ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື

08:32 | 25/07/2018

ຍ​ສ​ໝ - ຕອນເຊົ້າ 25 ກໍລະກົດ ຢູ່ຕາມໜ້າໜັງສືພິມ ກໍ່ຄື ໂທລະພາບແມ່ນກຳລັງນຳສະເໜີສະພາບຄວາມເປັນໄປ ຂອງສະຖານະການນ້ຳຖ້ວມອັນວິກິດ ຢູ່ ແຂວງອັດຕະປື.

ຕອນ​ບ່າຍ​ມື້​ວານນີ້​ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ທອງ​ລຸນ​ ສີ​ສຸດ​ລິດ ໄດ້​ສັ່ງ​ໂຈະ​ ກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນກໍ​ລະ​ກົດ 2018 ຢ່າງ​ບໍ​່​ມີ​ກຳ​ນົດເພື່ອ, ເດີນທາງລົງໄປແຂວງອັດຕະປື, ເພື່ອຮ່ວມແຮງຮ່ວມຈິດເປັນໜື່ງທົ່ວປວງຊົນລາວທັງຊາດ ຊ່ວຍເຫຼືອປະຊາຊົນຍົກຍ້າຍຈາກບ້ານຫີນລາດ, ບ້ານໃໝ່, ບ້ານສະໝອງ, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານໂຄກກ່ອງ ແລະ ບັນດາບ້ານລຽບຕາມສາຍເຊປຽນ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ.

ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື

​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ລົງ​ພື້ນ​ທີ່​ຜູ້​ປະ​ສົບ​ໄພ.

ຕາມ​ການ​ລາຍ​ງານ​ຂອງ​ພໍ່​ແມ່ນ​ປະ​ຊາ​ຊົນ​ເຂດ ປະ​ສົບ​ໄພ​ນຳ​ຖ້ວມໄດ້​ລາຍ​ງານ​ວ່າ: ມື້​ເຊົ້າ​ນີ້​ທ່ານ​ເຈົ້າ​ແຂວງໆ ອັດ​ຕະ​ປື​ໄດ້​ຊີ້​ນຳ ແລະ ແບ່ງວຽກ​ງານ​ໃນ​ການ​ກູ້​ໄພ ແລະ ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພນ້ຳ​ຖ້ວມ​ແລ້ວ.

ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື

ການ​ນຳ​ແຂວງ​ອັດ​ຕະ​ປື​ຊີ້​ນຳ​ ແລະ ແບ່ງວຽກ​ງານ​ໃນ​ການ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ.

ຕອນ​ຄ່ຳ​ມື້​ວານນີ້ ສຳ​ນັກ​ຂ່າວ​ທົ່ວ​ໂລກ​ໄດ້​ລາຍ​ງານ​ຂ່າວ​ ສະ​ຖານ​ນະ​ການ​ນ້ຳ​ຖ້ວມ​ຢ່າງ​ລຽນ​ຕິດ ຄື: ສຳ​ນັກ​ຂ່າວ Thai, Vietnam, CNN, BBC, China Xinhua News, Arirang News.... ພ້ອມນີ້​ທຸກ​ສຳ​ນັກ​ຂ່າວ​ກໍ່​​ສະ​ແດງ​ຄວາມ​ເສຍ​ໃຈ ແລະ ຂໍ​ເປັນ​ກຳ​ລັງ​ໃຈ​ເຖິງ​ຜູ້​ປະ​ສົບ​ໄພ ແຂວງ​ອັດ​ຕະ​ປື​ຢ່າງ​ຫຼວງ​ຫຼາຍ.

ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື


ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື


ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື


ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື

ກຳ​ລັງ​ປ້ອງ​ກັນ​ປະ​ເທດຂົນ​ສົ່ງ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ເພື່ອ​ແຈກ​ຈ່າຍ​ໃຫ້​ຜູ້​ປະ​ສົບ​ໄພ.



(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.