ກອງປະຊຸມໃຫຍ່ຂອງພັກຄັ້ງທີ 13 ແລະ ຄວາມຄາດຫວັງພັດທະນາຂອງຫວຽດນາມ

11:28 | 25/01/2021

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 2 ກຸມພາ ຢູ່ຮ່າໂນ້ຍ.

ກອງປະຊ ມໃຫຍ ຂອງພ ກຄ ງທ 13 ແລະ ຄວາມຄາດຫວ ງພ ດທະນາຂອງຫວຽດນາມ ນາຍົກລັດຖະມົນຕີ ຫວຽດນາມ: ສືບຕໍ່ຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ສະກັດກັ້ນບັນດາເປົ້າໝາຍເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ສະກັດກັ້ນພະຍາດໂຄວິດ-19
ກອງປະຊ ມໃຫຍ ຂອງພ ກຄ ງທ 13 ແລະ ຄວາມຄາດຫວ ງພ ດທະນາຂອງຫວຽດນາມ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາສູງວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ກອງປະຊ ມໃຫຍ ຂອງພ ກຄ ງທ 13 ແລະ ຄວາມຄາດຫວ ງພ ດທະນາຂອງຫວຽດນາມ
ທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ ຫວູມິງຢາງ. (ພາບ: daidoanket.vn)

ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.587 ສະຫາຍ, ທີ່ຕາງໜ້າໃຫ້ສະມາຊິກພັກເກືອບ 5 ລ້ານ 2 ແສນຄົນ. ນີ້ແມ່ນເຫດການສຳຄັນຍິ່ງການດຳເນີນຊີວິດການເມືອງປີ 2021 ຂອງຫວຽດນາມ, ແມ່ນຂີດໝາຍສຳຄັນໃນວິວັດການຂະຫຍາຍຕົວຂອງພັກກອມມູນິດຫວຽດນາມ, ຂອງ ປະເທດ ແລະ ຂອງຊາດ ຫວຽດນາມ ເນື້ອໃນຕ່າງໆທີ່ໄດ້ຮັບການພິຈາລະນາຢູ່ກອງປະຊຸມໃຫຍ່ ແມ່ນມີຄວາມໝາຍກຳນົດທິດ ແລະ ວິໄສທັດຍຸດທະສາດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງກ່ວາ.

ເພື່ອຂ່ຳນັບຊົມເຊີຍເຫດການສຳຄັນນີ້, ທາງ VOV ໄດ້ສຳພາດທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ ຫວູມິງຢາງ ກ່ຽວກັບເຫດການສຳຄັນນີ້.

ຂໍຮຽນທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ ຫວູມິງຢາງ, ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ແມ່ນເຫດການສຳຄັນຍິ່ງ, ມີຄວາມໝາຍປະຫວັດສາດ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງປະເທດຊາດ, ຂອງພັກ. ຕາມທ່ານແລ້ວກອງປະຊຸມໃຫຍ່ຄັ້ງນີ້ ຈະມີຄວາມແຕກຕ່າງຄືແນວໃດແດ່ ເມື່ອທຽບໃສ່ກອງປະຊຸມໃຫຍ່ຄັ້ງຕ່າງໆ.

ກອງປະຊຸມໃຫຍ່ແຕ່ລະຄັ້ງລ້ວນແຕ່ແມ່ນຂີດໝາຍປະຫວັດສາດສຳຄັນ ບໍ່ພຽງແຕ່ແມ່ນຂອງພັກເທົ່ານັ້ນ ຫາກຍັງແມ່ນຂອງທັງຊາດອີກດ້ວຍ ຍ້ອນວ່າກອງປະຊຸມໃຫຍ່ແຕ່ລະຄັ້ງ ມີຍຸດທະສາດພັດທະນາໃໝ່ຂອງປະເທດຊາດ, ແກ້ໄຂບັນຫາໃຫຍ່ພວມວາງອອກໃຫ້ປະເທດ. ແຕ່ກອງປະຊຸມໃຫຍ່ຄັ້ງທີ 13 ນີ້, ປະເທດຊາດໄດ້ຜ່ານຜ່າ 35 ປີແຫ່ງການປ່ຽນແປງໃໝ່, ໝາຍຄວາມວ່າ ພວກເຮົາໄດ້ສຸມກຳລັງຢ່າງຄົບຖ້ວນ ແລະ ມີທີ່ຕັ້ງສູງຢູ່ເວທີສາກົນ. ສະນັ້ນ, ກອງປະຊຸມໃຫຍ່ຄັ້ງນີ້ ມີພາລະກຳຢ່າງໃຫຍ່ຫລວງ ແມ່ນສ້າງຍຸດທະສາດບືນຕົວອອກສູ່ໂລກ ເພື່ອກາຍເປັນປະເທດໄດ້ຮັບການຖືວ່າ ມີຄວາມເທົ່າທຽມກັບບັນດາປະເທດທີ່ຈະເລີນເຂັ້ມແຂງໃນໂລກ. ນັ້ນແມ່ນພາລະກຳອັນໃຫຍ່ຫລວງ ແລະ ແມ່ນຄວາມມຸ່ງມາດປາດຖະໜາຂອງປະເທດ ຫວຽດນາມ.

