ກອງປະຊຸມໃຫ່ຍ ໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາຈຳນວນ ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13 ແມ່ນ 200 ສະຫາຍ, ໃນນັ້ນ ມີ 180 ສະຫາຍແມ່ນກຳມະການສູນກາງພັກເປັນທາງການ ແລະ 20 ສະຫາຍ ແມ່ນກຳມະການສູນກາງພັກສຳຮອງ.
ຂ່າວກ່ຽວກັບພິທີໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນ ເຊິ່ງສື່ມວນຊົນ ຈີນ ໄດ້ລົງຂ່າວເປັນຈຳນວນຫຼາຍ.
ໜຶ່ງໃນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມແມ່ນການປຸກລຸກກຳລັງແຮງແຫ່ງຊາດ, ຖືເປັນສຳຄັນທັດສະນະຖືປະຊາຊົນເປັນກົກ.
ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”; ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.
ຕອນເຊົ້າວັນທີ 26 ມັງກອນ ປະຊາຊົນຢູ່ນະຄອນ ໂຮ່ຈີມິນ ແລະ ເຂດກໍ້າຕາເວັນອອກພາກໃຕ້ໄດ້ຕິດຕາມວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ XIII. ບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໄດ້ຕັ້ງຄວາມຫວັງ ແລະ ເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້, ເພື່ອນຳປະເທດຊາດສືບຕໍ່ພັດທະນາໃນໄລຍະຈະມາເຖິງ.
ພ້ອມກັບການສືບທອດ, ບົດລາຍການສືບຕໍ່ມີຈຸດໃໝ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ສະແດງໃຫ້ເຫັນຢ່າງຈະແຈ້ງບາດກ້າວ “ບຸກທະລຸໃນບຸກທະລຸ”.
ຖ້າຫາກສົມທຽບ ຫວຽດນາມ ກ່ອນນີ້ 30 ປີ ກັບຫວຽດນາມ ໃນປະຈຸບັນ, ຈະເຫັນວ່າ ພັກ ແລະ ລັດຫວຽດນາມ ໄດ້ປະຕິບັດຄຳຂວັນທີ່ວ່າ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ສີວິໄລ ແລະ ປະຊາທິປະໄຕ”.
ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນຊຸມປີຜ່ານມາ ແລະການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ.
ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19.
ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 2 ກຸມພາ ຢູ່ຮ່າໂນ້ຍ.
ກ່ອນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ ແລະບົດບາດຂອງພັກກອມມູນິດຫວຽດນາມ ເພື່ອບັນລຸໄດ້ບັນດາຜົນງານເສດຖະກິດ-ສັງຄົມໃນຊຸມປີຜ່ານມາ. ຕໍ່ໄປນີ້ແມ່ນເນື້ອໃນບົດຕອບສຳພາດ:
ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດຖະບານໄດ້ຍົກອອກບັນດາມາດຕະການທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ.
ຍສໝ - ດ້ວຍຄຸນນະທາດດ້ານການເມືອງ, ຈິດໃຈຄວາມຮັບຜິດຊອບສູງ, ຈິນຕະນາການເປັນເຈົ້າການ, ປະດິດສ້າງ, ຮັບມືກັບການປ່ຽນແປງຂອງສະພາບການຢ່າງວ່ອງໄວ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມໄດ້ໃກ້ຊິດຕິດແທດກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປະຕິບັດວຽກງານທຸກດ້ານຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບເປັນເສນາທິການຢ່າງບໍ່ຢຸດຢັ້ງ, ປະກອບສ່ວນປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ ແລະລັດ.
ຍສໝ - ໃນວັນທີ 25 ພະຈິກ, ທີ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin (ເຢຍລະມັນ), ທ່ານເອກອັກຄະລັດຖະທູດ ຫງວຽນມິງວູ້ ໄດ້ມີການຕ້ອນຮັບ ທ່ານ Patrik Köbele - ປະທານພັກກອມມູນິດເຢຍລະມັນ (DKP) ແລະ ທ່ານ Stefan Kühner - ສະມາຊິກພັກກອມມູນິດເຢຍລະມັນ ເຊິ່ງມາບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນ ໃນເຂດພາກກາງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ດິນເຈື່ອນພັງ.
ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູ ນິດຈີນ.
ຍສໝ - ທີ່ກອງປະຊຸມ, ທ່ານຮວ່າງບິ່ງກວນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ແລະ ໝາກຜົນຂອງການປ້ອງກັນການລະບາດຂອງພະຍາດ Covid -19 ຢູ່ຫວຽດນາມ, ສະພາບເສດຖະກິດ - ສັງຄົມ; ທິດທາງແລະການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ; ມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນສະພາບການຂອງການປ້ອງກັນ Covid-19.
ຍສໝ - ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະພັກຢູ່ລາວ ໄດ້ຈັດຕັ້ງພິທີປະດັບຫຼຽນກາອາຍຸພັກ 70 ປີ ໃຫ້ແກ່ທ່ານ ເຈິ່ນວັນມີ່ ຊາວຫວຽດນາມ ອາໄສຢູ່ລາວ.
ຍສໝ - ວັນທີ 21 ສິງຫາ, ທ່ານຮວ່າງບິ່ງກວນ - ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຫວຽດນາມ ແລະ ທ່ານ Miguel Mejia - ເລຂາທິການໃຫຍ່ພັກຝ່າຍຂະບວນການຝ່າຍຊ້າຍ (MIU) ປະເທດໂດມິນິກ້າ ໄດ້ມີການພົບປະເຈລະຈາດ້ວຍຮູບການອອນລາຍ ໃນສະພາບການ ລະບາດຂອງພະຍາດ COVID-19 ຍັງສືບຕໍ່ຜັນແປຢ່າງສັບສົນໃນຂອບເຂດທົ່ວໂລກ.