ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ ຈະ​ສ້າງ​ບາດ​ກ້າວ​ກະ​ໂດດ​ຂັ້ນ

11:30 | 28/01/2021

ຕອນເຊົ້າວັນທີ 26 ມັງກອນ ປະຊາຊົນຢູ່ນະຄອນ ໂຮ່ຈີມິນ ແລະ ເຂດກໍ້າຕາເວັນອອກພາກໃຕ້ໄດ້ຕິດຕາມວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ XIII. ບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໄດ້ຕັ້ງຄວາມຫວັງ ແລະ ເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້, ເພື່ອນຳປະເທດຊາດສືບຕໍ່ພັດທະນາໃນໄລຍະຈະມາເຖິງ.

ຫວຽດ​ນາມ​ຖື​ການ​ຮ່ວມ​ມື​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ແມ່ນ​ພື້ນ​ຖານ​ເພື່ອ​​ປັບ​ຕົວ​ໃຫ້​ແທດ​ເໝາະກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ ພັກ, ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຂອງ ຫວຽດ​ນາມ

ອ້າຍ ຫງວຽນງອກດິ້ງ, ປະຊາຊົນຢູ່ນະຄອນ ຖູເຢົາໂມດ, ແຂວງ ບິ່ງເຢືອງ ຫວັງວ່າ:

“ຂ້າພະເຈົ້າປາດຖະໜາວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະບັນລຸໄດ້ຕາມມາດຕະຖານ ເຊິ່ງມະຕິໄດ້ວາງອອກ, ມີຄວາມສາມັກຄີ ແລະ ນຳປະເທດພວກເຮົານັບມື້ນັບໝັ້ນຄົງ, ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ຊຸກຍູ້ກຳລັງໜູນແກ່ການພັດທະນາປະເທດຊາດໃຫ້ນັບມື້ນັບດີຂຶ້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ເປັນແປ້ນຢັນໃຫ້ຊຸມປີຕໍ່ໄປ”.

ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ ຈະ​ສ້າງ​ບາດ​ກ້າວ​ກະ​ໂດດ​ຂັ້ນ
ອ້າຍ ຫງວຽນງອກດິ້ງ, ປະຊາຊົນຢູ່ນະຄອນ ຖູເຢົາໂມດ, ແຂວງ ບິ່ງເຢືອງ (ພາບ: VOV)

ເອື້ອຍ ເລທິທື ຢູ່ນະຄອນ ບ່າເຣ້ຍ, ແຂວງ ບ່າເຣ້ຍ - ຫວູງເຕົ່າ ກໍຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.

“ຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະຍົກສູງກທາງດ້ານວິທະຍາສາດ - ເຕັກໂນໂລຢີ, ເຕັກນິກ, ລົງທຶນກໍ່ສ້າງຕົວເມືອງອັດສະລິຍະ ແລະ ມີການກຳນົດທິດ ແລະ ລັດຖະນະໂຍບາຍທີ່ເໝາະສົມເພື່ອເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”.

ສ່ວນພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະສືບຕໍ່ວາງແຜນນະໂຍບາຍ, ນະໂຍບາຍສຳລັບປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງເຜົ່າຕົນ.

ສານອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ ເຊິ່ງພັກໄດ້ວາງອອກ ນັ້ນແມ່ນ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ

ຍ​ສ​ໝ - ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ທາງ​ອອນ​ລາຍ​ໄດ້​ປຶກ​ສາ​ຫາ​ລື​ກຳ​ນົດ​ທິດ, ບຸ​ລິ​ມະ​ສິດ​ທົ່ວ​ປີ​ຂອງ​ອາ​ຊຽນ ແລະ ແລ​ກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ.

ສື່​ມວ​ນ​ຊົນ​ລາວ​ຕີ​ລາ​ຄາ​ສູງຕໍ່ວຽກ​ງານ​ກະ​ກ​ຽມ​ບຸກ​ຄະ​ລາ​ກອນ​ໃຫ້ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ເຊິ່ງຈະດຳເນີນແຕ່ວັນທີ 25 ມັງກອນ - 2 ກຸມພາ. ສື່ມວນຊົນລາວໄດ້ລົງຂ່າວກ່ຽວກັບວຽກງານກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.