ຮຽນທ່ານສາດສະດາຈານ, ເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນນໍາປະເທດກ້າວເຂົົ້າສູ່ໄລຍະພັດທະນາໃໝ່, ແຕ່ວ່າ ນີ້ບໍ່ພຽງແຕ່ແມ່ນ ໄລຍະພັດທະນາທຳມະດາເທົ່ານັ້ນ ຫາກຈະແມ່ນກຳລັງແຮງຂອງຍຸກພັດທະນາແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊີ່ງກວ້າງຂວາງຂອງ ຫວຽດນາມ. ທ່ານມີຄວາມຄິດແນວໃດຕໍ່ຂໍ້ສັງເກດດັ່ງກ່າວ?

“ມີຮູບພາບໜຶ່ງ ເຊິ່ງນັກຂ່າວຕ່າງປະເທດຫຼາຍຄົນໄດ້ນຳມາປຽບທຽບ ນັ້ນແມ່ນ ຫວຽດນາມ ໄດ້ມີໄລຍະກະກຽມພື້ນຖານໂຄງລ່າງໃຫ້ແກ່ການບິນຂຶ້ນ, ຄືກັນກັບຮູບພາບຂອງສະໜາມບິນແຫ່ງໜຶ່ງ ຖ້າຫາກຢາກມີເຮືອບິນລຳຕ່າງໆແລ່ນໃນລານບິນນັ້ນ ກ່ອນອື່ນໝົດ ລານບິນຕ້ອງມີຄຸນນະພາບດີ, ເຮືອບິນຕ້ອງກະກຽມຢ່າງຄົບຖ້ວນ ແລະ ຕ້ອງມີແຫຼ່ງຊັບພະຍາກອນມະນຸດ ຄື ນັກບິນ ແລະ ຜູ້ໃຫ້ການບໍລິການ ເຊິ່ງມາຮອດໄລຍະປັດຈຸບັນນີ້, ຖືວ່າ ຫວຽດນາມ ເໝືອນດັ່ງເຮືອບິນທີ່ກຳລັງຈະບິນຂຶ້ນຈາກລານບິນແລ້ວ ແນ່ນອນວ່າ ມັນຈະມີຄວາມແຕກຕ່າງກັນດ້ານຄຸນນະພາບເມື່ອທຽບໃສ່ໄລຍະທີ່ພວມແລ່ນໃນລານບິນ. ເພື່ອສາມາດເຂົ້າໃຈໄດ້ເນື້ອໃນສຳຄັນເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກຽມຈະຮັບຮອງເອົານັ້ນ, ເພື່ອໃຫ້ມີຍຸດທະສາດໃໝ່ ນັ້ນແມ່ນ ພວກເຮົາໄດ້ມີການສະສົມທ້ອນໂຮມນັບທັງທ່ວງທ່າ ແລະ ກຳລັງ ໄດ້ຢ່າງຄົບຖ້ວນພໍສົມຄວນ. ສຳລັບດ້ານກຳລັງນັ້ນແມ່ນ ພວກເຮົາໄດ້ກາຍເປັນປະເທດ ທີ່ໂລກໄດ້ຮູ້ຈັກເຖິງຄືດັ່ງສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງພື້ນຖານເສດຖະກິດທີ່ມີລັກສະນະທົ່ວໂລກ. ສ່ວນ “ທ່ວງທ່າ” ນັ້ນແມ່ນ ທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ. ປັດຈຸບັນ, ຫວຽດນາມ ບໍ່ແມ່ນປະເທດ ທີ່ໂລກຮູ້ຈັກເຖິງຍ້ອນເປັນຈຸດຮ້ອນຂອງໂລກອີກແລ້ວ ຫາກທັດສະນະຂອງ ຫວຽດນາມ ບົນເວທີສາກົນໄດ້ຍົກສູງກ່ອນນີ້ທົບຫຼາຍເທົ່າ. ພວກເຮົາໄດ້ກາຍເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ເປັນປະທານໝູນວຽນຂອງ ອາຊຽນ ແລະ ເປັນທີ່ຈະແຈ້ງແລ້ວວ່າ ສຽງເວົ້າຂອງ ຫວຽດນາມ ມີນ້ຳໜັກໃນການແກ້ໄຂບັນດາບັນຫາສາກົນໃນປັດຈຸບັນ. ປັດຈຸບັນ, ສະພາບການໂລກພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້ນັ້ນ, ທີ່ຕັ້ງບົດບາດຂອງ ຫວຽດນາມ ໄດ້ເຮັດໃຫ້ໂລກຮູ້ສຶກໄດ້ວ່າ ຫວຽດນາມ ແມ່ນປະເທດທີ່ສ້າງຄວາມເຊື່ອໝັ້ນກັບປະຊາຄົມສາກົນໄດ້. ສິ່ງດັ່ງກ່າວມີຄວາມສຳຄັນທີ່ສຸດ. ບໍ່ພຽງແຕ່ເທົ່ານັ້ນ, ຄວາມຫວັງຂອງປະຊາຊົນ ຫວຽດນາມ ໃນປັດຈຸບັນ ແມ່ນຍິ່ງກວ່າເວລາໃດໝົດ. ຫວຽດນາມ ຍາມໃດກໍມີຄວາມໄຝ່ຝັນຢາກບືນຕົວຂຶ້ນ. ໃນເມື່ອກ່ອນ ແມ່ນຢຶດໝັ້ນຍາດເອົາເອກະລາດມາໃຫ້ປະເທດຊາດເພື່ອສາມາດດຳລົງຊີວິດຢ່າງສະເໝີພາບຄືກັບປະເທດອື່ນໆໃນໂລກ, ແຕ່ ແຕ່ດົນນານມາແລ້ວ, ປະຊາຊົນ ຫວຽດນາມ ຢາກມີການປະກອບສ່ວນຢ່າງໃຫຍ່ຫຼວງກັບໂລກ ແລະ ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຄົມສາກົນ. ຍິ່ງກວ່າເວລາໃດໝົດ, ຄວາມໄຝ່ຝັນດັ່ງກ່າວຂອງປະຊາຊົນ ໄດ້ສະແດງອອກຢ່າງຈະແຈ້ງຄືໃນປັດຈຸບັນ. ສະນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ສະແດງບົດບາດປະຈັນບານຂອງອົງການນຳພາປະເທດຊາດກ້າວຂຶ້ນ. ດັ່ງນັ້ນ, ໄລຍະນີ້ບໍ່ພຽງແຕ່ແມ່ນເປີດກວ້າງຂອບຂະໜາດການປ່ຽນແປງໃໝ່ເທົ່ານັ້ນ ຫາກນີ້ແມ່ນໄລຍະນຳປະເທດຫວຽດນາມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ທີ່ມີຄວາມແຕກຕ່າງກັບໄລຍະກ່ອນໆ.”

ຂໍຮຽນທ່ານ! ຄວາມແຕກຕ່າງຂອງເນື້ອແກ້ຢູ່ທີ່ນີ້ ແມ່ນຄືແນວໃດ? ທ່ານອາດຈະໄຈ້ແຍກໄດ້ບໍ່ ?

