ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ 13: ປະຊາຊົນເປັນໃຈກາງໃນນະໂຍບາຍພັດທະນາ

16:18 | 29/01/2021

ໜຶ່ງໃນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມແມ່ນການປຸກລຸກກຳລັງແຮງແຫ່ງຊາດ, ຖືເປັນສຳຄັນທັດສະນະຖືປະຊາຊົນເປັນກົກ.

ກອງປະຊ ມໃຫຍ ພ ກກອມມ ນ ດຫວຽດນາມຄ ງທ 13 ປະຊາຊ ນເປ ນໃຈກາງໃນນະໂຍບາຍພ ດທະນາ ບົດລາຍຕໍ່ງານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກມາດຕະການແກ້ໄຂມີລັກສະນະບຸກທະລຸ, ຍຸດທະສາດ
ກອງປະຊ ມໃຫຍ ພ ກກອມມ ນ ດຫວຽດນາມຄ ງທ 13 ປະຊາຊ ນເປ ນໃຈກາງໃນນະໂຍບາຍພ ດທະນາ ຜົນງານທຸກດ້ານຂອງຫວຽດນາມ ລ້ວນແຕ່ອີງໃສ່ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ

ວັນທີ 27 ມັງກອນ, ເປັນມື້ເຮັດວຽກທີ 3 ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ບັນດາຜູ້ແທນໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືບັນດາເອກະສານກອງປະຊຸມໃຫຍ່. ໃນຕອນເຊົ້າ, ກອງປະຊຸມດຳເນີນໄປພາຍໃຕ້ການບໍລິຫານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝູກ.

ກອງປະຊ ມໃຫຍ ພ ກກອມມ ນ ດຫວຽດນາມຄ ງທ 13 ປະຊາຊ ນເປ ນໃຈກາງໃນນະໂຍບາຍພ ດທະນາ
ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ 13: ປະຊາຊົນເປັນໃຈກາງໃນນະໂຍບາຍພັດທະນາ. (ພາບ: VOV)

ໜຶ່ງໃນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມແມ່ນການປຸກລຸກກຳລັງແຮງແຫ່ງຊາດ, ຖືເປັນສຳຄັນທັດສະນະຖືປະຊາຊົນເປັນກົກ. ສະເໜີບົດປະກອບຄວາມເຫັນໃນຕອນເຊົ້າວັນທີ 27 ມັງກອນ, ທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໄດ້ຍົກອອກບັນຫາເຊິ່ງປະເທດພວມຢູ່ໃນໄລຍະຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງ, ວາງອອກຫຼາຍບັນຫາໃໝ່. ໃນຂະນະນັ້ນ, ຜົນກະທົບຈາກໄພທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນ; ການຈຳແນກລະຫວ່າງຄວາມຮັ່ງມີ - ທຸກຍາກໃນສັງຄົມກໍ່ໄດ້ເກີດຂຶ້ນຢ່າງຈະແຈ້ງ. ຕາມທ່ານ ເຈິ່ນແທັງເໝີນ ແລ້ວ, ໄລຍະຈະມາເຖິງ, ການເຄື່ອນໄຫວຂອງແນວໂຮມປະເທດຊາດແມ່ນມຸ່ງໄປສູ່ຂັ້ນຮາກຖານ; ເຕົ້າໂຮມກຳລັງແຮງຂອງປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ.

ເມື່ອເຕື້ອງເຖິງຄວາມສຳຄັນຂອງເລື່ອງປຸກລຸກກຳລັງແຮງຂອງປະຊາຊົນ, ທ່ານ ຫງວຽນຮົ່ງລິ້ງ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ຖືວ່າ. “ໜຶ່ງໃນບັນດາບົດຮຽນສຳຄັນ, ປະກອບສ່ວນສ້າງບັນດາຜົນງານທີ່ຍິ່ງໃຫຍ່ຕະຫຼອດໄລຍະປະຫວັດສາດ ແມ່ນບົດຮຽນຖືປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ, ກຳລັງປະດິດຄິດສ້າງ ແລະ ແຫຼ່ງກຳລັງຂອງປະຊາຊົນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນສະພາບຕົວຈິງ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງພັກ, ຍິ່ງຕ້ອງເອົາໃຈໃສ່ເຖິງການເຕົ້າໂຮມ, ຂົນຂວາຍປະຊາຊົນ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດໃຫ້ເປັນຢ່າງດີກວ່າ, ເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນບັນດາຂະບວນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງສຳເລັດຜົນ.”

ກອງປະຊ ມໃຫຍ ພ ກກອມມ ນ ດຫວຽດນາມຄ ງທ 13 ປະຊາຊ ນເປ ນໃຈກາງໃນນະໂຍບາຍພ ດທະນາ ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ 13: ເຄົາລົບແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ

ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”; ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.

ກອງປະຊ ມໃຫຍ ພ ກກອມມ ນ ດຫວຽດນາມຄ ງທ 13 ປະຊາຊ ນເປ ນໃຈກາງໃນນະໂຍບາຍພ ດທະນາ ບົດລາຍຕໍ່ງານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກມາດຕະການແກ້ໄຂມີລັກສະນະບຸກທະລຸ, ຍຸດທະສາດ

ພ້ອມກັບການສືບທອດ, ບົດລາຍການສືບຕໍ່ມີຈຸດໃໝ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ສະແດງໃຫ້ເຫັນຢ່າງຈະແຈ້ງບາດກ້າວ “ບຸກທະລຸໃນບຸກທະລຸ”.

ກອງປະຊ ມໃຫຍ ພ ກກອມມ ນ ດຫວຽດນາມຄ ງທ 13 ປະຊາຊ ນເປ ນໃຈກາງໃນນະໂຍບາຍພ ດທະນາ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.