ບົດລາຍຕໍ່ງານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກມາດຕະການແກ້ໄຂມີລັກສະນະບຸກທະລຸ, ຍຸດທະສາດ

10:00 | 28/01/2021

ພ້ອມກັບການສືບທອດ, ບົດລາຍການສືບຕໍ່ມີຈຸດໃໝ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ສະແດງໃຫ້ເຫັນຢ່າງຈະແຈ້ງບາດກ້າວ “ບຸກທະລຸໃນບຸກທະລຸ”.

ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາສູງວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸໃຫຍ່ຊຸດທີ 13 ທີ່ວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນຕອນເຊົ້າວັນທີ 26 ມັງກອນ ກ່ຽວກັບທິດທາງ, ໜ້າທີ່ອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ແລະ ຊຸມປີຕໍ່ໆໄປ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາຂີດໝາຍພັດທະນາສຳຄັນຂອງປະເທດຊາດ ຄື: ຮອດປີ 2025 - ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລະດັບລາຍຮັບປານກາງຕ່່ຳ; ຮອດປີ 2030 - ກາຍເປັນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ຮອດປີ 2045 - ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ບັນດານັກຊ່ຽວຊານ ແລະ ວົງການນັກໄຈ້ແຍກໄດ້ຕີລາຄາສູງເນື້ອໃນດັ່ງກ່າວ.

ບົດລາຍຕໍ່ງານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກມາດຕະການແກ້ໄຂມີລັກສະນະບຸກທະລຸ, ຍຸດທະສາດ

ທ່ານ ຫວໍຈິ໊ແທັ່ງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄວ້າ, ຄຸ້ມຄອງເສດຖະກິດສູນກາງ.(ພາບ: baodautu.vn)

ທ່ານ ຫວໍຈິ໊ແທັ່ງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄວ້າ, ຄຸ້ມຄອງເສດຖະກິດສູນກາງຖືວ່າ, ພ້ອມກັບການສືບທອດ, ບົດລາຍການສືບຕໍ່ມີຈຸດໃໝ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ສະແດງໃຫ້ເຫັນຢ່າງຈະແຈ້ງບາດກ້າວ “ບຸກທະລຸໃນບຸກທະລຸ”.

“ອາດເວົ້າໄດ້ວ່າ, ເລື່ອງສືບຕໍ່ເລືອກເອົາ 3 ບັນຫາເປັນພື້ນຖານທີ່ສຸດເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາດ ຂ້າພະເຈົ້າຄິດວ່າແມ່ນຖືກຕ້ອງທີ່ສຸດ, ນັ້ນແມ່ນລະບອບລະບຽບການ, ແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ. ສຳລັບລະບອບລະບຽບການ, ນອກຈາກການສ້າງລະບອບເສດຖະກິດການຕະຫຼາດທັນສະໄໝ, ເຊື່ອມໂຍງບັນດາມາດຕະຖານດີທີ່ສຸດໃຫ້ສົມບູນແບບ ມັນຍັງຕິດພັນກັບກົງຈັກ, ກັບບັນດາອົງການແຫ່ງລັດຕ້ອງປອດໃສ, ອີງໃສ່ຄວາມສາມາດ, ກົດໝາຍ… ຂ້າພະເຈົ້າຖືວ່ານີ້ແມ່ນບັນດາຈຸດໃໝ່. ສຳລັບພື້ນຖານໂຄງລ່າງ, ພວກເຮົາໃຫ້ບຸລິມະສິດສຸມໃສ່ການສ້າງພື້ນຖານທີ່ດີໃຫ້ແກ່ການພັດທະນາ, ຕິດພັນກັບພື້ນຖານດີຈີຕອນ, ການປະດິດຄິດສ້າງ. ສຳລັບແຫຼ່ງຊັບພະຍາກອນມະນຸດ, ບໍ່ພຽງແຕ່ແມ່ນຄຸນນະພາບຖືກຕ້ອງຕາມຄວາມໝາຍລວມເທົ່ານັ້ນ, ຫາກຍັງຕິດພັນກັບທັກສະ, ຕິດກັບກັບຊັ້ນຄົນມີຄວາມເກັ່ງກ້າສາມາດ ເພື່ອສົມກັບບັນດາຄວາມຮຽກຮ້ອງໃໝ່, ໂດຍສະເພາະແມ່ນບັນດາຄຳຮຽກຮ້ອງໃໝ່ກ່ຽວກັບລະບອບລະບຽບການແຫ່ງລັດ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ”.

ປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ: ສືບຕໍ່ນຳປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15 ມັງກອນ 2021 ທີ່​ນະ­ຄອນຫລວງ​ວຽງ​ຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່ແຫ່ງ​ ຄວາມ​ສາ­ມັກ­ຄີ​ເປັນ ​ເອ­ກະ​ພາບ​ສູງ;​ ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ໄຊ­ຊະ­ນະ; ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່​ແຫ່ງ ​ການ​ເສີມ​ຂະຫຍາຍ​ ມາ­ນະ​ຈິດ​ປະ­ຕິ­ວັດ; ນີ້​ແມ່ນກອງ​ປະ­ຊຸມ​ໃຫຍ່​ ແຫ່ງ​ຄວາມ​ເຊື່ອ​ໝັ້ນ ​ຕໍ່​ການ​ສືບ­ຕໍ່ນໍາພາປະ­ເທດ​ຊາດ​ກ້າວ​ຂຶ້ນ​​. ທົ່ວ​ພັກ ແລະ ທົ່ວ​ປວງຊົນ​ລາວ ຕ່າງ​ກໍ​ຊື່ນ​ຊົມ​ຍິນ­ດີ ແລະ ຕອບ​ຮັບ​ດ້ວຍ​ບັນ­ຍາ­ກາດ ​ອັນ​ຟົດ­ຟື້ນ ຕໍ່​ຜົນ­ສຳ­ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້.

ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIຂອງ ພັກປະຊາຊົນ ປະຕິວັດລາວ

ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ໄດ້​ດໍາ​ເນີນມາ​ເປັນ​ເວລາ 3 ວັນ​ເຕັມ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ​ມາ​ຮອດເວລາ​ນີ້ໄດ້​ສິ້ນສຸດ​ລົງ ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ ຕາມ​ຈຸດປະສົງຄາດໝາຍ​ທີ່​ວາງ​ໄວ້.

ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ

ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.

vovworld.vn

ເຫດການ
302 Found

Found

The document has moved here.