ເມື່ອທຽບໃສ່ໄລຍະກ່ອນນີ້, ພວກເຮົາບໍ່ພໍຢູ່ພໍກິນ ແລະ ຍາມໃດກໍ່ຕົກເຂົ້າສູ່ສະພາບປົມດ້ອຍຫລ້າຫລັງ ແຕ່ປະຈຸບັນ ພວກເຮົາສາມາດແກ້ໄຂບັນຫານັ້ນໄດ້ແລ້ວ. ຊີວິດການເປັນຢູ່ຂອງປະຊາຊົນທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການຍົກສູງຂຶ້ນ. ສິ່ງສຳຄັນກ່ວາ ແມ່ນໃນປີ 1946 ເມື່ອປະທານໂຮ່ຈີມິນ ໄດ້ຂຽນຈົດໝາຍສົ່ງໃຫ້ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນທົ່ວປະເທດ ເພິ່ນໄດ້ເວົ້າວ່າ ຍັງອີກບໍ່ໄກ ພວກເຮົາຈະຄຽງບ່າຄຽງໄຫລ່ເທົ່າທຽມກັບບັນດາປະເທດມະຫາອຳນາດຢູ່ຫ້າທະວີບໃນທົ່ວໂລກ. ເລື່ອງຄຽງບ່າຄຽງໄຫລ່ເທົ່າທຽມນັ້ນ ບໍ່ພຽງແຕ່ແມ່ນການປຸກລະດົມກຳລັງໃຈເທົ່ານັ້ນ ຫາກຍັງແມ່ນເປົ້າໝາຍໃຫ້ພວກເຮົາຕ້ອງບັນລຸໃຫ້ໄດ້. ອັນທີ່ແຕກຕ່າງກ່ຽວກັບເນື້ອແທ້ນີ້ ແມ່ນຮອດເວລາແລ້ວທີ່ພວກເຮົາຕ້ອງຄິດໄລ່ເຖິງເລື່ອງ ຫວຽດນາມ ຕ້ອງໄດ້ຢູ່ໃນຖັນແຖວປະເທດພັດທະນາໃນໂລກ, ພວກເຮົາຕ້ອງຄຽງບ່າຄຽງໄຫລ່ເທົ່າທຽມກັບບັນດາປະເທດມະຫາອຳນາດໃນໂລກ. ແນວຄວາມຄິດຂອງຕົນ, ຂໍ້ສະເໜີຂອງຕົນ ຕ້ອງກາຍເປັນບັນຫາດຶງດູດຄວາມສົນໃຈຈາກໂລກ, ຕ້ອງເຂົ້າຮ່ວມແກ້ໄຂບັນຫາໃຫຍ່ຂອງມວນມະນຸດ. ນັ້ນແມ່ນອັນແຕກຕ່າງກ່ຽວກັບເນື້ອແທ້ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ມີໜ້າທີ່ຕັດສິນໃຈບັນຫາທີ່ມີລັກສະນະຄືແນວນັ້ນ.

ຂໍຮຽນທ່ານສາດສະດາຈານ, ດຣ ຫວູມິນຢາງ, ເມື່ອທຽບໃສ່ ກອງປະຊຸມໃຫຍ່ຄັ້ງທີ 12, ຫົວຂໍ້ຂອງກອງປະຊຸມຄັ້ງທີ 13 ນີ້ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການປຸກລຸກຄວາມມຸ່ງຫວັງພັດທະນາປະເທດຊາດ. ຕາມສາດສະດາຈານແລ້ວ, ເປັນຫຍັງໃນຈຸດເວລານີ້, ພັກ ໄດ້ຕັ້ງເປົ້າໝາຍລະອຽດຄືແນວນັ້ນ?

