ນ້ຳຖ້ວມໜັກ​ເປັນ​ປະ​ຫວັດ​ຕິ​ການ ​ຢູ່ ແຂວງ​ອັດ​ຕະ​ປື

10:54 | 24/07/2018

ຍ​ສ​ໝ - 24/7/2018 ທາງການແຂວງອັດຕະປື ເລັ່ງອົບພະຍົກປະຊາຊົນຈາກຫລາຍບ້ານ ຢູ່ເມືອງສະຫນາມໄຊ ມາຢູ່ທີ່ປອດໄພ ດຽວນີ້ຍັງມີປະຊາຊົນອີກຈຳນວນຫລາຍທີ່ຍັງຕິດຢູ່ບ້ານເຮືອນໂຕເອງອອກມາບໍ່ໄດ້ລໍຖ້າການຊ່ວຍເຫລືອຈາກທາງການ.

ນ້ຳຖ້ວມໜັກ​ເປັນ​ປະ​ຫວັດ​ຕິ​ການ ​ຢູ່ ແຂວງ​ອັດ​ຕະ​ປື

ພາບ​ປະ​ກອບເຂື່ອນ​ເຊ​ນ້ຳ​ນ້ອຍ.

ເຊິ່ງຈາກສະຖານະການທີ່ມີການລາຍງານຜ່ານສື່ສັງຄົມອອນລາຍວ່າເຂື່ອນແຕກນັ້ນ, ແມ່ນສັນອ່າງເກັບນ້ຳຂອງເຂື່ອນເຊນ້ຳນ້ອຍ ທີ່ມີເນື້ອທີ່ອ້າງກວ້າງທີ່ສຸດໃນບັນດາເຂື່ອນທີ່ຢູ່ລວມກັນ ນັ້ນກໍ່ຄື: 522 ຕາລາງກິໂລແມັດ ແລະ ທາງເຈົ້າຂອງໂຄງການໄດ້ຄາດປະລິມານນ້ຳໄວ້ທີ 5,000 ລ້ານໂຕນ ເຊິ່ງມວນນ້ຳດັ່ງກ່າວຈະໄຫຼລົງສູ່ນ້ຳເຊປຽນ ໂດຍບ້ານທີ່ຢູ່ໃກ້ແຄມນ້ຳເຊປຽນ ແລະ ໃກ້ເຂື່ອນທີ່ສຸດແມ່ນບ້ານໃໝ່,​ ບ້ານຫິນລາດ, ບ້ານສະໜອງໃຕ້, ບ້ານທ່າແສງຈັນ, ບ້ານຕະໝໍຍອດ, ບ້ານທ່າຫິນໃຕ້, ບ້ານທ່າບົກ ແລະ ບ້ານມ່ວງ ເມືອງສະໜາມໄຊ ແຂວງອັດຕະປື.

ນ້ຳຖ້ວມໜັກ​ເປັນ​ປະ​ຫວັດ​ຕິ​ການ ​ຢູ່ ແຂວງ​ອັດ​ຕະ​ປື

ປະ​ຊາ​ຊົນ​ໄດ້​ຮັບ​ການ​ອົບ​ພະ​ຍົບ​ຈາກ​ເຂດ​ນ້ຳ​ຖ້ວມ.

ປະ​ຈຸ​ບັນເຈົ້າໜ້າທີ່ກ່ຽວຂ້ອງກຳລັງຂຸ້ນຂ້ຽວຊວ່ຍປະຊາຊົນທີ່ຕິດຄ້າງຕາມຕົ້ນໄມ້, ຕາມຫຼັງຄາເຮືອນ, ມີເຮືອນຊານບ້ານຊອ່ງໄຫຼໄປນຳນ້ຳເປັນຈຳນວນຫຼາຍ ທາງພາກສ່ວນກ່ຽວຂ້ອງຄາດຄະເນວ່າມີຫຼາຍຮອ້ຍຄົນສູນຫາຍ (ໄຫຼໄປຕາມນ້ຳ) ສະເພາະບ້ານໃໝ່ ມີເກືອບ 50 ຄົນສູນຫາຍ (ເມືອງສະໜາມໄຊ ແຂວງອັດຕະປື).

