ປິດບັ້ນຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານລັດຖະກອນພາຍໃນ ກວຕ

14:49 | 28/08/2019

ພິທີປິດຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2019, ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພິມພາ ອຸດທະຈັກ, ຫົວໜ້າສະຖາບັນການຄຸ້ມວິທະຍາສາດ ແລະ ເຕັກໂນໂລຊີ, ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ນັກສຳມະນາກອນເຂົ້າຮ່ວມ 50 ກວ່າຄົນ.


ປິດບັ້ນຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານລັດຖະກອນພາຍໃນ ກວຕ

ປິດບັ້ນຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານລັດຖະກອນພາຍໃນ ກວຕ.(ພາບ:ແສງທອງ ວັນນະທຳ/ໜັງສືພິມ ວິທະຍາສາດ ແລະ ການພັດທະນາ)


ຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານລັດຖະກອນ ພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄລຍະເວລາ 6 ເດືອນ ໄດ້ດຳເນີນມາຕັ້ງແຕ່ເດືອນກຸມພາເປັນຕົ້ນມາ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 32 ຄົນ ແລະ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ພິທີປິດຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2019, ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພິມພາ ອຸດທະຈັກ, ຫົວໜ້າສະຖາບັນການຄຸ້ມວິທະຍາສາດ ແລະ ເຕັກໂນໂລຊີ, ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ນັກສຳມະນາກອນເຂົ້າຮ່ວມ 50 ກວ່າຄົນ.
ທ່ານ ນາງ ໂສດາ ລາດຊະສິມມາ, ຮອງຫົວໜ້າສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຂຶ້ນຜ່ານບົດສະຫຼຸບຍໍ້ການຈັດຝຶກອົບຮົມໃນຄັ້ງນີ້ວ່າ: ການຈັດຝຶກອົບຮົມພາສາຫວຽດນາມຄັ້ງນີ້ ຖືເປັນຄັ້ງທຳອິດ ແລະ ບົດຮຽນທີ່ນຳມາສອນແມ່ນລະດັບເລີ່ມຕົ້ນ ແນໃສ່ເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດປາກເວົ້າພາສາຫວຽດນາມຂັ້ນພື້ນຖານ ໂດຍໄດ້ເນັ້ນໃສ່ການຫັດຂຽນ, ອ່ານ ແລະ ສົນທະນາເປັນຫຼັກ. ນອກນັ້ນ, ຍັງໄດ້ມີການເຮັດວຽກບ້ານ, ຈັດເປັນກຸ່ມ, ຈັດກິດຈະກຳ ແລະ ມີການກວດກາສອບເສັງເປັນແຕ່ລະໄລຍະ. ສຳລັບຜົນການຮຽນແມ່ນຖືກຈັດຢູ່ໃນລະດັບປານກາງຫາລະດັບດີ ໂດຍເຫັນໄດ້ຈາກນັກຮຽນທີ່ມີລະດັບການຮຽນດີ ສາມາດຍາດໄດ້ຄະແນນ 90-99,5 ມີຈຳນວນ 17 ຄົນ, ລະດັບກາງ ທີ່ໄດ້ຄະແນນ 50-89 ຈຳນວນ 15 ຄົນ.


ປິດບັ້ນຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານລັດຖະກອນພາຍໃນ ກວຕ


ປິດບັ້ນຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານລັດຖະກອນພາຍໃນ ກວຕ


ປິດບັ້ນຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານລັດຖະກອນພາຍໃນ ກວຕ

ພິທີປິດຊຸດຝຶກອົບຮົມພາສາຫວຽດ ໃຫ້ແກ່ພະນັກງານ ກວຕ.


ທ່ານກ່າວຕື່ມວ່າ: ໂດຍລວມແລ້ວການຈັດຝຶກອົບຮົມຄັ້ງນີ້ໄດ້ຮັບໝາກຜົນເປັນຢ່າງດີ ເຫັນໄດ້ຈາກນັກສຳມະນາກອນທີ່ໄດ້ຮັບການແຕ່ງຕັ້ງຈາກພາກສ່ວນຕ່າງໆແມ່ນມີຄວາມກະຕືລືລົ້ນ ເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມຢ່າງເປັນປົກກະຕິ, ມີຄວາມຮັບຜິດຊອບ ແລະ ຄວາມຂະຫຍັນໝັ່ນພຽນໃນການຮຳ່ຮຽນພາສາຫວຽດນາມໃນຄັ້ງນີ້.

(ແຫຼ່ງ​ຂໍ້​ມູນ​: ບຸນທັນ ນັນທະວົງ/ໜັງສືພິມ ວິທະຍາສາດ ແລະ ການພັດທະນາ)

ເຫດການ
302 Found

Found

The document has moved here.