“ເມື່ອຢາກບັນລຸໄດ້ເປົ້າໝາຍໃດໜຶ່ງ, ຖ້າຫາກບໍ່ມີມຸ່ງຫວັງ ແມ່ນບໍ່ສາມາດບັນລຸໄດ້. ຄວາມມຸ່ງຫວັງເໝືອນດັ່ງປະຖົມປັດໄຈ ແລະ ຈາກຄວາມໄຝ່ຝັນນັ້ນ ຈຶ່ງມີມາດຕະການ, ມີຄວາມຕັດສິນໃຈ ແລ້ວຈຶ່ງບັນລຸໄດ້ເປົ້າໝາຍທີ່ວາງອອກ. ເພາະສະນັ້ນ, ເມື່ອຕັ້ງບັນຫາວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຈະແກ້ໄຂບັນຫາໃຫຍ່ທີ່ສຸດ, ວາງອອກຍຸດທະສາດທີ່ມີຄວາມສຳຄັນພິເສດຄືແນວນັ້ນ ແມ່ນເອົາກໍາລັງແຮງມາຈາກໃສ? ກຳ ລັງແຮງ ແມ່ນຢູ່ນຳປະເທດຊາດ. ບໍ່ພຽງແຕ່ແມ່ນຄວາມມຸ່ງຫວັງຂອງການນຳເທົ່ານັ້ນ ແຕ່ຕ້ອງເຮັດແນວໃດເພື່ອຫັນຄວາມມຸ່ງມາດປາດຖະໜາຂອງຖັນແຖວການນຳນັ້ນ ກາຍເປັນຄວາມມຸ່ງຫວັງຂອງທັງປະເທດຊາດ. ສະນັ້ນ, ຄວາມມຸ່ງຫວັງເຊິ່ງພວກເຮົາຢາກໃຫ້ປະຊາຊົນທຸກຄົນລ້ວນແຕ່ມີນັ້ນ ແມ່ນແຜ່ກະຈາຍກຳລັງແຮງຂອງການຕັດສິນໃຈຂອງພັກໃຫ້ທົ່ວປວງຊົນທັງຊາດ. ຄວາມມຸ່ງຫວັງຂອງຊາດໄດ້ຮັບການປຸກລຸກນັ້ນ ຈະແມ່ນກຳລັງໜູນໃຫ້ປະເທດຫວຽດນາມ ສາມາດບັນລຸໄດ້ບາດກ້າວຜັນປ່ຽນໃໝ່, ດ້ານຄຸນນະພາບໄດ້ມີການພັດທະນາຢ່າງກະໂດດຂັ້ນ ເມື່ອທຽບໃສ່ໄລຍະກ່ອນ.”

ຂໍຮຽນທ່ານ, ໃນຍຸກປັດຈຸບັນ, ການປຸກລຸກຄວາມມຸ່ງຫວັງນັ້ນ ແມ່ນຍາກຫຼືບໍ່?

“ມັນຍາກຢູ່ບ່ອນວ່າ ລະດົມໃຫ້ປະຊາຊົນທຸກຄົນມຸ່ງໄປສູ່ທິດດຽວເມື່ອຜູ້ໃດກໍມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກ. ແຕ່ຄວາມຫຍຸ້ງຍາກດັ່ງກ່າວບໍ່ແມ່ນບັນຫາ ເພາະເທົ່າກັບການປຸກລຸກຄວາມເອກອ້າງທະນົງໃຈຕໍ່ປະເທດຊາດໃນໝູ່ປະຊາຊົນ ແລະ ຂ້າພະເຈົ້າຄິດວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ນີ້ຈະສາມາດເຮັດໄດ້. ມັນບໍ່ພຽງແຕ່ແມ່ນຄວາມເພິ່ງພໍໃຈກັບເປົ້າໝາຍຂອງແຕ່ລະຄົນ, ແຕ່ລະຄອບຄົວເທົ່ານັ້ນ ຫາກຍັງຕ້ອງປູກຈິດສຳນຶກໃຫ້ແກ່ປະຊາຊົນວ່າ ຊາວ ຫວຽດນາມ ທຸກຄົນຕ່າງກໍຢາກໃຫ້ປະເທດຕົນ, ຊາດຕົນ ມີທີ່ຕັ້ງບົດບາດຢ່າງເໝາະສົມບົນເວທີສາກົນ. ຂ້າພະເຈົ້າຄິດວ່າ ພັກກອມມູນິດ ຫວຽດນາມ ຕ້ອງປະຕິບັດສິ່ງດັ່ງກ່າວໄດ້ ໝາຍຄວາມວ່າ ຕ້ອງລື່ນກາຍຄວາມມຸ່ງຫວັງສ່ວນຕົວຂອງແຕ່ລະຄອບຄົວ. ສິ່ງທີ່ສຳຄັນທີ່ສຸດແມ່ນ ປະເທດຕົນ, ຊາດຕົນ ຕ້ອງມີທີ່ຕັ້ງບົດບາດໃໝ່ບົນເວທີສາກົນ. ນີ້ແມ່ນສິ່ງ ເຊິ່ງພັກໄດ້ວາງອອກ ແລະ ກອງປະຊຸມໃຫຍ່ຄັ້ງທີ 13 ນີ້ ຈະຕ້ອງປະຕິບັດໃຫ້ໄດ້”.

