ກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢ້ຽມຢາມທະຫານເຂດ 7

00:54 | 14/05/2019

ຕອນບ່າຍວັນທີ 19 ກຸມພາ, ທ່ານພົນຈັດຕະວາ ຫງວຽນວັນນາມ, ຮອງຜູ້ບັນຊາການທະຫານເຂດ 7 ໄດ້ໃຫ້ການຕ້ອນຮັບຄະນະກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ໂດຍທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານເຂດ 7 ໃນການມາເຮັດວຽກຢູ່ຫວຽດນາມ.

ກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢ້ຽມຢາມທະຫານເຂດ 7

ບັນຍາກາດທີ່ການຕ້ອນຮັບ. (ພາບ: baoquankhu7.vn)

ທ່ານພົນຈັດຕະວາ ຫງວຽນວັນນາມ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດຫວຽດນາມ-ລາວ ໄດ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນຢູ່ທຸກຂົງເຂດ, ປະກອບສ່ວນປັບປຸງ ແລະຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດກວ່າອີກ; ສະກັດກັ້ນ ແລະຕ້ານກົນອຸບາຍເລ່ລ່ຽມຂອງບັນດາພວກອິດທິກຳລັງປໍລະປັກເພື່ອແນໃສ່ມ້າງເພທຳລາຍ, ແບ່ງແຍກສາຍພົວພັນແບບພິເສດຫວຽດນາມ-ລາວ, ສ້າງສາຍພົວພັນໃຫ້ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”.

ກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢ້ຽມຢາມທະຫານເຂດ 7

ທ່ານພົນຈັດຕະວາ ຫງວຽນວັນນາມ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ. (ພາບ: baoquankhu7.vn)

ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຂອບອົກຂອບໃຈທ່ານພົນຈັດຕະວາ ຫງວຽນວັນນາມ ພ້ອມກັບບັນດາສະມາຊິກຂອງທະຫານເຂດ 7 ໄດ້ສະຫງວນໃຫ້ຄະນະ. ທ່ານກໍແຈ້ງໃຫ້ກອງບັນຊາການທະຫານເຂດ 7 ຮັບຊາບກ່ຽວກັບການແລກປ່ຽນ, ຄົ້ນຄວ້າກັບສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ສອງຝ່າຍກໍໄດ້ເຫັນດີເປັນເອກະພາບ ແລະໄດ້ມີບັນດາການສະຫຼຸບລວມກ່ຽວກັບການຮ່ວມມືໃນການສະກັດກັ້ນ ແລະຕ້ານການຫັນປ່ຽນໂດຍສັນຕິຂອງບັນດາພວກອິດທິກໍາລັງປໍລະປັກໃນສະພາບການໃໝ່; ຄົ້ນຄວ້າກ່ຽວກັບສະພາບການຕົວຈິງ ແລະແລກປ່ຽນບົດຮຽນໃນຂົງເຂດນີ້ຢູ່ບາງກົມກອງ.

(ແຫຼ່ງ​ຂໍ້​ມູນ​: ໄຊນິດາ/ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.