ຮອງນາຍົກ ລົງກວດກາການກໍ່ສ້າງສູນພັກຊົ່ວຄາວ ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

15:49 | 18/08/2018

ຍສໝ - ໃນວັນທີ 18 ສິງຫາ 2018 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດ, ໄດ້ລົງຕິດຕາມກວດກາຄວາມຄືບໜ້າການກໍ່ສ້າງສູນພັກຊົ່ວຄາວ ເພື່ອຮອງຮັບປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື.

ຮອງນາຍົກ ລົງກວດກາການກໍ່ສ້າງສູນພັກຊົ່ວຄາວ ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳການກໍ່ສ້າງເຮືອນພັກຊົ່ວຄາວໃຫ້ ແກ່ຜູ້ປະສົບໄພ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດ, ໄດ້ລົງຕິດຕາມກວດກາຄວາມຄືບໜ້າການກໍ່ສ້າງສູນພັກຊົ່ວຄາວ ເພື່ອຮອງຮັບປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື ຢູ່ບໍລິເວນເດີ່ນໂຮງຮຽນປະຖົມບ້ານຫາດຍາວ ຫ່າງຈາກເທດສະບານເມືອງ ປະມານ 1 ກິໂລແມັດ. ໂດຍແມ່ນທຶນຂອງບໍລິສັດ ເອັສເຄ(SK) ສ ເກົາຫລີ ແລະ ບໍລິສັດຖືຫຸ້ນ ເຈົ້າຂອງໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ. ເຮືອນພັກຊົ່ວຄາວ ເປັນອາຄານຊັ້ນດຽວ, ໂຄງເຫລັກ, ມຸງດ້ວຍສັງກະສີ, ມີທັງໝົດ 14 ຫລັງ, ຫລັງໜຶ່ງມີ 10 ຫ້ອງ ລວມ 140 ຫ້ອງ, ມາຮອດປັດຈຸບັນສຳເລັດແລ້ວເກືອບ 60% ແລະ ກຳລັງຂຸ້ນຂ້ຽວກໍ່ສ້າງໃຫ້ສຳເລັດໂດຍໄວ.

ຮອງນາຍົກ ລົງກວດກາການກໍ່ສ້າງສູນພັກຊົ່ວຄາວ ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

ທ່ານຮອງນາຍຍົກລັດຖະມົນຕີຖ່າຍຮູບກັບ ບັນດາພະນັກງານທ້ອງຖິ່ນ ແລະ ອົງການຕ່າງປະເທດ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພະນັກງານວິຊາການກໍ່ສ້າງ ໃຫ້ເອົາໃຈໃສ່ໃນການກໍ່ສ້າງໃຫ້ສຳເລັດຕາມແຜນ, ພ້ອມທັງແນະນຳໃນການຕິດຕັ້ງລະບົບໄຟຟ້າ ໃຫ້ຮັບປະກັນຄວາມປອດໄພ ແລະ ຊົມໃຊ້ໄດ້ຍາວນານ, ພ້ອມກັນນີ້ ຕ້ອງມີລະບົບການຮັກສາສິ່ງແວດລ້ອມທີ່ດີ, ບ່ອນຮອງຮັບຂີ້ເຫຍື້ອ ແລະ ອອກແບບເສີມຫ້ອງນ້ຳໃຫ້ມີມາດຕະຖານ, ເນື່ອງຈາກປະຊາຊົນທີ່ຈະເຂົ້າມາພັກມີຈຳນວນຫລາຍເຊິ່ງອາດຈະບໍ່ພຽງພໍຕໍ່ຄວາມຕ້ອງການ. ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມຊີ້ນຳໜ່ວຍກູ້ໄພກອງທັບ ທີ່ເຄື່ອນຍ້າຍກຳລັງພົນອອກມາຕັ້ງຫລັກຊົ່ວຄາວ ຢູ່ກອງບັນຊາການທະຫານເມືອງ ເນື່ອງຈາກເຂດປະສົບໄພຖືກນ້ຳຖ້ວມຮອບສອງ. ພ້ອມນີ້ ໄດ້ສືບຕໍ່ຢ້ຽມຢາມໂຮງໝໍເມືອງສະໜາມໄຊ ເຊິ່ງເຫັນວ່າມີປະຊາຊົນໄປບໍລິການກວດສຸຂະພາບ ແລະ ຮັບການປິ່ນພະຍາດ ຈຳນວນຫລາຍສົມຄວນ. ສະນັ້ນ, ຈຶ່ງຈຳເປັນຕ້ອງໄດ້ນຳທີມແພດ-ໝໍ ຈາກສູນກາງລົງມາເພີ່ມ, ລວມທັງອຸປະກອນການແພດ ແລະ ຢາປົວພະຍາດນຳອີກ ເພື່ອເຝົ້າລະວັງການລະບາດພະຍາດຕ່າງໆ ທີ່ອາດເກີດຂຶ້ນໃນຕໍ່ໜ້າ. ທັງນີ້ແນໃສ່ເຮັດປະຊາຊົນ ແລະ ຜູ້ປະສົບໄພ ເມືອງສະໜາມໄຊ ໄດ້ຮັບການເບິ່ງແຍງ ແລະ ເຂົ້າເຖິງສາທາລະນະສຸກຂັ້ນຕົ້ນເປັນຢ່າງດີ.