ຂໍຮຽນທ່ານສາດສະດາຈານ.ປະລິນຍາເອກວິທະຍາສາດ ຫວູມິນຢາງ, ອາດເວົ້າໄດ້ວ່າ ປະຊາຊົນ ຫວຽດນາມ ໝົດທຸກຄົນ ຕ່າງກໍຕັ້ງຄວາມເຊື່ອໝັ້ນຢ່າງໃຫຍ່ຫຼວງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະນຳປະເທດ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາທີ່ຮຸ່ງເຮືອງເຫຼືອງເຫຼື້ອມ. ຂໍຮຽນທ່ານ, ສິ່ງໃດທີ່ສ້າງໃຫ້ມີຄວາມເຊື່ອໝັ້ນດັ່ງກ່າວ?

“ສະຫຼຸບຄືນແມ່ນມີບາງຈຸດຄືແນວນີ້. ທິດນຳຈຸດປະສົງ, ບັນດາການປະພຶດຕົວຈິງ, ອີງໃສ່ວິທະຍາສາດ. ໄລຍະຜ່ານມາ, ພັກໄດ້ປະຕິບັດ 3 ຈຸດໝາຍພື້ນຖານດັ່ງກ່າວສຳເລັດຜົນ. ທີໜຶ່ງ: ນັບແຕ່ກ່ອນມາຮອດປະຈຸບັນ, ທິດນຳຈຸດປະສົງຂອງພັກກອມມູນິດຫວຽດນາມ ແມ່ນຈະແຈ້ງທີ່ສຸດ. ທີສອງ ແມ່ນກວ່າ 90 ປີຜ່ານມາພັກໄດ້ສະຫຼະເພື່ອພາລະກິດປົກປັກຮັກສາເອກະລາດຂອງຊາດ. ສ່ວນສິ່ງທີ່ຈະແຈ້ງແມ່ນ ພວກເຮົາພວມສ້າງຍຸດທະສາດໃໝ່ໃຫ້ແກ່ປະເທດຊາດ. ບັນດາສິ່ງທີ່ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຍົກອອກມາເພື່ອປຶກສາຫາລືຢ່າງກວ້າງຂວາງ ໄດ້ເປັນການສະແດງໃຫ້ເຫັນທິດທາງຢ່າງຈະແຈ້ງນັ້ນບໍ່ແມ່ນເຈດຈຳນົງແຕ່ພຽງຢ່າງດຽວເທົ່ານັ້ນ, ຫາກຍັງອີງໃສ່ວິທະຍາສາດອີກດ້ວຍ. ບັນດາປັດໄຈດັ່ງກ່າວອາດໄດ້ຮັບຖືວ່າແມ່ນພື້ນຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈຂອງທັງຊາດ ເຂົ້າໃນການຊີ້ນຳນຳພາຂອງພັກເວົ້າລວມ ກໍ່ຄືຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ເວົ້າສະເພາະ”.

ຂໍຂອບໃຈທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ ຫວູມິງຢາງ

ກອງປະຊ ມໃຫຍ ຂອງພ ກຄ ງທ 13 ແລະ ຄວາມຄາດຫວ ງພ ດທະນາຂອງຫວຽດນາມ ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ

ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດຖະບານໄດ້ຍົກອອກບັນດາມາດຕະການທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ.

ກອງປະຊ ມໃຫຍ ຂອງພ ກຄ ງທ 13 ແລະ ຄວາມຄາດຫວ ງພ ດທະນາຂອງຫວຽດນາມ ຫວຽດນາມ ສະໜັບສະໜູນປະຊາຊົນໂຊມາເລຍ ໃນຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ

ຍສໝ - ໃນວັນທີ 20 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນການເຈລະຈາບໍ່ເປັນທາງການ ກັບລັດຖະມົນຕີກະຊວງການຕ່າງປະເທດໂຊມາເລຍ, ທ່ານ Mohamed Abdirizik ກ່ຽວກັບຂະບວນການເລືອກຕັ້ງ ແລະ ສະພາບຄວາມໝັ້ນຄົງຢູ່ໂຊມາລີ.

ກອງປະຊ ມໃຫຍ ຂອງພ ກຄ ງທ 13 ແລະ ຄວາມຄາດຫວ ງພ ດທະນາຂອງຫວຽດນາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ພາຍຫຼັງອິນໂດເນເຊຍປະສົບຄວາມເສຍຫາຍຈາກແຜ່ນດິນໄຫວຢ່າງແຮງ ແລະ ອຸບັດຕິເຫດເຮືອບິນຕົກຢູ່ນອກຝັ່ງທະເລຈາກາຕາ.

vovworld.vn

ເຫດການ
302 Found

Found

The document has moved here.