຂ້ອງຢູ່ເລບານອນ ແລະ ໃນພາກພື້ນ ຕ້ອງການປະຕິບັດບັນດາຫຼັກການພື້ນຖານຂອງກົດໝານສາກົນ, ບໍ່ໄດ້ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດອື່ນ ແລະ ຄວບຄຸນພຶດຕິກຳຢ່າງເຄັ່ງຕຶງ.
ຂໍ້ຕົກລົງດັ່ງກ່າວມີຈຸດປະສົງເພື່ອສ້າງລະບົບກວດກາຢັ້ງຢືນຄວາມຖືກຕ້ອງຂອງໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍທີ່ຂຸດຄົ້ນ ແລະ ສົ່ງອອກ ໂດຍ ສປປ ລາວ.
ມາຮອດປະຈຸບັນ, ສອງຝ່າຍໄດ້ປະສານສົມທົບເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງມີຜົນສຳເລັດຕາມການຊີ້ນໍາຂອງຜູ້ນຳຂັ້ນສູງຂອງສອງປະເທດ.
ຍສໝ - ຕອນບ່າຍວັນທີ 23 ກັນຍາ, ກະຊວງຍຸຕິທຳ ປະເທດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທາງຖ່າຍທອດສົດ ກ່ຽວກັບວິທີແກ້ໄຂເພື່ອຍົກສູງຄຸນນະພາບຂອງການເຜີຍແຜ່ ແລະ ການສຶກສາກົດໝາຍ ໃຫ້ປະຊາຊົນໃນເຂດທີ່ມີຊາຍແດນຕິດກັບຊາຍແດນສປປ.ລາວ.
ຍສໝ - ຢູ່ສະຖານທີ່ມອບຮັບ, ກຳລັງປະຕິບັດງານຂອງສອງຝ່າຍໄດ້ດຳເນີນຂັ້ນຕອນທາງກົດໝາຍ, ປະຕິບັດລະບຽບການກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດຂອງສອງປະເທດ; ເຊັນບົດບັນທຶກ ແລະ ມອບຮັບພົນລະເມືອງ 17 ຄົນ ທີ່ໄດ້ກ່າວມາຂ້າງເທິງຕາມລະບຽບ.
ຍສໝ - ອາຊຽນ ຕ້ອງມີຄວາມໝັ້ນຄົງກັບຫຼັກໝັ້ນຂອງການຄວບຄຸມ ແລະ ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີສັນຕິພາບບົນພື້ນຖານກົດໝາຍສາກົນ ໃນການປະເຊີນໜ້າກັບໄພຂົ່ມຂູ່ຕໍ່ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພ, ແລະ ເສລີພາບໃນການເດີນທະເລ ແລະ ການເດີນອາກາດໃນທະເລຕາເວັນອອກ.
ຍສໝ - ເພື່ອປະຕິບັດຄຳໝັ້ນສັນຍາຮ່ວມມືລະຫວ່າງຫວຽດນາມ ແລະ ໂຮນລັງ ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບທາງອິນເຕີເນັດ, ໃນວັນທີ 27 ສິງຫາ 2020, ກົມການຕ່າງປະເທດ, ກະຊວງຕຳຫຼວດຫວຽດນາມ ໄດ້ຮ່ວມມືກັບສະຖານທູດໂຮນລັງ ປະຈໍາຫວຽດນາມ ແລະຄະນະຜູ້ແທນສະຫະພັນເອີຣົບ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາອອນລາຍກ່ຽວກັບກົດໝາຍສາກົນກ່ຽວກັບເຄືອຂ່າຍອິນເຕີເນັດ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 25 ສິງຫາ, ຢູ່ດ່ານຊາຍແດນສາກົນແທງທູວ, ເມືອງ ວີ້ຊວຽນ, ແຂວງ ຮ່າຢາງ, ຄ້າຍທະຫານຊາຍແດນດ່ານສາກົນ ແທງທູວ, ທະຫານຊາຍແດນແຂວງ ຮ່າຢາງ ໄດ້ຮັບພົນລະເມືອງຫວຽດນາມ 21 ຄົນ ທີ່ໄດ້ສົ່ງກັບຄືນປະເທດໂດຍຕຳຫຼວດຈີນ.
ຍສໝ - ທີ່ການຖະແຫຼງຂ່າວປະຈຳເດືອນ ທີ່ໄດ້ຈັດຕັ້ງໃນຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຄັດຄ້ານການກະທໍາໃນຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ເຂດໝູ່ເກາະເຈື່ອງຊາ ແລະ ຮວ່າງຊາຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.
ຍສໝ - ກອງບັນຊາການທະຫານປ້ອງກັນຊາຍແດນ ລ້າງເຊີນ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສົມທົບຢ່າງ ແໜ້ນແຟ້ນກັບ ກຳລັງປະຕິບັດໜ້າທີ່ໃນການລາດຕະເວນ, ຄວບຄຸມຊາຍແດນຢ່າງເຂັ້ມງວດ, ຕໍ່ສູ້ເພື່ອສະກັດກັ້ນການເຄື່ອນໄຫວ ເຂົ້າ - ອອກເມືອງຢ່າງຜິດກົດໝາຍ.
ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕທີ່ບໍ່ສົມເຫດສົມຜົນຂອງຈີນ ໃນທະເລຕາເວັນອອກ.
ຍສໝ - , ຜ່ານການລາດຕະເວນ ແລະ ຄວບຄຸມ, ທະຫານຊາຍແດນ ຊີນກາຍ ຍັງກວດພົບ 8 ຄະດີ /54 ຄົນທີ່ ກຳລັງຈະຂ້າມຊາຍແດນໄປຈີນຢ່າງຜິດກົດໝາຍຜ່ານບໍລິເວນຂອງໜ່ວຍງານຄຸ້ມຄອງ. ແຕ່ລະຫວ່າງວັນທີ 1-2 ສິງຫາ, ໜ່ວຍງານໄດ້ກວດພົບ 38 ກໍລະນີທີ່ເຂົ້າມາຈາກປະເທດຈີນທີ່ຜິດກົດໝາຍ.
ຍສໝ - ດ້ວຍຈິດໃຈ “ຕ້ານການແຜ່ລະບາດຄືກັບການຕໍ່ສູ້ກັບສັດຕູ”, ໃນໄລຍະມໍ່ໆມານີ້, ພາຍໃຕ້ການຊີ້ນຳ ຢ່າງຂ້ຽວຂາດຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ບັນດາອົງການ, ຫົວໜ່ວຍ ໃນທົ່ວກອງທັບ ໄດ້ມີການຈັດຕັ້ງບັນດາກຸ່ມຢ່າງທັນເວລາ; ປະສານສົມທົບກັບກຳລັງລາດຕະເວນ ແລະ ກຳລັງຄວບຄຸມຢູ່ດ່ານຊາຍແດນເພື່ອສະກັດກັ້ນການເຂົ້າອອກເມືອງຜິດກົດໝາຍຢ່າງເດັດຂາດ, ຫຼຸດຜ່ອນການລະບາດຂອງພະຍາດທີ່ແຜ່ລາມຂ້າມຊາຍແດນ ແລະ ເຂົ້າໄປໃນໜ່ວຍງານ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາເປັນມື້ທີ 6 ໃນວັນທີ 1 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍສະມາຊິກສະພາໃນແຕ່ລະເຂດເລືອກຕັ້ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 29 - 30 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມ ຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ, ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.