ຫລາຍແຂວງໃນທົ່ວປະເທດ ຍັງຄົງໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢ່າງໜັກໜ່ວງ

09:05 | 06/09/2018

ປັດຈຸບັນ, ຫລາຍທ້ອງຖິ່ນໃນຂອບເທດທົ່ວປະເທດ ໂດຍສະເພາະ ແມ່ນປະຊາຊົນທີ່ອາໃສຢູ່ຕາມລ້ອງແມ່ນ້ຳຂອງ ແລະ ສາຂາຕ່າງໆ, ລວມທັງແມ່ນ້ຳສາຍຫລັກອື່ນໆ ຍັງສືບຕໍ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢ່າງໜັກໜ່ວງ, ຊຶ່ງໄດ້ສ້າງຄວາມເສຍຫາຍນັບທັງຊີວິດ, ຊັບສິນ ແລະ ເນື້ອທີ່ການຜະລິດຕ່າງໆ.

ຫລາຍແຂວງໃນທົ່ວປະເທດ ຍັງຄົງໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢ່າງໜັກໜ່ວງ

ສະພາບການນຳ້ຖ້ວມໃນຫຼາຍທ້ອງຖິ່ນຂອງລາວ.

ສະເພາະຢູ່ນະຄອນຫລວງວຽງຈັນ, ໂດຍເລີ່ມແຕ່ວັນ 19 ສິງຫາ ຫາ 3 ກັນຍາ 2018 ມີທັງໝົດ 6 ເມືອງ ຄື: ສີໂຄດຕະບອງ, ປາກງື່ມ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ ແລະ ເມືອງສັງທອງ ລວມມີ 3.200 ກວ່າຄອບຄົວ ທີ່ໄດ້ຮັບຜົນກະທົບ ແລະ 1.200 ກວ່າຄອບຄົວ ໄດ້ຮັບການຍົກຍ້າຍ. ເນື້ອທີ່ການຜະລິດ ໄດ້ຮັບຄວາມເສຍຫາຍປະກອບມີ: ນາເຂົ້າ 4.800 ກວ່າເຮັກຕາ, ພືດຜັກ 583 ເຮັກຕາ, ສາລີ 431 ເຮັກຕາ, ມັນຕົ້ນ 410 ເຮັກຕາ, ໜອງປາ 288, ສວຍກ້ວຍ 254 ເຮັກຕາ, ຄັງ 91 ເຮັກຕາ, ທົ່ງຫຍ້າພັນ 65 ເຮັກຕາ ແລະ ໄມ້ກິນໝາກ 65 ເຮັກຕາ. ໃນຂະນະດຽວກັນ ໃນວັນທີ 4-5 ກັນຍາ 2018, ເຂື່ອນໄຟຟ້ານໍ້າງື່ມ 1 ຍັງສືບຕໍ່ປ່ອຍນ້ຳ ຈາກອ່າງ ຜ່ານປະຕູນ້ຳລົ້ນຢ່າງຕໍ່ເນື່ອງ ເພື່ອ ຮັກສາລະດັບນ້ຳໃນອ່າງ.

ຫລາຍແຂວງໃນທົ່ວປະເທດ ຍັງຄົງໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢ່າງໜັກໜ່ວງ

ນຳ້ຖ້ວມເສັ້ນທາງເລກທີ 13ໃຕ້.

ໃນວັນທີ 4 ກັນຍາ 2018, ໄດ້ມີນ້ຳຖ້ວມຕາມເສັ້ນທາງຫລວງແຫ່ງຊາດ 13 ໃຕ້ ເຂດເມືອງທ່າພະບາດ ແຂວງ ບໍລິຄຳໄຊ ໃນເວລາ 9:00- 11:00, ຊຶ່ງປະກອບ ມີ: ຈຸດກິໂລແມັດ 95, ຄວາມຍາວ 500 ແມັດ ແລະ ຄວາມເລິກ 70-90 ຊັງຕີມັດ, ຈຸດກິໂລແມັດ 96, ຄວາມຍາວ 300 ແມັດ, ຄວາມເລິກ 60-80 ຊັງຕີແມັດ, ຈຸດກິໂລແມັດ 102, ຄວາມຍາວ 3,8 ກິໂລແມັດ, ຄວາມເລິກ 30 ຊັງຕີແມັດ, ຈຸດກິໂລແມັດ 110, ຄວາມຍາວ 222 ແມັດ, ຄວາມເລິກ 30 ຊັງຕີແມັດ ແລະ ຈຸດກິໂລແມັດ 134, ຄວາມຍາວ 200 ແມັດ, ຄວາມເລິກ 70 ຊັງຕີແມັດ, ຊຶ່ງລວມລວງຍາວທັງໝົດແມ່ນ 5 ກວ່າກິໂລແມັດ.

