ທ່ານເອກອັກຄະລັດຖະທູດ Yamada Takio ເນັ້ນໜັກວ່າ: ເລື່ອງລັດຖະບານຍີ່ປຸ່ນ ຕົກລົງຈະສະໜອງວັກຊິນ 1 ລ້ານໂດສ ໃຫ້ແກ່ຫວຽດນາມ ຊື່ງເປັນການພິສູດໃຫ້ແກ່ນ້ຳໃຈມິດຕະພາບທີ່ເລິກເຊິ່ງ ລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນ.
ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ) ໄດ້ສົມທົບກັບສະຖານທູດ ເມັກຊິກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “50 ປີແຫ່ງການພົວພັນ ຫວຽດນາມ - ເມັກຊິກ: ສະພາບການ ແລະ ແງ່ຫວັງໃນປະຈຸບັນ”. ບັນດາຜູ້ຄຸ້ມຄອງ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາວິສາຫະກິດເບິ່ງຄືນໄລຍະເຄິ່ງສະຕະວັດຂອງການກໍ່ສ້າງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ພ້ອມກັນນັ້ນໄດ້ປຶກສາຫາລື ແລະ ສະເໜີບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ ແລະ ແທດຈິງໃນໄລຍະຈະມາເຖິງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 234 ປີແຫ່ງວັນຊາດປະເທດອົດສະຕາລີ (26 ມັງກອນ 1788 – 26 ມັງກອນ 2022). ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງຈົດໝາຍອວຍພອນໄປຍັງ ທ່ານປະທານສະພາສູງອົດສະຕາລີ Slade Brockman ແລະ ທ່ານປະທານສະພາຕ່ຳອົດສະຕາລີ Andrew Wallace.
ຍສໝ - ວັນທີ 15 ກັນຍາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນຈຸງກ່ຽນ ພ້ອມກັບຄະນະປະຕິບັດງານໄດ້ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ໄດ້ມີການພົບປະກັບປະຊາຄົມຊາວ ຫວຽດນາມ. ທ່ານເນັ້ນໜັກວ່າ ການພັດທະນາພາສາຫວຽດນາມ, ສຶກສາອົບຮົມລຸ້ນໜຸ່ມ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີແມ່ນຈຸດສຸມໃນການສ້າງປະຊາຄົມເຂັ້ມແຂງ, ຕິດພັນກັບບ້ານເກີດເມືອງນອນ ແລະ ປະກອບສ່ວນເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວ.
ຍສໝ - ການພົວພັນລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ ນັບມື້ນັບພັດທະນາຢ່າງດີງາມ ໃນທຸກຂົງເຂດ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ບຳລຸງສ້າງ...
ຍສໝ - ຕາມສຳນັກຂ່າວສານຫວຽດນາມທີ່ນະຄອນເຈນີວາແລ້ວ, ໃນຂອບເຂດໂຄງການເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີ 55 ຂອງສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໃນວັນທີ 26 ກຸມພານີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີການພົບປະກັບບັນດາການນຳ ສປຊ ແລະ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດ.
ຕອນຄ່ຳວັນທີ 04 ກຸມພາ, ພິທີໄຂງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ຖືກດຳເນີນຢູ່ສະໜາມກິລາແຫ່ງຊາດຈີນ.
ຕອນບ່າຍວັນທີ 30 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ.
ຍສໝ - ວັນທີ 23 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ອາເມລິກາ) ໄດ້ຮັບ ແລະ ປະຕິບັດສຳເລັດລະບຽບການສົ່ງເຄື່ອງຊ່ວຍຫາຍໃຈ 255 ຊຸດ, ຊຸດກວດຫາເຊື້ອໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າອັດປາກດັງ 60.000 ອັນ ແລະ ບັນດາວັດຖຸອຸປະກອນການແພດຕ່າງໆໂດຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອາເມລິກາ ອຸປະຖຳເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ທ່ານນາງ ກົງສຸນໃຫຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.
ຍສໝ - ທ່ານນາຍົກເທດສະມົນຕີ Debrecen Barcsa Lajos, ທົບທວນຄືນບັນດາຄວາມຊົງຈຳ ແລະຜົນສຳເລັດໃນໄລຍະ 70 ປີແຫ່ງການພົວພັນທີ່ດີໃນທຸກຂົງເຂດລະຫວ່າງຫວຽດນາມ ແລະຮຸງກາຣີ
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງທິງ ຢັ້ງຢືນວ່າ ການດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ ແລະ ການຮ່ວມມືໃນການພັດທະນາເຕັກໂນໂລຢີ ແມ່ນບັນດາກຳນົດທິດບຸລິມະສິດ ຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ.
ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານ Hun sen ຈະມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ…
ຍສໝ - ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ Nikorndej Balankura ເຂົ້າຢ້ຽມຂ່ຳນັບ.
ຍສໝ - ຕອນເຊົ້າວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດຫວຽດນາມ - ອາເມລິກາ ຄັ້ງທີ 5 ດ້ວຍຫົວຂໍ້ “ປັບປຸງການພົວພັນເສດຖະກິດ 2 ຝ່າຍ”.
ຍສໝ - ເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ Tatiana Moreno Pugh; ທ່ານປອ. ເຈິ່ນດວານເລິມ ອະດີດຜູ້ອໍານວຍການ, ບັນນາທິການໃຫຍ່ຂອງສໍານັກພິມແທ໊ ເຢີຍ,ທ່ານ Carolus Wimmer ປະທານສະມາຄົມມິດຕະພາບ ເວເນຊູເອລາ-ຫວຽດນາມ (CAVV), ທ່ານOswaldo Hernandezປະທານສະພາການຄ້າເວເນຊູເອລາ-ຫວຽດນາມ (CAVENVIET) ແລະ ແຂກຖືກເຊີນຈາກບັນດາກະຊວງ, ຂະແໜງການ, ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແລະ ເພື່ອນມິດປະຈຳຖິ່ນ.
ຍສໝ - ທ່ານເຈິ່ນແທັງເໝິນກໍ່ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Konstantin Vnukov ຈະສືບຕໍ່ເປັນຂົວຕໍ່ທີ່ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ - ລັດເຊຍໃຫ້ນັບມື້ນັບພັດທະນາ.
ຍສໝ - ວັນທີ 15 ມີນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເຈົ້າຄອງນະຄອນຫຼວງ ພະນົມເປັນ Khuong Sreng.
ຍສໝ - ໃນສະພາບການໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັບສົນ, ບັນດາປະເທດໄດ້ສະແດງຄວາມຕັດສິນໃຈເພີ່ມທະວີການຮ່ວມມືໃນການຮັບມືຜ່ານບັນດາຂໍ້ລິເລີ່ມຂອງການນຳອາຊຽນ + 3 ຢູ່ກອງປະຊຸມສຸດຍອດພິເສດກ່ຽວກັບ ໂລກລະບາດ Covid – 19 ທີ່ໄດ້ຈັດຂຶ້ນໃນເດືອນເມສາທີ່ຜ່ານມາ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງແຂວງ ຮ່າຢາງ, 30 ປີແຫ່ງວັນສ້າງຕັ້ງແຂວງຄືນໃໝ່ ແລະ 60 ປີແຫ່ງການຢ້ຽມຢາມ ຮ່າຢາງ ຂອງລຸງໂຮ່.