ສະຖານະການນ້ຳຖ້ວມຢູ່ແຂວງຄຳມ່ວນ

14:55 | 01/08/2018

ຍສໝ - ມື້ວານນີ້ ລະດັບນ້ຳເຊບັ້ງໄຟສືບຕໍ່ເພີ່ມສູງຂຶ້ນກາຍເຂດອັນຕະລາຍມີ 309 ບ້ານໃນແຂວງຄຳມ່ວນໄດ້ຮັບຜົນກະທົບ.

ເຊິ່ງລ້າສຸດໃນວັນທີ 01 ສິງຫາ ລະດັບນ້ຳວັດແທກໄດ້ 17,42 ແມັດ, ເພີ່ມຂຶ້ນຈາກວັນທີ 31 ກໍລະກົດ ທີ່ຜ່ານມາ 20 ຊັງຕີແມັດ ເຮັດໃຫ້ບັນດາບ້ານທີ່ຢູ່ຕາມແຄມແມ່ນ້ຳເຊບັ້ງໄຟ ແລະ ສາຍນ້ຳອຸລາທີ່ເປັນສາຂາໄດ້ຮັບຜົນກະທົກໜັກໂດຍສະເພາະແມ່ນ: ບ້ານນາຮີ, ນາທານ, ບ້ານເວີນ, ອີລານ, ບ້ານດ້າງ, ສົມສະໜຸກ, ນາກຽວ, ມະຫາໄຊ, ໂພວາ, ແກ້ງສະຫວ່າງ, ໂພນຄຳ, ໂພນສະອາດ, ຜານາງ, ຄຳເຟືອງ ແລະ ບ້ານປົ່ງ ທີ່ໄດ້ຮັບຜົນກະທົບຈາກແມ່ນ້ຳເຊບັ້ງໄຟ ແລະ ບ້ານທີ່ໄດ້ຮັບຜົນກະທົບຈາກສາຍນ້ຳອຸລາປະກອບມີ: ບ້ານໝັ້ນ, ໂພນເມືອງ, ໂພນເຫຼັກ, ໂພນແດງ, ທົ່ງກວ້າງ, ສ້າງພອກ, ກວນຕັນ, ໂພນໄຊ, ບ້ານຊອງ, ຜາກິ່ວ, ນາຈານ ແລະ ບ້ານຜາແຄນ. ເຊິ່ງມີບ້ານທີ່ໄດ້ຮັບຜົນກະທົບແລ້ວຈຳນວນ 56 ບ້ານ ແລະ ເນື້ອທີ່ນາຖືກຖ້ວມຈຳນວນ 3.712 ເຮັກຕາ. ລວມຍອດການບໍລິຈາກຊ່ວຍເຫຼືອບັນເທົາທຸກ ຮອດວັນທີ 31 ກໍລະກົດ ລວມມີມູນຄ່າທັງໝົດ 657 ລ້ານກວ່າກີບ. ໃນນີ້ມີເງິນສົດຈຳນວນ 37 ລ້ານກີບ.

ສະຖານະການນ້ຳຖ້ວມຢູ່ແຂວງຄຳມ່ວນ

ພາບເບິ່ງຈາກມຸມສູງ ເຂດນຳ້ຖ້ວມ ແຂວງ ຄຳມ່ວນ.

