| ປະທານາທິບໍດີ ອາຟຣິກາໃຕ້ ຢ້ຽມຢາມທາງລັດຖະກິດຫວຽດນາມ | |
| ປະທານປະເທດ ເລື່ອງເກື່ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຢ່າງຈົບງາມ |
ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ໄທ, ທ່ານ ດິງຮວ່າງລິງ ໃຫ້ຮູ້ວ່າ: ພິທີເປີດສະຫຼອງເຮືອນຮ້ານລຸງໂຮ່ ໄດ້ສະແດງໃຫ້ເຫັນຈິດໃຈອັນຕັ້ງໜ້າ ແລະ ຄວາມມານະພະຍາຍາມອັນພົ້ນເດັ່ນຂອງປະຊາຄົມໃນການຮັກສາ ແລະ ເຄົາລົບນັບຖືປະທານ ໂຮ່ຈີມິນ, ເປັນການເພີ່ມຂີດໝາຍອັນຍິ່ງໃຫຍ່ອີກອັນໜຶ່ງໃຫ້ແກ່ມູນເຊື້ອການປະຕິວັດທີ່ສະຫງ່າລາສີຂອງ ໄທ.
ເນື່ອງໃນໂອກາດນີ້, ທ່ານ ກົງສຸນໃຫຍ່ ໄດ້ຂອບອົກຂອບໃຈລັດຖະບານ ແຂວງ ອຸດອນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງບໍ່ຢຸດຢັ້ງ ໃນການຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮັກສາ ແລະ ພັດທະນາເຂດຮ່ອງຮອຍປະທານ ໂຮ່ຈີມິນ ໃຫ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ໄທ.
![]() |
| ເຮືອນຮ້ານລຸງໂຮ່. (ພາບ: ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ຂອນແກ່ນ, ໄທ) |
ເປັນທີ່ຮູ້ກັນວ່າ, ຄ່າກໍ່ສ້າງເຮືອນຮ້ານລຸງໂຮ ທັງໝົດແມ່ນໄດ້ປະກອບສ່ວນຈາກຄອບຄົວຂອງທ່ານ ຟ້າມດຶກເຢົ້າ, ຊາວຫວຽດນາມ ອາໄສຢູ່ແຂວງ ອຸດອນ ທານີ.
ເນື່ອງໃນໂອກາດນີ້, ທ່ານປະທານສະມາຄົມນັກທຸລະກິດ ໄທ - ຫວຽດນາມ ໄດ້ເນັ້ນໜັກວ່າ ເຮືອນຮ້ານລຸງໂຮ ແມ່ນໂຄງການມີຄຸນຄ່າດ້ານປະຫວັດສາດ, ຈິດໃຈ, ວັດທະນະທຳຂອງປະຊາຄົມຊາວ ຫວຽດນາມ ຢູ່ ໄທ, ກໍ່ຄືນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ໄທ.
![]() |
| ພາຍໃນເຮືອນຮ້ານລຸງໂຮ່. (ພາບ: ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ຂອນແກ່ນ, ໄທ) |
ທ່ານຫົວໜ້າຄະນະຄຸ້ມຄອງເຂດຮ່ອງຮອຍປະທານ ໂຮ່ຈີມິນ ແຂວງອຸດອນ ທານີ ໄດ້ຢືນຢັນວ່າ: ການເປີດສະຫຼອງຮືອນຮ້ານລຸງໂຮ່ ແມ່ນເຫດການທີ່ມີຄວາມໝາຍອັນເລິກເຊິ່ງ, ເປັນຂີດໝາຍບາດກ້າວພັດທະນາໃໝ່ໃຫ້ເຂດອະນຸສອນສະຖານ, ແມ່ນສະຖານທີ່ລະນຶກເຖິງຊີວິດຂອງປະທານ ໂຮ່ຈີມິນ ແລະ ບັນດາການເຄື່ອນໄຫວປະຕິວັດຢູ່ ໄທ.
ການກໍ່ສ້າງຮືອນຮ້ານລຸງໂຮ່ ໄດ້ເລີ່ມຕົ້ນແຕ່ວັນທີ 9 ເມສາ 2025, ຮອດປັດຈຸບັນໄດ້ສຳເລັດແລ້ວ. ໂດຍໄດ້ຮັບການກໍ່ສ້າງຕາມແບບເຮືອນຮ້ານພື້ນເມືອງຂອງຮ່າໂນ້ຍ, ໄດ້ຮັບການສ້າງຄືນໃໝ່ບ່ອນດຳລົງຊີວິດທີ່ລຽບງ່າຍແຕ່ສະຫງ່າລາສີຂອງປະທານໂຮ່ຈິມິນ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການຂະຫຍາຍເຂດອະນຸສອນສະຖານ.
| ເພີ່ມທະວີການເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອມຸ່ງໄປເຖິງສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວກັບບາງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2025). |
| ທ່ານເລຂາທິການໃຫຍ່: “ເວລາຍິ່ງຜ່ານໄປ ຍິ່ງເຫັນໄດ້ຄວາມຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ 1945 ແລະ ການສະຖະກະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ” ທີ່ການໂອ້ລົມຢ່າງສະໜິດສະໜົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນການເສຍສະຫຼະ ຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ ແມ່ນມີຄວາມໝາຍອັນຍິ່ງໃຫຍ່ທີ່ສຸດສຳລັບປະຊາຊົນ, ປະເທດຊາດ. |

