ຍສໝ - ໃນຂອບເຂດກອງປະຊຸມສຸດຍອດ G20 ຢູ່ ບຣາຊິນ, ວັນທີ 19 ພະຈິກນີ້ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີ 7 ການພົບປະສອງຝ່າຍກັບບັນດາການນຳຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນມີ ແອັດສະປາຍ, ປາຣາກວາຍ, ການາດາ, ສິງກະໂປ, ສະຫະນະຄອນ ເອເມຣັດ ອາຮັບ (UAE), ວາຕິກັງ, ອົງການອະນາໄມໂລກ (WHO).
ຍສໝ - ລາວ ພວມຕັ້ງໜ້າຄົ້ນຄວ້າ ແລະ ພັດທະນາເສັ້ນທາງຄົມມະນາຄົມ ແລະ ເສັ້ນທາງລົດໄຟ ເພື່ອເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ, ໃນນັ້ນມີ ຫວຽດນາມ, ແນໃສ່ປະຕິບັດຍຸດທະສາດ ຫັນໃຫ້ລາວຈາກປະເທດບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ເຊື່ອມໂຍງເຂົ້າກັບການບໍລິການຄົມມະນາຄົມໃນພາກພື້ນ ແລະ ສາກົນ.
ຍສໝ - ຕອນເຊົ້າວັນທີ 19 ພະຈິກ, ຢູ່ດ່ານຊາຍແດນສາກົນ ລ້ອງເຊີບ (ຫຼັກໝາຍຊາຍແດນມີ 255), (ເມືອງ ມົກເຈົາ, ແຂວງ ເຊີນລາ) ໄດ້ຈັດພິທີປະກາດເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ, ແຂວງ ເຊີນລາ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປ່າຮ່າງ, ແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ວັນທີ 17 ພະຈິກ 1950 ໄດ້ເຂົ້າໃນປະຫວັດສາດຄືເປັນຂີດໝາຍສຳຄັນ, ສະໜິດຕິດພັນການປະຕິວັດ ຫວຽດນາມ ກັບຂະບວນການກ້າວໜ້າຂອງປະຊາຊົນໂລກ ແລະ ຫຼັງຈາກນັ້ນ ໄດ້ຮັບຮູ້ຢ່າງເປັນທາງການວ່າແມ່ນວັນມູນເຊື້ອຂອງບັນດາອົງການມິດຕະພາບ ຫວຽດນາມ, ກຳລັງຫຼັກແຫຼ່ງໃນວຽກງານການທູດປະຊາຊົນ.
ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ພະແນກອຸດສາຫະກຳ ແລະການຄ້າຮ່າໂນ້ຍ ໄດ້ສົມທົບກັບສະມາຄົມວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍນະຄອນຮ່າໂນ້ຍ ຈັດຕັ້ງກອງປະຊຸມ “ເຊື່ອມຕໍ່ວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍກັບຮາກຖານບຳລຸງສ້າງ, ສອນວິຊາອາຊີບປີ 2024”.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ຈາກພື້ນຖານການທ່ອງທ່ຽວແບບເກື້ອກູນ, ຜ່ານຜ່າເສັ້ນທາງທີ່ຫຍຸ້ງຍາກໃນການສ້າງຕັ້ງ ແລະ ພັດທະນາ, ການທ່ອງທ່ຽວ ຮ່າໂນ້ຍ ໄດ້ບືນຂຶ້ນກາຍເປັນໜຶ່ງໃນຂະແໜງເສດຖະກິດຫຼັກແຫຼ່ງຂອງນະຄອນຫຼວງ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Ariadne Feo Labrada, ກົງສູນໃຫຍ່ ສາທາລະນະລັດ ກູບາ ປະຈຳ ນະຄອນໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນລຸກຮືຂຶ້ນດ້ວຍ ການປະກອບອາວຸດຂອງ ກູບາ - ວັນບຸກໂຈມຕີປ້ອມປືນໃຫຍ່ Moncada (26 ກໍລະກົດ 1953 – 26 ກໍລະກົດ 2024). ພິທີໄດ້ຮັບການສົມທົບກັນເພື່ອຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈິມິນ (HUFO) ແລະ ສະຖານກົງສຸນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໃນວັນທີ 3 ຕຸລາ.
ຍສໝ - ວັນທີ 4 ມິຖຸນາ, ຂໍ້ມູນຈາກຄະນະກໍາມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໃນກາງເດືອນມິຖຸນານີ້ ຄະນະຜູ້ແທນແຂວງ ບິ່ງທ້ວນ ຈະໄປລາວ ເພື່ອໂຄສະນາຜະລິດຕະພັນ ແລະ ສົ່ງເສີມການຄ້າບັນດາປະເພດສິນຄ້າກ່ຽວກັບໝາກມັງກອນ, ຜະລິດຕະພັນກະເສດ OCOP...
ຍສໝ - ວັນທີ 8 ຕຸລາ 2024, ການສຳມະນາສາກົນ “ຮ່ວມມືເພື່ອຊາຍແດນ, ທະເລ, ໝູ່ເກາະ ສັນຕິພາບ ແລະ ການພັດທະນາ” ໄດ້ຈັດຂຶ້ນຢ່າງສຳເລັດຜົນ ຢູ່ຮ່າໂນ້ຍ.
