ໃນຕອນເຊົ້າວັນທີ 6 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຢ້ຽມຢາມປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຢູ່ ບ້ານບຸ່ງພ້າວ ແລະ ຫາດໄຊ ເມືອງທຸລະຄົມ ແຂວງວຽງຈັນ.
ປັດຈຸບັນ, ຫລາຍທ້ອງຖິ່ນໃນຂອບເທດທົ່ວປະເທດ ໂດຍສະເພາະ ແມ່ນປະຊາຊົນທີ່ອາໃສຢູ່ຕາມລ້ອງແມ່ນ້ຳຂອງ ແລະ ສາຂາຕ່າງໆ, ລວມທັງແມ່ນ້ຳສາຍຫລັກອື່ນໆ ຍັງສືບຕໍ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢ່າງໜັກໜ່ວງ, ຊຶ່ງໄດ້ສ້າງຄວາມເສຍຫາຍນັບທັງຊີວິດ, ຊັບສິນ ແລະ ເນື້ອທີ່ການຜະລິດຕ່າງໆ.
ຍສໝ - ໃນວັນທີ 18 ສິງຫາ 2018 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດ, ໄດ້ລົງຕິດຕາມກວດກາຄວາມຄືບໜ້າການກໍ່ສ້າງສູນພັກຊົ່ວຄາວ ເພື່ອຮອງຮັບປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື.
ຍສໝ - ໃນວັນທີ 16 ສິງຫາ 2018, ປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມ ຢູ່ ແຂວງຄຳມ່ວນ.
ຍສໝ - ອາທິດທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຕິດຕາມເບິ່ງສະພາບຜົນເສຍຫາຍຕົວຈິງຈາກນ້ຳຖ້ວມທີ່ ເມືອງຈຳພອນ, ເມືອງຊົນນະບູລີ ແລະ ເມືອງວິລະບູລີ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງເມືອງ, ບ້ານ ແລະພໍ່ແມ່ປະຊາຊົນໃນສາມເມືອງດັ່ງກ່າວ.
ບັນດາຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ປຶກສາຫາລື ເພື່ອເລັ່ງຈັດສັນ ແລະ ຟື້ນຟູພື້ນຖານໂຄງລ່າງ ຂອງບ້ານທີ່ຖືກຜົນກະທົບ ຈາກອຸປະຕິເຫດຂອງ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ເມືອງສະໜາມໄຊ ແຂວງອັດຕະປື, ໂດຍສະເພາະທີ່ຢູ່ອາໄສ, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ລະບົບນ້ຳບາດານ, ວັດ, ຫ້ອງນ້ຳ ແລະ ອື່ນໆ.
ທ້າຍທິດທີ່ຜ່ານມາ, ປ້ອມທະຫານຊາຍແດນດ່ານສາກົນນ້ຳກັນ, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບຫ້ອງການພາສີດ່ານສາກົນນ້ຳກັນ ແລະອຳນາດການປົກຄອງຕາແສງນ້ຳກັນ, ເມືອງກີ່ເຊີນ, ແຂວງເງະອານ ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ.
ຍສໝ - ມື້ວານນີ້ ລະດັບນ້ຳເຊບັ້ງໄຟສືບຕໍ່ເພີ່ມສູງຂຶ້ນກາຍເຂດອັນຕະລາຍມີ 309 ບ້ານໃນແຂວງຄຳມ່ວນໄດ້ຮັບຜົນກະທົບ.
ຍສໝ - ຕອນເຊົ້າ 25 ກໍລະກົດ ຢູ່ຕາມໜ້າໜັງສືພິມ ກໍ່ຄື ໂທລະພາບແມ່ນກຳລັງນຳສະເໜີສະພາບຄວາມເປັນໄປ ຂອງສະຖານະການນ້ຳຖ້ວມອັນວິກິດ ຢູ່ ແຂວງອັດຕະປື.
ຍສໝ - 24/7/2018 ທາງການແຂວງອັດຕະປື ເລັ່ງອົບພະຍົກປະຊາຊົນຈາກຫລາຍບ້ານ ຢູ່ເມືອງສະຫນາມໄຊ ມາຢູ່ທີ່ປອດໄພ ດຽວນີ້ຍັງມີປະຊາຊົນອີກຈຳນວນຫລາຍທີ່ຍັງຕິດຢູ່ບ້ານເຮືອນໂຕເອງອອກມາບໍ່ໄດ້ລໍຖ້າການຊ່ວຍເຫລືອຈາກທາງການ.
ຍສໝ - ຕາມການລາຍງານຂອງຫ້ອງການປະຈຳການ ຄະນະຊີ້ນຳສູນກາງກ່ຽວກັບການຕ້ານໄພທຳມະຊາດ ມາຮອດປະຈຸບັນ ວັນທີ 23 ກໍລະກົດ , ຝົນຕົນນ້ຳຖ້ວມເຮັດໃຫ້ມີຜູ້ເສຍຊີວິດແລ້ວ 60ຄົນ, ສູນຫາຍ ແລະ ຖືກບາດເຈັບອີກຫຼາຍຮ້ອຍຄົນ. ແຂວງ ອຽນບ໋າຍແມ່ນທ້ອງຖິ່ນທີ່ຮັບຜົນກະທົບຢ່າງໜັກໜ່ວງແລະຮ້າຍແຮງ ທັງຄົນໂດຍມີຜູ້ເສຍຊີວິດແລ້ວ 11ຄົນ, ສູນຫາຍ 06ຄົນ ແລະ ຖືກບາດເຈັບອີກ 18ຄົນ.