ນອກຈາກນີ້ທາງການ ແຂວງອັດຕະປື ໄດ້ລາຍງານວ່າລະດັບ ນ້ຳເຊປຽນ ທີ່ວັດແທກຢູ່ບ້ານເວີນແຄນ ສູງເຖິງ 15 ແມັດ ແລະ ໄດ້ໄຫຼເຂົ້າຖ້ວມບັນດາບ້ານດັ່ງກ່າວສູງເຖິງລະດັບຫຼັງຄາເຮືອນແລ້ວ ໃນວັນທີ 24/7/2018 ນີ້

ກ່ອນ​ໜ້ານີ້ ໃນວັນທີ 23/7/2018 ທີ່ຜ່ານມາ ຕອນ​ທີ່​ນ້ຳ​ໄຫຼ​ລົ້ນ​ເຂື່ອນ​ອອກ​ມາ ປະມານ 22:30 ນາທີ ເປັນຕອນກາງຄືນ ຊາວບ້ານບາງຄົນກໍ່ຫນີນ້ຳບໍ່ທັນ ແລ້ວຖືກນ້ຳພັດໄປ ຈາກຝົນທີ່ຕົກຫນັກ ມາໄລຍະ 4 ຫາ 5ວັນ ເຮັດໃຫ້ນ້ຳລົ້ນເຂື່ອນ, ເຂື່ອນລະບາຍນ້ຳອອກບໍ່ທັນ ເຮັດໃຫ້ສັນເຂື່ອນ ບາງຈຸດແຕກ ແຕ່ນ້ຳທີ່ໄຫລອອກມາມີຈຳນວນຫລາຍ ເຮັດໃຫ້ການອົບພະຍົບບໍ່ທັນ ຈາກການສັນນິຖານ ອາດມີຜູ້ສູນຫາຍຫລາຍຮ້ອຍຄົນ ເຄື່ອງປູກຂອງຝັງ ໄຮ່ນາ ໄດ້ຮັບຄວາມເສຍຫາຍຫນັກ ສັດລ້ຽງກະສິກຳຖືກນ້ຳພັດໄປ ເຮືອນຊານບ້ານຊ່ອງປະຊາຊົນ ຖືກນ້ຳຖ້ວມ ໄດ້ຮັບຄວາມເສຍຫາຍ ປະເມີນຄວາມເສຍຫາຍແລ້ວແມ່ນຫນັກພໍສົມຄວນ.

ປະ​ຈຸ​ບັນ​ທາງ​ເຈົ້າ​ໜ້າ​ທີ່ ອ​ຳ​ນາດ​ການ​ປົກ​ຄອງ​, ທະ​ຫານ, ຕຳ​ຫຼວດ ແລະ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ທຸກ​ຂັ້ນ​ໄດ້​ລະ​ດົມ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ຊ່ວຍ ພໍ່​ແມ່​ປະ​ຊາ​ຊົນ​ ທີ່​ກຳ​ລັງ​ປະ​ສົບ​ໄພ ແລະ ກຳ​ລັງ​ລໍ​ຖ້າ​ການ​ຊ່ວຍ​ເຫຼືອ.

ປະ​ມວນ​ພາບ​ຂອງ​ອຸ​ທົກ​ກະ​ໄພ​ ແລະ ການ​ຊ່ວຍ​ເຫຼືອ​ຂອງ​ເຈົ້າ​ໜ້າ​ທີ່​ທຸກ​ຂັ້ນ​ທີ່​ກ່ຽວ​ຂ້ອງ.

ປະ​ຈຸ​ບັນ​ມີ​ການ​ລາຍ​ງານ​ຢ່າງ​ບໍ​ເປັນ​ທາງ​ການ​ວ່າ​ມີ​ຜູ້​ສູນ​ຫາຍ​ແລ້ວ​ຫຼາຍ​ກວ່າ 50 ຄົນ.

ສຳລັບຜູ້ທີ່ປະສົງຢາກປະກອບສ່ວນໃນການແກ້ໄຂບັນເທົາທຸກໃນຄັ້ງນີ້ສາມາດປະກອບສ່ວນດ້ວຍຕົນເອງ ຫຼື ປະສານໄປຍັງຫ້ອງວ່າການແຂວງ ໃນນາມກອງເລຂາຄະນະຮັບຜິດຊອບແກ້ໄຂສະພາບສຸກເສີນ (ສຳນັກງານຫ້ອງວ່າການແຂວງ ຕຶກ 5 ຊັ້ນ) ນັບແຕ່ເວລານີ້ເປັນຕົ້ນໄປ ໂທ: 020 5554-3255, 020 5553-6888 ແລະ 020 9109-8888.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.