ນັກວິທະຍາສາດກວ່າ 100 ຄົນຍົກອອກຂໍ້ສະເໜີແນະຊ່ວຍແຂວງກວາງນິງສຳພັດກັບການປະຕິວັດອຸດສາຫະກຳ 4.0 ຢ່າງວ່ອງໄວ

08:25 | 23/08/2018

ໃນຂອບເຂດໂຄງການເຊື່ອມຕໍ່ເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ (Vietnam Innovation Network), ຕອນເຊົ້າວັນທີ 22 ສິງຫາ, ຢູ່ແຂວງກວາງນິງ, ມີນັກວິທະຍາສາດ, ນັກຊ່ຽວຊານດ້ານເຕັກໂນໂລຊີເຊິ່ງແມ່ນຊາວຫວຽດນາມ ພວມເຮັດວຽກຢູ່ຕ່າງປະເທດກວ່າ 100 ຄົນ ໄດ້ແບ່ງປັນທັດສະນະ, ບົດຮຽນເພື່ອຊ່ວຍໃຫ້ແຂວງກວາງນິງ ສຳພັດກັບການປະຕິວັດອຸດສາຫະກຳ 4.0.

ນັກວິທະຍາສາດກວ່າ 100 ຄົນຍົກອອກຂໍ້ສະເໜີແນະຊ່ວຍແຂວງກວາງນິງສຳພັດກັບການປະຕິວັດອຸດສາຫະກຳ 4.0 ຢ່າງວ່ອງໄວ

ນັກວິທະຍາສາດກວ່າ 100 ຄົນຍົກອອກຂໍ້ສະເໜີແນະຊ່ວຍແຂວງກວາງນິງ ສຳພັດກັບການປະຕິວັດອຸດສາຫະກຳ 4.0 ຢ່າງວ່ອງໄວ.(ພາບ: baoquangninh.com.vn)

ບັນດານັກຊ່ຽວຊານໄດ້ສຸມໃສ່ສະເໜີຫຼາຍມາດຕະການກ່ຽວກັບການວາງແຜນຜັງ, ເສັ້ນທາງແຫ່ງການຫັນປ່ຽນຈາກຂະແໜງອຸດສາຫະກຳໄປຍັງການບໍລິການ, ທ່ອງທ່ຽວໂດຍນຳໃຊ້ເຕັກໂນໂລຊີສູງ. ທ່ານຮອງສາດສະດາຈານ, ປະລິຍາເອກ ໂຮ່ແອງວັນ, ສະຖາບັນເຕັກໂນໂລຊີ ແລະ ວິທະຍາສາດກ້າວໜ້າຍີ່ປຸ່ນ, ຖືວ່າ.

“ເພື່ອໃຫ້ແຂວງກວາງນິງ ບັນລຸໄດ້ບັນດາເປົ້າໝາຍໃຫຍ່ກ່ຽວກັບເຕັກໂນໂລຊີຄວນມີເສັ້ນທາງກ້າວເດີນລະອຽດ. ກວາງນິງ ຕ້ອງຊອກຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມຕ້ອງການລະອຽດແມ່ນຫຍັງ, ພ້ອມກັນນັ້ນແມ່ນຄວນຍົກສູງຄວາມສາມາດບຳລຸງສ້າງຢູ່ກັບທີ ເພື່ອຮັບໃຊ້ຄວາມຕ້ອງການພັດທະນາແຂວງໃຫ້ສູງກວ່າອີກ. ແຫຼ່ງຊັບພະຍາກອນມະນຸດແມ່ນສິ່ງສຳຄັນທີ່ສຸດ. ຖ້າບໍ່ມີແຫຼ່ງຊັບພະຍາກອນມະນຸດແມ່ນຈະບໍ່ມີໃຜສາມາດປະຕິບັດການປະຕິວັດອຸດສາຫະກຳ 4.0 ໄດ້”.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.