ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສະບັບສ້າງໃໝ່

13:00 | 12/11/2020

ພາຍຫລັງກົດໝາຍ​ສະບັບ​ນີ້, ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ແລ້ວ ຈະ​ເປັນ​ເຄື່ອງ​ມື ຂອງ​ລັດ ​ໃນ​ການ​ສະກັດ​ກັ້ນ, ​ແກ້​ໄຂ ​ແລະ ຕ້ານ​ບັນຫາ​ອາ​ສະ​ຍາ​ກຳ ​ທຸກ​ຮູບ​ແບບ ​ຂອງ​ການ​ກະທຳ​ຜິດ​ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ສັງຄົມ, ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ ເຈົ້າ​ໜ້າ​ທີ່​ຂະ​ແໜງ​ ການທີ່​ກ່ຽວຂ້ອງ ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່​ ວຽກ​ງານ​ການ​ຮ່ວມ​ມື ລະຫວ່າງ​ປະ​ເທດ​ທາງ​ອາຍາ ຫັນ​ເຂົ້າ​ສູ່​ກົດໝາຍ ​ແລະ ລະບຽບ​ການ, ເປັນ​ພື້ນຖານ​ອັນ​ສຳຄັນ ​ໃນ​ການ​ຮັບ​ປະ​ກັນ​ ຄວາມ​ສະຫງົບ ທາງ​ດ້ານ​ການ​ເມືອງ...

ສະເໜ ຮ າງກ ດໝາຍ ວ າດ ວຍການຮ ວມມ ລະຫວ າງປະເທດ ທາງອາຍາ ສະບ ບສ າງໃໝ ດ້ຽນບຽນ - ຫຼວງພະບາງ: ຕີລາຄາຜົນການປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ
ສະເໜ ຮ າງກ ດໝາຍ ວ າດ ວຍການຮ ວມມ ລະຫວ າງປະເທດ ທາງອາຍາ ສະບ ບສ າງໃໝ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ເສີມຂະຫຍາຍມູນເຊື້ອສະຫງ່າງາມ-ສືບຕໍ່ປະຫວັດສາດໃໝ່”
ສະເໜ ຮ າງກ ດໝາຍ ວ າດ ວຍການຮ ວມມ ລະຫວ າງປະເທດ ທາງອາຍາ ສະບ ບສ າງໃໝ
ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສະບັບສ້າງໃໝ່

​​ໃນ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 12 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ ວ່າ​ດ້ວຍ​ການ​ຮ່ວມ​ມື​ ລະ​ຫວ່າງ​ປະ​ເທດ ທາງ​ອາຍາ ສະບັບ​ສ້າງ​ໃໝ່ ຫລັງ​ຈາກ​ນັ້ນ ບັນດາ​ ສສຊ ກໍ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນ​ ໃສ່​ຮ່າງ​ກົດໝາຍ ສະບັບ​ດັ່ງ​ກ່າວ, ຕາມ​ຄຳ​ຖາມ​ເຈາະ​ຈິ້ມຂອງ​ປະທານ​ ກອງ​ປະທານ​ກອງ​ປະຊຸມ ​ເຊິ່ງ​ໂດຍ​ລວມ​ແລ້ວ​ ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ ທາງ​ດ້ານໂຄງ​ສ້າງ ​ແລະ ​ເນື້ອ​ໃນ ​ແຕ່​ຍັງ​ມີ ສສຊ ບາງ​ທ່ານ ສະ​ເໜີ ​ໃຫ້​ມີ​ການ​ປັບປຸງ​ບາງ​ໝວດ, ບາງ​ມາດຕາ ທີ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ຖືກຕ້ອງ, ສອດ​ຄ່ອງ, ຮັດກຸມ ​ເທົ່າ​ທີ່​ຄວນ ​ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍ​ສະບັບ​ດັ່ງ​ກ່າວ ຖືກຕ້ອງ​ຕາມ​ແນວທາງ​ທີ່​ພັກ, ລັດ ວາງ​ອອກ ​ແລະ ສາມາດ​ນຳ​ໄປ​ຈັດ​ຕັ້ງ ​ປະຕິບັດ​ໄດ້ ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ​ໄດ້​ຍົກ​ໃຫ້​ເຫັນຄວາມ​ເປັນ​ມາ, ຄວາມ​ສຳຄັນ, ​ເຫດຜົນ ​ແລະ ຄວາມ​ຈຳ​ເປັນ ​ໃນ​ການ​ສ້າງ​ຮ່າງ​ກົດໝາຍ​ສະບັບ​ນີ້, ​ເຊິ່ງການ​ສ້າງ​ຮ່າງ​ກົດໝາຍ​ສະບັບ​ນີ້, ​ເພື່​ອ​ເປັນ​ການ​ຈັດ​ຕັ້ງ​ ຜັນ​ຂະ​ຫຍາ​ຍ​ແນວທາງ ​ປ່ຽນ​​ແປງ​ໃໝ່​ຂອງ​ພັກ, ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງ​ຄົມ​ ດ້ວຍ​ກົດໝາຍ ກໍ​ຄື ການຈັດ​ຕັ້ງ​ຜັນຂະຫຍາຍ ​ແຜນການ 6 ຕົວ​ຊີ້​ວັດ ກ່ຽວ​ກັບ​ບັນຫາ​ ການ​ຟອກ​ເງິນ ​ແລະ ສະໜອງ​ທຶນ​ ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ທີ່ອົງການ​ສາກົນ ຈະ​ລົງ​ມາກ​ວດ ສປປ ລາວ ​ເຮົາ​ໃນ​ທ້າຍ​ປີ 2020 ​ແລະ ບວກ​ກັບ​ສະພາບ​ ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ ​ເຊັ່ນ: ບັນຫາ​ການ​ກໍ່​ອາ​ສະ​ຍາ​ກຳ ​ແລະ ອາ​ສະ​ຍາ​ກຳ​ຂ້າມ​ຊາດ ທີ່​ມີ​ການ​ຂະຫຍາຍຕົວ, ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ເປັນ​ຕົ້ນ​ການຄ້າ​ມະນຸດ, ການ​ຄ້າຂາຍ​ຢາ​ເສບ​ຕິດ, ການ​ຄ້າ​ຂາຍ​ສັດ​ນ້ຳ-ສັດປ່າ, ການ​ໂຈລະ​ກຳ​ຂໍ້​ມູນ ​ທາງ​ເອ​ເລັກ​ໂຕຣນິກ, ​ເຊິ່ງ​ກາຍ​ເປັນ​ຜົນ​ກະທົບ ​ຕໍ່​ຄວາມ​ໝັ້ນຄົງ, ຄວາມສະ​ຫງົບ ​ແລະ ຄວາມ​ປອດ​ໄພ ລະຫວ່າງ​ລັດ, ພາກ​ພື້ນ ​ແລະ ສາກົນ.

