ຍສໝ - ວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ສະຖານທູດ ສປປ. ເກົາຫຼີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີງານລ້ຽງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສສ ຫວຽດນາມ ແລະ ສປປ. ເກົາຫຼີ (31 ມັງກອນ 1950 – 31 ມັງກອນ 2025).
ວັນທີ 4 ກຸມພາ 2025, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ບຸ່ຍເລຖາຍ ໄດ້ແລກປ່ຽນກັບນັກການທູດສຳນັກວາຕີກັງ, ທ່ານ Michael W BANACH - ຫົວໜ້າຄະນະການທູດ ປະຈຳ ຮົງກາລີ ກ່ຽວກັບການພົວພັນ ຫວຽດນາມ - ຮົງກາລີ, ຫວຽດນາມ - ວາຕີກັງ ແລະ ສົມທົບກັນເຄື່ອນໄຫວໃນຂອບເຂດຂອງຄະນະການທູດ ປະຈຳ ຮົງກາລີ.
ຍສໝ - ໃນໂອກາດວັນພັກປີໃໝ່ປະຈຳຊາດຫວຽດນາມ 2025, ການເຄື່ອນໄຫວທ່ອງທ່ຽວໃນທົ່ວປະເທດໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ຄຶກຄັກຢູ່ເກືອບທຸກສະຖານທີ່ໃນທົ່ວປະເທດ ດ້ວຍຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມສໍາຜັດປະສົບການຕົວຈິງ.
ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ພົບປະແລກປ່ຽນ ແລະ ພັດທະນາທັກສະຊາວໜຸ່ມໃນຍຸກດີຈີຕອນ.
ຍສໝ - ໃນລະຫວ່າງວັນທີ 3-5 ກຸມພາ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໄປຢ້ຽມຢາມນິວຊີແລນ ຕາມລາຍການ “ແຂກເຊື້ອເຊີນອາຊຽນ ຂອງນາຍົກລັດຖະມົນຕີນິວຊີແລນ”.
ຍສໝ - ອີງຕາມຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງບັກຢາງ ແລະອໍານາດການປົກຄອງແຂວງໄຊສົມບູນ ໄລຍະ 2021-2025, ອີງຕາມຂໍ້ສະເໜີຂອງແຂວງໄຊສົມບູນ ແລະໃບສະເໜີຂອງພະແນກການຕ່າງປະເທດ. ປີ 2025, ຄະນະກຳມະການປະຊາຊົນແຂວງບັກຢາງ ຈະຈັດສົ່ງຄູສອນອາສາສະໝັກ 1 ຄົນໄປສອນພາສາຫວຽດນາມ ໃຫ້ພະນັກງານ, ລັດຖະກອນຢູ່ແຂວງໄຊສົມບູນ ໃນໄລຍະ 3 ເດືອນ.
ໃນຂະບວນການນີ້, ສູນກາງນຳໜ້າໃນການປະຕິບັດ, ສ້າງແບບຢ່າງເພື່ອໃຫ້ທ້ອງຖິ່ນສັງເກດ, ຮໍ່າຮຽນ ແລະຜັນຂະຫຍາຍ, ສ້າງກຳລັງໜູນສໍາຄັນຊ່ວຍຫວຽດນາມ ສືບຕໍ່ນຳພາກິດຈະການປ່ຽນແປງໃໝ່, ຮັບປະກັນຄວາມໄວຂອງການພັດທະນາ ແລະກ້າວໜ້າຢ່າງໝັ້ນຄົງໃນຊຸມປີຕໍ່ໜ້າ. ນີ້ແມ່ນຂໍ້ສັງເກດຂອງການນຳຂັ້ນສູງ ແລະນັກຄຸ້ມຄອງລາວ ໃນການສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ນະຄອນຫຼວງວຽງຈັນ.
ຍສໝ - ການນຳ ສປຊ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຂອງກຸ່ມນັກຊ່ຽວຊານວິທະຍາສາດ ແລະການສົນທະນາກ່ຽວກັບການຄຸ້ມຄອງ AI ຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໜ່ວຍໂລກ.