ຍສໝ - ກອງທຶນເງິນຕາສາກົນ (IMF) ໃນການລາຍງານຫຼ້າສຸດໄດ້ຕັດສິນໃຈຍົກລະດັບຄາດຄະເນການເຕີບໂຕຂອງດ້ານເສດຖະກິດຫວຽດນາມ ໃນປີ 2024 ຂຶ້ນເປັນ 6,1%, ສູງກວ່າຄາດຄະເນ ລະດັບເກືອບ 6% ທີ່ໄດ້ຍົກອອກໃນເດືອນມິຖຸນາ 2024.
ຍສໝ - ກ່ຳປັ່ນ Costa Serena ໄດ້ເດີນທາງອອກຈາກຮົ່ງກົງ (ຈີນ) ມາຮອດ ຮະລອງ (ຫວຽດນາມ) ພ້ອມກັບນັກທ່ອງທ່ຽວເກືອບ 3.500 ຄົນ ແລະ ໄດ້ເຂົ້າທຽບທ່າຢູ່ທ່າກ່ຳປັ່ນສາກົນ ຮະລອງ ໃນເວລາ 8 ໂມງເຊົ້າຂອງວັນທີ 30 ກັນຍາ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບທ່ານ Amar Nayak, ທີ່ປຶກສາທົ່ວໂລກກ່ຽວກັບການຊ່ວຍເຫຼືອດ້ານມະນຸດສະທໍາຂອງສະຫະພັນ ActionAid ສາກົນ (AAI), ເນື່ອງໃນໂອກາດການໄປປະຕິບັດງານຂອງທ່ານ Nayak ຢູ່ ຫວຽດນາມ.
ຍສໝ - ວັນທີ 24 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດກອງປະຊຸມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ປີ 2024 ດ້ວຍຫົວຂໍ້ “ການຫັນປ່ຽນອຸດສາຫະກຳ: ປະສົບການພັດທະນາ ແລະ ບຸລິມະສິດການຮ່ວມມື”.
ຍສໝ - ໜັງສືພິມ The Sydney Morning Herald ຂອງ ອົດສະຕຣາລີ ໄດ້ຕີລາຄານະຄອນ ໂຮ່ຈີມິນ ເປັນຈຸດໝາຍປາຍທາງທີ່ດີສຳລັບການພັກຜ່ອນໄລຍະສັ້ນຢູ່ ຫວຽດນາມ, ໃນຂະນະນັ້ນ ໜ້າເວບ Yahoo! Life of Singapore ກໍໄດ້ແນະນຳ 9 ສະຖານທີ່ສວຍງາມທີ່ສຸດຢູ່ ຫວຽດນາມ ເຊີ່ງນັກທ່ອງທ່ຽວບໍ່ຄວນພາດ ເມື່ອມາຢ້ຽມຢາມດິນແດນຮູບຕົວອັກສອນ S ນີ້.
ຍສໝ - ວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນຫຼວງຮ່າໂນ້ຍ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາຮ່າໂນ້ຍ ຈັດຕັ້ງພິທີເປີດງານແຂ່ງຂັນເທັນນິດມິດຕະພາບ 2024. ການເຄື່ອນໄຫວເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກການທູດທີ່ເຮັດວຽກຢູ່ຮ່າໂນ້ຍ ໄດ້ມີໂອກາດພົບປະ,ແລກປ່ຽນກັບພະນັກງານທີ່ເຮັດວຽກງານການທູດປະຊາຊົນ ແລະ ຂະແໜງວັດທະນະທຳ, ກິລາຂອງນະຄອນຫຼວງ.
ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບຜ່ານມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິດັ່ງກ່າວ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາເມລິກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີຕາລີ, ຍີ່ປຸ່ນ, ມາຣົກ, ເປຣູ, ຟີລິບປິນ ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະເທດອຸປະຖຳຮ່ວມ.
ຍສໝ - ການພົວພັນ ຫວຽດນາມ - ສະຫະປະຊາຊາດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ບັນດາຄວາມມານະພະຍາຍາມຫຼາຍຢ່າງຈາກສອງຝ່າຍ, ໃນນັ້ນມີການຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ເພື່ອໜູນຊ່ວຍພາລະກິດພັດທະນາຂອງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປັບປຸງບົດບາດຂອງ ສປຊ.
ຍສໝ - ກົມຄຸ້ມຄອງລະບົບຄັນຄູ ແລະ ປ້ອງກັນຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ກ່າວວ່າ: ປະຈຸບັນນີ້ໄດ້ຕິດຕໍ່ ແລະ ໄດ້ຮັບຄຳໝັ້ນສັນຍາການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຊ່ວຍເຫຼືອສຸກເສີນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3.
ຍສໝ - ຕໍ່ກັບບັນດາຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ, ໄພນ້ຳຖ້ວມຢູ່ ຫວຽດນາມ, ການນຳຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງໄດ້ສົ່ງໂທລະເລກຢື້ຢາມເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.