ຍສໝ - ພິທີເປີດງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີ ສປປ ລາວ ຈັດຂຶ້ນວັນທີ 12 ຕຸລາ 2018 ທີ່ສູນການຄ້າລາວ-ໄອເຕັກ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນ, ທ່ານສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ແລະ ຂະແໜງການກ່ຽວຂ້ອງ.
ວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຕີລາຄາສະພາບການຮ່ວມມືລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະກະຊວງວິທະຍາສາດ ແລະເຕັກໂນໂລຊີລາວ ນັບແຕ່ກອງປະຊຸມເທື່ອທີ 4 ຄະນະກໍາມະການຮ່ວມມືວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ-ລາວ.
ໃນຂອບເຂດການເຂົ້າຮ່ວມຊຸດຝຶກອົບຮົມ, ຄົ້ນຄວ້າຍຸດທະສາດຢູ່ຫວຽດນາມ, ຕອນເຊົ້າວັນທີ 6 ກັນຍາ, ຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ໂດຍທ່ານພັນໂທ ທົງໄຊ, ຮອງຫົວໜ້າຄະນະຍຸດທະສາດ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານເຂດ 2.
ໃນຂອບເຂດໂຄງການເຊື່ອມຕໍ່ເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ (Vietnam Innovation Network), ຕອນເຊົ້າວັນທີ 22 ສິງຫາ, ຢູ່ແຂວງກວາງນິງ, ມີນັກວິທະຍາສາດ, ນັກຊ່ຽວຊານດ້ານເຕັກໂນໂລຊີເຊິ່ງແມ່ນຊາວຫວຽດນາມ ພວມເຮັດວຽກຢູ່ຕ່າງປະເທດກວ່າ 100 ຄົນ ໄດ້ແບ່ງປັນທັດສະນະ, ບົດຮຽນເພື່ອຊ່ວຍໃຫ້ແຂວງກວາງນິງ ສຳພັດກັບການປະຕິວັດອຸດສາຫະກຳ 4.0.
ວັນທີ 14 ສິງຫາ, ທ່ານ ເລແທງລຽມ ຮອງປະທານປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ, ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສປປ.ລາວ, ນຳໂດຍທ່ານ ສູນດາລາ ສຸລິອຸດົງ ຮອງລັດຖະມົນຕີ ທີ່ກຳລັງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນ ໂຮ່ຈິມິນ.
ຍສໝ - ເພື່ອເປັນການປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ປັບປຸງຄວາມສາມັກຄີມິດຕະພາບ ລະຫວ່າງ ສອງພັກ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ, ຄະນະພັກກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສອງປະເທດຫວຽດນາມ ແລະ ລາວ ຈະສ້າງໂຄງກາານ ແລະ ເຊັນສັນຍາຮ່ວມມືໃນຂົງເຂດວຽກງານພັກ ໃນເດືອນກັນຍາ ປີ 2018.
ຍສໝ - ໃນຕອນຄໍ່າຂອງວັນທີ 4 ສິງຫາ 2018 ທີ່ຜ່ານມາ ບັນດານ້ອງນັກຮຽນທີ່ເຂົ້າຮ່ວມນັ້ນກໍໄດ້ເດີນທາງກັບຮອດ ສປປ ລາວ ອອກຕ້ອນຮັບຄະນະດັ່ງກ່າວທີ່ສະໜາມບິນສາກົນວັດໄຕມີ ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ນາງ ຈັນສະຫງ່າ ວາລະກອນ, ຜູ້ອຳນວຍການໂຮງຮຽນກຽດຕິສັກນາໆຊາດ ພ້ອມດ້ວຍຄູອາຈານ ແລະ ຜູ້ປົກຄອງຂອງນ້ອງໆນັກຮຽນ.
ເພື່ອແນໃສ່ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງປັນຍາຊົນວິທະຍາສາດໜຸ່ມ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ປະຕິບັດລາຍການ ປັນຍາຊົນວິທະຍາສາດໜຸ່ມອາສາສະໝັກນະຄອນ ຄ້ັງທີ 9 ປີ 2018 ຢູ່ເມືອງ ດັກເກີລອງ, ແຂວງດັກນົງຂອງ ຫວຽດນາມ.
ຍສໝ - ສາດສະດາຈານ ປອ ຫງວ໋ຽນແທັງລຽມ ຫາກໍ່ໄດ້ຮັບການເຊີດຊູຊົມເຊີຍ ຍ້ອນການປະກອບ ເຂົ້າໃນເຕັກນິກການຜ່າຕັ້ດພາຍໃນ ພະແນກເດັກນ້ອຍ.
ກອງປະຊຸມ ແມ່ນເວທີປາໄສ ເພື່ອໃຫ້ບັນດານັກຊ່ຽວຊານແຖວໜ້າຂະແໜງການແພດ-ການຢາ ພາຍໃນປະເທດຮ່ວມກັນແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບັນດາບົດຮຽນດ້ານອາຊີບ ແລະ ບັນດາການເຄື່ອນໄຫວຄົ້ນຄວ້າວິທະຍາສາດ.
ຍສໝ - ສອງວັນທີ່ຜ່ານມາ, ທີ່ ສະຖາບັນ ການເມືອງການປົກຄອງ ແຫ່ງຊາດ ລາວ ຢູ່ ນະຄອນຫຼວງວຽງຈັນ, ສະຖາບັນການເມືອງການປົກຄອງ ໂຮ່ຈີ໋ມິງ ປະສານສົມທົບກັກັນກັບສະຖາບັນ ການເມືອງການປົກຄອງ ແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສຳມະນາ ວິທະຍາສາດ "ລະບົບການເມືອງລາວ - ຫວຽດນາມ, ວິເຄາະ, ປຽບທຽບ".
ລະຫວ່າງວັນທີ 10-11 ພຶດສະພາ 2018, ທີ່ຊຽງໃໝ່ ປະເທດໄທ. ໄດ້ຈັດກອງປະຊຸມ ຄະນະກຳມະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຄັ້ງທີ 74 (ASEAN COST-74)ຂຶ້ນ. ຄະນະຜູ້ແທນ ລາວ ນຳໂດຍ ທ່ານ ຫູມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານຄະນະກໍາມະການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຂອງ ສປປ ລາວ ເຂົ້າຮ່ວມ.