ຍສໝ - ເນື່ອງໃນໂອກາດປີໃໝ່ 2025, ທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ຕອບສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ນີ້ແມ່ນເນື້ອໃນສໍາພາດ:
ຍສໝ - ແນະນຳ ແລະ ຈໍາໜ່າຍປຶ້ມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ວັນທີ 3 ກຸມພາ, ກະຊວງຕຳຫຼວດ ໄດ້ເປັນປະທານ ແລະ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຫ້ອງວ່າການສູນກາງພັກ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງພິທີແນະນຳ, ຈໍາໜ່າຍປຶ້ມ “ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະ ປະຊາຊົນຢ່າງເດັດຂາດ - ສະຫງ່າລາສີຖານະຕຳຫຼວດປະຕິວັດ” ຂອງທ່ານ ພົນເອກ, ສຈ.ປອ ໂຕເລີມ - ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ຍສໝ - ວັນທີ 4 ກຸມພາ 2024, ສູນຫວຽດນາມວິທະຍາ ປະຈຳ ຍີ່ປຸ່ນ ສົມທົບກັບພາກວິຊາພາສາຫວຽດນາມ, ມະຫາວິທະຍາໄລ Osaka, ໂຮງຮຽນພາສາຫວຽດນາມ ໄມ້ໄຜ່ ໄດ້ຈັດຕັ້ງລາຍການ “ແລກປ່ຽນສີສັນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ” ຢ່າງສຳເລັດຜົນຢູ່ກົງສຸນໃຫຍ່ຫວຽດນາມ ປະຈຳ Osaka.
ຍສໝ - ວັນທີ 3 ກຸມພາ, ຢູ່ນະຄອນຫຼວງ ມົດສະກູ, ສະຖານທູດຫວຽດນາມ ປະຈໍາ ສະຫະພັນ ລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2025), ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ໄດ້ສໍາພາດສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ ກ່ຽວກັບການກຳເນີດຂອງພັກກອມມູນິດຫວຽດນາມ ກໍ່ຄືບົດບາດຂອງພັກກອມມູນິດຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັງ, ຈັກກະພັດ ອາເມລິກາ ແລະບົດບາດຂອງພັກກອມມູນິດຫວຽດນາມ ໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດໃນປະຈຸບັນ.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ແບ່ງປັນປະສົບການ ແລະ ຍົກອອກບັນດາຄຳແນະນຳ ເພື່ອ C4IR ແລະ ສູນການເງິນສາກົນນະຄອນ ໂຮ່ຈີມິນ ເລັ່ງຄວາມໄວ ແລະ ພັດທະນາບາດກ້າວບຸກທະລຸ.
ຍສໝ - “ເປັນໜ້າສົນໃຈ, ເປັນເອກະລັກສະເພາະ, ມີມະນຸດສະທໍາ, ເຕັມໄປດ້ວຍກິ່ນອາຍ ແລະ ສີສັນ”… ນັ້ນແມ່ນກຸ່ມຄຳທີ່ເພື່ອນມິດຕ່າງປະເທດເວົ້າເຖິງປີໃໝ່ຫວຽດນາມ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້: “ຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມ”.
ຍສໝ - ວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຕະກວາງໂດ່ງ ມີການເຮັດວຽກກັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ - ສະຫະພັນ ລັດເຊຍ ໃນປີ 2024 ແລະ ກຳນົດທິດຮອດປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
ຍສໝ - ເພື່ອນມິດຕ່າງປະເທດຫຼາຍຄົນເມື່ອມາຮອດຫວຽດນາມ ໄດ້ຫຼົງໄຫຼກັບຄວາມງາມ, ວັດທະນະທຳຢູ່ທີ່ນີ້. ສິ່ງນັ້ນແມ່ນຮ້ານກາເຟຢູ່ມູມຖະໜົນ, ສິລະປະການຂຽນຕົວໜັງສືຂໍພອນ ຫຼື ຫ້ອງວາງສະແດງພາບແຫ່ງຄວາມສຸກ ...
ຍສໝ - ຮູບພາບຂອງຂະບວນລົດໃຫ່ຍທີ່ບັງໃຫ້ລົດຈັກຂ້າມຂົວໃນເວລາເກີດພາຍຸ, ປະຊາຊົນຊ່ວຍກັນຍູ້ລົດຜ່ານເຂດທີ່ຖືກນໍ້າຖ້ວມ, ຫຼືເປີດປະຕູຮັບຄົນທີ່ບໍ່ມີບ່ອນຢູ່ອາໄສເຂົ້າມາລີ້ລົມພາຍຸເລກ 3 (ຢາກິ) ໄດ້ແຜ່ລາມໄປທົ່ວເຄືອຂ່າຍສັງຄົມ. ເລື່ອງທີ່ລຽບງ່າຍແຕ່ມີນ້ຳໃຈຄວາມເປັນມະນຸດເຫຼົ່ານັ້ນໄດ້ເຂົ້າເຖິງໃນຫົວໃຈຂອງເພື່ອນມິດສາກົນ.
ທ່ານເລຂາທິການໃຫຍ່ Antonio Guterres ໄດ້ສົ່ງຄຳອວຍພອນອັນດີງາມເຖິງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ແລະປະຊາຊົນຫວຽດນາມ.