ແຂ່ງຂັນກ໊ອຟການກຸສົນ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

10:24 | 18/06/2019

ອີງ​ຕາມ​ການ​ຕົກ­ລົງ​ເຫັນ​ດີ​ຂອງ​ສູນ​ກາງ ແຂວງ​ອັດ​ຕະ​ປື ກໍ​ໄດ້​ສົມ­ທົບ​ກັບ​ຄະ­ນະ​ກຳ​ມະ ການ ແລະ ກະຊວງ​ກ່ຽວ­ຂ້ອງ ພ້ອມ​ກັນ​ຈັດ​ຕັ້ງ​ຄະ­ນະ​ກຳ­ມະ­ການ ເພື່ອ​ກະ­ກຽມ​ງານ​ແຂ່ງ­ຂັນ​ກີ​ລາກ໊ອຟ ເພື່ອ​ການ​ກຸສົນ​ຄັ້ງ​ນີ້ ຢ່າງ​ຮີບ​ດ່ວນ ໂດຍ​ງານ​ດັ່ງ­ກ່າວ​ຈະ​ຈັດ​ຂຶ້ນ​ວັນ​ທີ 29 ມິ­ຖຸ­ນາ 2019 ຢູ່​ສະ​ໜາມ​ກ໊ອຟລ່ອງ​ແທງ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ.

ແຂ່ງຂັນກ໊ອຟການກຸສົນ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ແຂ່ງຂັນກ໊ອຟການກຸສົນ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ.

ທ່ານ ອຸ່ນ​ຫຼ້າ ໄຊ​ຍະ​ສິດ ຮອງ​ເຈົ້າ­ແຂວງ​ອັດ​ຕະ​ປື ປະ­ທານ​ສະ­ມາ­ຄົມ​ກີ­ລາ-ກາຍ­ຍະ­ກຳ​ແຂວງ​ອັດຕະ​ປື ແລະ ຄະ­ນະ​ຮັບ​ຜິ​ຊອບ​ກະ­ກຽມ​ວຽກ​ງານ​ຈັດ​ແຂ່ງ­ຂັນ​ກີ​ລາກ໊ອຟ ເພື່ອ​ການ​ກຸ­ສົນຊີງ​ຂັນ​ກຽດ​ຕິຍົດ​ຂອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ສະ­ເພາະ​ກິດ​ໄພ​ບັດ​ລະ­ດັບ​ຊາດຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ອີງ​ຕາມ​ການ​ຕົກ­ລົງ​ເຫັນ​ດີ​ຂອງ​ສູນ​ກາງ ແຂວງ​ອັດ​ຕະ​ປື ກໍ​ໄດ້​ສົມ­ທົບ​ກັບ​ຄະ­ນະ​ກຳ​ມະການ ແລະ ກະ­ຊວງ​ກ່ຽວ­ຂ້ອງ ພ້ອມ​ກັນ​ຈັດ​ຕັ້ງ​ຄະ­ນະ​ກຳ­ມະ­ການ ເພື່ອ​ກະ­ກຽມ​ງານ​ແຂ່ງ­ຂັນ​ກີ​ລາກ໊ອຟ ເພື່ອ​ການ​ກຸ­ສົນ​ຄັ້ງ​ນີ້ ຢ່າງ​ຮີບ​ດ່ວນ ໂດຍ​ງານ​ດັ່ງ­ກ່າວ​ຈະ​ຈັດ​ຂຶ້ນ​ວັນ​ທີ 29 ມິຖຸນາ 2019 ຢູ່​ສະ​ໜາມ​ກ໊ອຟລ່ອງ​ແທງ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ.