ແຂວງຫລວງພະບາງ ມີ 9 ເມືອງ ມີ ນະຄອນຫລວງພະບາງ, ຊຽງເງິນ, ພູຄູນ, ປາກແຊງ, ນໍ້າບາກ, ຈອມເພັດ, ງອຍ, ນານ ແລະ ເມືອງໄພນໄຊ ລວມມີ 58 ບ້ານ, 916 ຄອບຄົວ ໄດ້ຮັບຜົນກະທົບຈາກໄພນໍ້າຖວ້ມ ແລະ ດິນເຊາະເຈື່ອນ ທັບຖົມເຮືອນຂອງປະຊາຊົນ ໃນນັ້ນ ມີປະຊາຊົນເສຍຊີວິດຈຳນວນ 6 ຄົນ. ນອກຈາກນັ້ນ, ຍັງໄດ້ມີນໍ້າປ່າໄຫລຊຸ ແລະ ມີດິນເຈື່ອນຖົມເຮືອນປະຊາຊົນ 45 ຫລັງຄາ, ເສຍຫາຍໜັກ 15 ຫລັງຄາ ຢູ່ 7 ບ້ານ ຂອງເມືອງວຽງຄຳ, ແຂວງ ຫລວງພະບາງ. ປັດຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນ ແມ່ນມີຄວາມຫຍຸ້ງຍາກດ້ານທີ່ພັກອາໄສ, ການສັນຈອນໄປ-ມາ ບໍ່ສະດວກ, ຂາດແຄນນໍ້າດື່ມ-ນໍ້າໃຊ້ ແລະ ສັນຍານໂທລະສັບໃນການຕິດຕໍ່ສື່ສານ.

ຢູ່ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ ມີເສັ້ນທາງຈຳນວນ 6 ເສັ້ນ ແລະ ໄດ້ຮັບກະທົບ ມີ ເສັ້ນທາງແຕ່ບ້ານນາຄອມທົ່ງ ຫາບ້ານໜອງພັງ 5,3 ກິໂລແມັດ ແລະ ຂົວໄມ້ 2 ແຫ່ງ ຖືກຕັດຂາດ, ຊຶ່ງປັດຈຸບັນ ແມ່ນຍັງບໍ່ສາມາດທຽວໄດ້; ເສັ້ນທາງບ້ານນາຄອມນອກ ຫາ ບ້ານສົ້ມ 10,9 ກິໂລແມັດ ແລະ ຂົວໄມ້ 2 ແຫ່ງ; ເສັ້ນທາງແຕ່ບ້ານໜອງບອນ ຫາ ບ້ານນາພອກ 11 ກິໂລ ແມັດ; ເສັ້ນທາງແຕ່ບ້ານນາພອກ ຫາ ບ້ານນ້ຳພຸ 9,2 ກິໂລແມັດ; ເສັ້ນທາງແຕ່ບ້ານໂຄກແກ້ງແຄນ ຫາ ບ້ານແກ້ງ ກະສິ 9,7 ກິໂລແມັດ ແລະ ເສັ້ນທາງບ້ານນາບຶງ ຫາ ບ້ານສັງ 3 ກິໂລແມັດ ລວມມູນຄ່າ ເສຍຫາຍ ທັງໝົດ 3 ຕື້ກວ່າກີບ.

ຈາກສະພາບຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ເຮັດໃຫ້ນ້ຳຢຶດເພີ່ມຂຶ້ນຢ່າງໄວວາ ແລະ ໄຫລຊຸເອົາເຮືອນຂອງປະຊາຊົນ ທີ່ຢູ່ບໍລິເວນໃກ້ຄຽງຕາມສາຍນ້ຳຢືດ ຢູ່ບ້ານ ເມືອງຢືດ, ເມືອງ ຊຳເໜືອ ແຂວງ ຫົວພັນ ໄດ້ຮັບຜົນເສຍຫາຍ 74 ຫລັງຄາ. ນອກນັ້ນ, ຍັງມີເນື້ອທີ່ການຜະລິດ ແລະ ຊັບສິນເຊັ່ນ: ລົດໄຖນາ 19 ຄັນ, ໂຮງສີເຂົ້າ 36 ເຄື່ອງ, ຈັກຟາດເຂົ້າ 14 ເຄື່ອງ, ລົດຈັກ 32 ຄັນ ແລະ ເຄື່ອງໃຊ້ສອຍອື່ນໆ. ໃນຂະນະດຽວກັນ, ຫລາຍຄອບຄົວຢູ່ ບ້ານ ພຽງໃໝ່ ເມືອງ ຊຳໃຕ້ ແລະ 29 ບ້ານ ຢູ່ເທດສະບານແຂວງ ຫົວພັນ ກໍໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ເຊັ່ນດຽວກັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.