ສະ​ພາ​ບ​ການຫລ້າ​ສຸດ​ຈາກ​ ຄະນະ​ກຳມະການ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ໄພພິບັດ​ຂັ້ນ​ແຂວງ ​ໃຫ້​ຮູ້​ວ່າ: ປັດຈຸບັນ​ມີ 300 ກວ່າ​ບ້ານ​ໃນ​ທົ່ວ​ແຂວງ​ຄຳ​ມ່ວນ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ໄພ​ນ້ຳຖ້ວມ ມີ 13.589 ຄອບຄົວ​ພົບ​ຄວາມ​ຫຍຸ້ງຍາກ​ຫລາຍ, ​ເນື້ອທີ່​ນາປີ 25.049 ​ເຮັກຕາ​ຈົມ​ຢູ່​ໃນ​ພື້ນນ້ຳ, ຫລາຍ​ເຂດ​ບໍ່​ມີ​ໄຟຟ້າ​ໃຊ້, ​ເສັ້ນທາງ​ຖືກ​ຕັດຂາດ​ຫລາຍ​ຈຸດ ​ແລະ ສັດລ້ຽງ​ປະ​ເພດ​ງົວ, ຄວາຍ, ​ແບ້, ໝູ ​ແລະ ສັດ​ປີກ​ຈຳນວນ​ຫລາຍ​ຖືກ​ສູນ​ເສຍ, ​ໃນ​ນັ້ນ​ເມືອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ກວ່າ​ໝູ່ ຄື​ເມືອງ​ບົວລະພາ​ມີ 41 ບ້ານ, ​ເມືອງໜອງ​ບົກ 51 ບ້ານ, ​ເມືອງ​ຫີນ​ບູນ 36 ບ້ານ, ​ເມືອງ​ເຊບັ້ງ​ໄຟ 35 ບ້ານ, ​ເມືອງ​ມະຫາ​ໄຊ 40 ບ້ານ, ​ເມືອງ​ຍົມ​ມະ​ລາດ 22 ບ້ານ, ​ເມືອງ​ທ່າ​ແຂກ 38 ບ້ານ, ​ເມືອງ​ໄຊ​ບົວທອງ 27 ບ້ານ, ​ເມືອງ​ຄູນ​ຄຳ 17 ບ້ານ ​ແລະ ​ເມືອງ​ນາ​ກາຍ​ມີ​ຈຳນວນ 2 ບ້ານ.

ຄະນະ​ກຳມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ຂັ້ນ​ແຂວງ​ ​ໃຫ້​ຮູ້​ຕື່ມ​ວ່າ: ສຳລັບ​ຄວາມ​ຕ້ອງການ​ໃນ​ການ​ຊ່ວຍ​ເຫລືອ ປັດຈຸບັນ​ສ່ວນ​ໃຫຍ່​ແມ່ນ​ປະ​ເພດ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ, ​ເຮືອຈັກ ​ແລະ ນ້ຳດື່ມ. ສ່ວນ​ລະດັບ​ນ້ຳຂອງ​ຢູ່​ເມືອງ​ທ່າ​ແຂກ ​ໃນ​ວັນ​ທີ 30 ກໍລະກົດ ວັດ​ແທກ​ໄດ້ 12,60 ​ແມັດ, ​ເຂດ​ອັນຕະລາຍ​ແມ່ນ 14,00 ​ແມັດ, ລະດັບນ້ຳ​ເຊບັ້ງ​ໄຟ​ຢູ່​ທີ່​ບ້ານ​ໂພ​ວາ ​ເມືອງ​ມະຫາ​ໄຊ ວັດ​ແທກ​ໄດ້ 16,78 ​ແມັດ ​ເກີນ​ເຂດ​ອັນຕະລາຍ​ແລ້ວ 1,78 ​ແມັດ, ນ້ຳ​ເຊບັ້ງ​ໄຟ ຈຸດ​ບ້ານ​ຂົວ​ເຊ​ແທກ​ໄດ້ 21,60 ​ແມັດ ​ເກີນ​ເຂດ​ອັນຕະລາຍ​ກວ່າ 3 ​ແມັດ, ຢູ່​ບ້ານ​ໄຮ່​ຜາ​ວຽງ ​ເມືອງ​ຍົມ​ມະ​ລາດ ວັດ​ແທກ​ໄດ້ 14,52 ​ແມັດ ​ເກີນ​ເຂດ​ອັນຕະລາຍ 1,52 ​ແມັດ ​ແລະ ລະດັບ​ນ້ຳ​ເຊບັ້ງ​ໄຟ ຢູ່​ບ້ານ​ຊອກ​ເບາະ ​ເມືອງ​ໜອງ​ບົກ.