ຮອງນາຍົກ ລົງກວດກາການກໍ່ສ້າງສູນພັກຊົ່ວຄາວ ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ (ຊ້າຍສຸດ).

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ໃຫ້ຮູ້ວ່າ: ນອກຈາກການເລັ່ງມືການກໍ່ສ້າງ ສູນພັກຊົ່ວຄາວ ເພື່ອໃຫ້ຊາຊົນຜູ້ຖືກຜົນກະທົບໄດ້ອາໄສຢູ່ໂດຍໄວແລ້ວ ຍັງມີການວາງແຜນຈັດສັນທີ່ຢູ່ອາໄສຖາວອນ ເພື່ອເປັນການຟື້ນຟູຊ່ວຍເຫລືອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນ ທາງພາກສ່ວນກຽວຂ້ອງໄດ້ສຳເລັດການສຳຫລວດພື້ນທີ່ ກໍ່ສ້າງທີ່ຢູ່ອາໄສແບບຖາວອນ ແລະ ໄດ້ກຽມການບຸກເບີກ ແຕ່ໄລຍະນີ້ສະພາບດິນຟ້າອາກາດບໍ່ອຳນວຍ ເພາະເປັນລະດູຝົນ, ພາຫະນະກົນຈັກບໍ່ສາມາດເຂົ້າມາໄດ້ ຈຶ່ງໄດ້ແກ່ຍາວໄປຕື່ມອີກ. ຢ່າງໃດກໍຕາມ ເມື່ອອາກາດອຳນວຍ ການກໍ່ສ້າງເຮືອນພັກຊົ່ວຄາວ, ການບຸກເບີກພື້ນທີ່, ການປັບປຸງສອ້ມແປງເສັ້ນທາງ, ການຊອກຄົ້ນຜູ້ສູນຫາຍ ແລະ ອື່ນໆ ກໍຈະດຳເນີນຢ່າງເຄັ່ງຮອນຕໍ່ໄປ. ເພື່ອໃຫ້ປະຊາຊົນຜູ້ປະສົບໄພ ໄດ້ເຄື່ອນຍ້າຍອອກຈາກສະຖານທີ່ຕ່າງໆ ຢູ່ເມືອງສະໜາມໄຊ ເນື່ອງຈາກສູນພັກຊົ່ວຄາວຫລາຍແຫ່ງ ຕັ້ງຢູ່ໂຮງຮຽນ ແລະ ສະຖານທີ່ສາທາລະນະ ເຊິ່ງໃນຂະນະນີ້ແມ່ນຮອດໄລຍະການກະກຽມເປີດສົກຮຽນໃໝ່.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.