ເພື່ອ​ລະ­ດົມ​ແຫຼ່ງ​ທຶນ​ໄປ​ຊ່ວຍ​ໜູນ​ໃນ​ການ​ຟື້ນ​ຟູ ແລະ ການ​ພັດ­ທະ­ນາ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ປະ­ສົບ​ໄພ​ເມືອງ​ສະໜາມ​ໄຊ ແຂວງ​ອັດ​ຕະ​ປື ໃຫ້​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ປັດ­ຈຸ­ບັນ​ຄະ­ນະ​ກຳ​ມະການ​ກະ­ກຽມ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ຮັບ­ຜິດ­ຊອບ​ຮຽບ​ຮ້ອຍ​ແລ້ວ ເປັນ­ຕົ້ນ​​ຄະ­ນະ​ກຳ­ມະ­ການ​ດ້ານ​ເຕັກ­ນິກ ໂດຍ​ໄດ້​ມອບ​ໃຫ້​ສະ​ຫາ​ພັນ​ກີ​ລາກ໊ອຟ​ແຫ່ງ​ຊາດ ເປັນ​ຜູ້​ຮັບ­ຜິດ­ຊອບ​ກະ­ກຽມ ແລະ ຈັດ​ແຂ່ງ ຂັນ ສ່ວນ​ແຂວງ​ອັດ​ຕະ​ປື ໄດ້​ມີ​ການ​ກະ­ກຽມ​ອະ­ນຸ​ກຳ­ມະ­ການ​ເນື້ອ​ໃນພິ­ທີ­ການສະ­ຖານ­ທີ່ ແລະ ການ​ແຂ່ງ­ຂັນ​ຍ້ອງ­ຍໍ.

ການ​ແຂ່ງ­ຂັນ​ຄັ້ງ​ນີ້ ເນັ້ນ​ໃສ່​ເນື້ອ​ໃນ​ການ​ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ແຈ້ງ​ໃຫ້​ສັງ­ຄົມ​ຮັບ​ຊາບ ແລະ ເນື້ອ​ໃນ​ກ່ຽວ​ກັບ​ການ​ກະ­ກຽມ​ຕ່າງໆ ເພື່ອ​ຂໍ​ການ​ອຸ­ປະ­ຖຳ​ໃນ​ການ​ຊ່ວຍ­ເຫຼືອ​ຈາກ​ສັງ­ຄົມ​ປະ­ກອບ­ສ່ວນຈາກ​ນັ້ນ​ກໍ​ໄດ້​ມີ​ການ​ກະ­ກຽມ​ຍ້ອງ­ຍໍ ເພື່ອ​ລະ­ນຶກ​ເປັນ​ກຽດ​ຕິ​ຄຸນ​ໃຫ້​ຜູ້​ທີ່​ປະ­ກອບສ່ວນ​ໃນ​ລະ­ດັບ​ຕ່າງໆ ກະກຽມ​ແຕ່ງ­ຕັ້ງ​ອະ­ນຸ​ກຳ­ມະ­ການ​ເສດ­ຖະ­ກິດ-ການ​ເງິນ ການ​ປຸກ­ລະ­ດົມ​ຕ່າງໆ ເຊິ່ງ​ໄດ້​ເຄື່ອນ​ໄຫວ​ປຸກ​ລະ ດົມ​ການ​ປະກອບ­ສ່ວນ​ຈາກ​ສັງ­ຄົມ​ໃຫ້​ມີ​ຄວາມ​ວ່ອງ­ໄວ ສະ­ດວກ ໂປ່ງ​ໄສ ໂດຍ​ຜ່ານ​ລະ­ບົບ​ທະ­ນາ­ຄານ ແຕ່ງ­ຕັ້ງ​ອະ­ນຸ​ກຳ­ມະ­ການ​ປະ­ຊາ­ສຳ­ພັນ​ລົງ​ໂຄສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ການ​ແຂ່ງ­ຂັນ ເພື່ອ​ລະ­ດົມ​ທຶນ​ໃຫ້​ກວ້າງ­ຂວາງ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຖ້າ​ພາກ­ສ່ວນ​ໃດ​ຢາກ​ປະ­ກອບ­ສ່ວນ ສາ ມາດ​ປະ­ກອບ­ສ່ວນ​ໄດ້​ທີ່​ເລກ​ບັນ­ຊີ 080120001633679001 ຊື່​ບັນ­ຊີ THE CHARTY GOLF FOR SANAMXAY ຫຼື ໂທ​ສອບ​ຖາ​ເພີ່ມ​ຕື່ມ​ທີ່​ເບີ 020 59597891.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.