ກ່ອນ​ໜ້າ​ນີ້ ຄະນະຄວບຄຸມໄພພິບັດຂັ້ນແຂວງຄຳມ່ວນໃຫ້ຮູ້ວ່າ ໃນວັນທີ 28 ກໍລະກົດນີ້ ທົ່ວແຂວງຄຳມ່ວນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມແລ້ວ 10 ເມືອງ, ມີ 297 ບ້ານ, 13,589 ຄອບຄົວ ແລະ ເນື້ອທີ່ນາຖືກຖ້ວມແລ້ວ 21,680 ເຮັກຕາ.

ໃນນັ້ນເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນເມືອງບົວລະພາ ຈຳນວນບ້ານທີ່ຖືກກະທົບ 40 ບ້ານ, ເນື້ອທີ່ນາຖືກຖ້ວມ 5,166 ເຮັກຕາ ຮອງລົງມາແມ່ນເມືອງໜອງບົກ ມີ 46 ບ້ານ, ເນື້ອທີ່ນາຖືກຖ້ວມ 3,239 ເຮັກຕາ, ເມືອງເຊບັ້ງໄຟ 35 ບ້ານ, ເນື້ອທີ່ນາຖືກຖ້ວມ 3,11 ເຮັກຕາ ແລະ ເມືອງທີ່ຍັງຖືກກະທົບໜ້ອຍຄືເມືອງນາກາຍມີ 2 ບ້ານ ແລະ ເນື້ອທີ່ນາຖືກຖ້ວມ 18 ເຮັກຕາ.

ນອກນີ້ເນື້ອທີ່ນາປີ ເມືອງບົວລະພາ 90% ຖືກນໍ້າຖ້ວມ ປະຊາຊົນ 4.400 ຄອບຄົວໄດ້ຮັບຜົນກະທົບ. ເນື່ອງຈາກສະພາບຝົນຕົກໜັກຕິຕໍ່ກັນຫຼາຍວັນ ບັນດາສາຍນໍ້າທີ່ເປັນສາຂາໄຫຼລົງສົມທົບກັບແມ່ນໍ້າເຊບັ້ງໄຟ ເຮັດໃຫ້ ລະດັບໃນແມ່ນໍ້າເຊບັ້ງໄຟເພີ່ມສູງຂຶ້ນເລື້ອຍໆ ແລະ ໄດ້ລົ້ນຝັ່ງໄຫຼເຂົ້າຖ້ວມເນື້ອທີ່ນາ, ເຮືອນຊານຂອງປະຊາຊົນ ເລີ່ມແຕ່ວັນທີ 21 ກໍລະກົດ ເປັນຕົ້ນມາ.

ເຊິ່ງມາຮອດປະຈຸບັນມີຈຳນວນບ້ານທີ່ໄດ້ຮັບຜົນກະທົບແລ້ວ 41 ບ້ານ ແລະ ເນື້ອທີ່ນາຈຳນວນ 5.698 ເຮັກຕາ ກວມເອົາ 90,66% ຂອງຈຳນວນເນື້ອທີ່ນາໃນທົ່ວເມືອງ, ມີຈຳນວນ 4.403 ຄອບຄົວທີ່ໄດ້ຮັບຜົນກະທົບ. ນອກນັ້ນຍັງມີລະບົບໄຟຟ້າ, ໂຮງຮຽນ, ສຸກສາລາ ແລະ ເສັ້ນທາງຖືກຕັດຂາດ, ການສັນຈອນໄປມາລະຫວ່າງ ແຂວງໄປຫາເມືອງແມ່ນສັນຈອນໄດ້ແຕ່ທາງເຮືອເທົ່ານັ້ນ. ສຳລັບບ້ານທີ່ຖືກຜົນກະທົບ ຫຼາຍກວ່າໝູ່ສ່ວນໃຫຍ່ແມ່ນຕັ້ງຢູ່ຕາມແຄມແມ່ນໍ້າເຊບັ້ງໄຟ ແລະ ສາຍນໍ້າທີ່ເປັນສາຂາເຊັ່ນ: ນໍ້າພະນັງ, ນໍ້າອິນ, ນໍ້າງໍ. ສ່ວນວ່າຜົນເສຍຫາຍແມ່ນຍັງບໍ່ສາມາດປະເມີນໄດ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.