ພາຍຫລັງກົດໝາຍ​ສະບັບ​ນີ້, ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ແລ້ວ ຈະ​ເປັນ​ເຄື່ອງ​ມື ຂອງ​ລັດ ​ໃນ​ການ​ສະກັດ​ກັ້ນ, ​ແກ້​ໄຂ ​ແລະ ຕ້ານ​ບັນຫາ​ອາ​ສະ​ຍາ​ກຳ ​ທຸກ​ຮູບ​ແບບ ​ຂອງ​ການ​ກະທຳ​ຜິດ​ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ສັງຄົມ, ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ ເຈົ້າ​ໜ້າ​ທີ່​ຂະ​ແໜງ​ ການທີ່​ກ່ຽວຂ້ອງ ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່​ ວຽກ​ງານ​ການ​ຮ່ວມ​ມື ລະຫວ່າງ​ປະ​ເທດ​ທາງ​ອາຍາ ຫັນ​ເຂົ້າ​ສູ່​ກົດໝາຍ ​ແລະ ລະບຽບ​ການ, ເປັນ​ພື້ນຖານ​ອັນ​ສຳຄັນ ​ໃນ​ການ​ຮັບ​ປະ​ກັນ​ ຄວາມ​ສະຫງົບ ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ ​ໂດຍ​ສະ​ເພາະ​ ຍຸກ​ສະ​ໄໝ​ແຫ່ງ​ການ ​ເຊື່ອມ​​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ ທັງ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ໃນ​ການ​ຮ່ວມ​ມື​ ລະຫວ່າງ​ປະ​ເທດ ​ທາງ​ອາຍາ ​ໃຫ້​​ແກ່​ບັນດາ​ປະ​ເທດ ​ສະມາຊິກ​ອາ​ຊຽນ, ພາກ​ພື້ນ, ສາກົນ ​ແລະ ​ເຮັດ​ໃຫ້ສປປ ລາວ ຫລຸດພົ້ນ​ອອກ​ ຈາກ​ບັນຊີ​ສີ​ເທົາ.

ສະເໜ ຮ າງກ ດໝາຍ ວ າດ ວຍການຮ ວມມ ລະຫວ າງປະເທດ ທາງອາຍາ ສະບ ບສ າງໃໝ ເປັນ 70 ມືຕິດຕໍ່ກັນ ທີ່ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1.226 ຄົນ. ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 1.087 ຄົນ, ຜູ້ເສຍຊີວິດ 35 ຄົນ.

ສະເໜ ຮ າງກ ດໝາຍ ວ າດ ວຍການຮ ວມມ ລະຫວ າງປະເທດ ທາງອາຍາ ສະບ ບສ າງໃໝ ລາວ: ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.855 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 70.542 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາຢູ່ໂຮງໝໍມິດຕະພາບ.

ສະເໜ ຮ າງກ ດໝາຍ ວ າດ ວຍການຮ ວມມ ລະຫວ າງປະເທດ ທາງອາຍາ ສະບ ບສ າງໃໝ ສະພາແຫ່ງຊາດ ຮັບຮອງກົດໝາຍສ້າງໃໝ່ ວ່າດ້ວຍການສຶກສາຊັ້ນສູງ

ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020, ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ6) ໂດຍການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການສຶກສາຊັ້ນສູງ (ສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງ ...

kpl.gov.la

ເຫດການ
302 Found

Found

The document has moved here.