ຂໍຝາກມາຍັງ ທາງໂຮງໝໍເມືອງແຕ່ລະບ່ອນ ຄວນຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນ ຜູ້ໄປສັກຢາວັກແຊງ ຈົ່ງໃສ່ຜ້າອັດປາກ ແລະ ຮັກສາໄລຍະຫ່າງທາງສັງຄົມ ເພາະຄົນທີ່ໄປສັກຢາ ແມ່ນມາຈາກຫລາຍບ່ອນຫລາຍທີ່ ຫາກມີຄົນໃດຄົນໜຶ່ງຕິດເຊື້ອມາ ທ່ານກໍ່ຈະສ່ຽງ ຕໍ່ການຕິດເຊື້ອ ກໍອາດເປັນໄດ້ ແລະ ອາດຈະລະບາດ ກັນໄປຢ່າງກວ້າງຂວາງ.
ວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ, ແກ້ໄຂການປະທະກັນ” ໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານ ໃນວັນທີ 19 ເມສາ ຈະມາເຖິງນີ້ແມ່ນເຫດການສໍາຄັນພິເສດເຊິ່ງຫວຽດນາມ ເປັນປະທານຈັດຕັ້ງໃນຖານະເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021.
ເລື່ອງຟື້ນຟູ “ສະພາບປົກກະຕິໃໝ່” ພາຍຫຼັງພະຍາດໂຄວິດ-19 ກໍ່ຈະປະກອບສ່ວນຊຸກຍູ້ໃຫ້ການຄ້າໂລກ ແລະຫວຽດນາມ ໄດ້ຮັບຜົນປະໂຫຍດຈາກຂົງເຂດທີ່ສົ່ງອອກ.
ຍສໝ - ສອງຝ່າຍຮັບຮູ້ ແລະຕີລາຄາສູງຕໍ່ການຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ. ພິເສດ, ສອງຝ່າຍຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ຜ່ານນັ້ນປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.
ຍສໝ - ຕອນຄ່ຳວັນທີ 12 ເມສາ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ແລະ ບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງ ກຳປູເຈຍ.
ຍສໝ - ພາຍໃຕ້ການນຳພາຂອງ ພັກ ແລະ ລັດ, ພ້ອມດ້ວຍການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຈາກການແຜ່ລະບາດ 3 ຄັ້ງຂອງໂລກລະບາດໂຄວິດ - 19, ນຳພື້ນຖານເສດຖະກິດກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດພັດທະນາຢ່າງເປັນປົກກະຕິ, ບໍ່ພຽງແຕ່ສາມາດຄວບຄຸມໂລກລະບາດເທົ່ານັ້ນ ຫາກຍັງບັນລຸໄດ້ລະດັບການເຕີບໂຕເສດຖະກິດ 2,91% ໃນປີ 2020 ອີກດ້ວຍ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃນການເພີ່ມທະວີຄວາມສາມັກຄີມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ.
ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງການປະກອບສ່ວນສຳຄັນຂອງທ່ານປະທານປະເທດ ຫວຽນຊວັນຟຸກ ທີ່ມີຕໍ່ພາລະກິດປະຕິວັດຂອງປະເທດຊາດ.
ຍສໝ - ກົມສະເໝີພາບລະຫວ່າງຍິງ - ຊາຍ ແລະ UN Women ປະຈຳຫວຽດນາມ ໄດ້ປະກາດຢ່າງເປັນທາງການ ກ່ຽວກັບທິດທາງຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະເດັກນ້ອຍທີ່ປະສົບກັບຄວາມຮຸນແຮງ ແລະ ກໍ່ຄວາມເສຍຫາຍໃນທົ່ວປະເທດ ດ້ວຍຄວາມປາດຖະໜາ ຢາກກາຍເປັນປື້ມຄູ່ມືທີ່ມີຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ສຳຄັນສຳລັບທຸກຄົນ, ໂດຍສະເພາະແມ່ນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ.
ຍສໝ - ທ່ານພົນຕີ ຫວູຈຽນຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ.
ຍສໝ - ໄລ່ລວມໄລຍະ 3 ເດືອນຕົ້ນປີ, ມູນຄ່າສົ່ງອອກເຄື່ອງປ່າຂອງດົງບັນລຸເກືອບ 4 ຕື້ USD, ເພີ່ມຂຶ້ນ 41,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.
ຍສໝ - ລະດັບເຕີບໂຕໃນປີ 2020 ຈະບັນລຸ 2,9%, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ໄດ້ເຕີບໂຕໄວທີ່ສຸດໃນໂລກ.
ຍສໝ - ເຂົ້າຮ່ວມກອງປະຊຸມດັ່ງກ່າວມີທ່ານ Louise Mushikiwabo ເລຂາທິການໃຫຍ່ອົງການສາກົນພາສາຝລັ່ງ, ທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາໂລກ IPU, ທ່ານ Audrey Azoulay ຜູ້ອຳນວຍການໃຫຍ່ອົງການ UNESCO ພ້ອມກັບບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດປະຈຳອົງການສາກົນພາສາຝລັ່ງ.
ອາເມລິກາ ຫາກໍອອກຂໍ້ຕົກລົງວ່າດ້ວຍການບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດສິນໃນນ້ຳ ມິນຝູ ຂອງ ຫວຽດນາມ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ ນີ້ແມ່ນການຕັດສິນທີ່ມີລັກສະນະພາວະວິໄສ ແລະ ຍຸຕິທຳ.
ຍສໝ - ວັນທີ 11 – 12 ສິງຫາ 2020, ກຸ່ມບໍລິສັດເຕິນຮຽບຟາດສືບຕໍ່ສົມທົບກັບສະຖານີກະຈາຍສຽງ ແລະ ໂທລະພາບກອງທັບມອບຊາ Dr Thanh 72000 ຕຸກ ເພື່ອເພີ່ມແຫຼ່ງກຳລັງໃຫ້ແກ່ພໍ່ແມ່ປະຊາຊົນ, ນັກຮົບຢູ່ທະຫານເຂດ 5 ແລະ ເຂດ 7 ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
ຍສໝ - ຕອນເຊົ້າວັນທີ 4 ສິງຫາ 2020, ກຸ່ມບໍລິສັດ ເຕິນຮຽບຝາດໄດ້ສົມທົບກັບສະຖານນີກະຈາຍສຽງ - ໂທລະພາບ ແຂວງກ໋ວາງນາມ ໄດ້ມອບຊາ Dr Thanh 36.000 ຕຸກໃຫ້ແກ່ແຂວງ ກ໋ວາງນາມ.
ອີງຕາມບົດລາຍງານຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III 2019 – 2020 ໃຫ້ຮູ້ວ່າ: ຫົວໜ່ວຍພື້ນຖານເສດຖະກິດແບ່ງຕາມຂະໜາດວິສາຫະກິດ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ ປີ 2017 ວ່າດ້ວຍການຈັດແບ່ງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ເຊິ່ງໄດ້ຈັດແບ່ງອອກເປັນ 3 ຂະໜາດ ຄື: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະວິສາຫະກິດຂະໜາດກາງ. ຈາກຜົນການສຳຫຼວດຕົວຈິງໄດ້ສະແດງໃຫ້ເຫັນວ່າ ຈຳນວນຫົວໜ່ວຍພື້ນຖານເສດຖະກິດສ່ວນໃຫຍ່ 94,2% ແມ່ນຈັດໃນປະເພດຈຸນລະວິສາຫະກິດ, ຮອງລົງມາແມ່ນວິສາຫະກິດຂະໜາດນ້ອຍ 4,9% ແລະສ່ວນທີ່ເຫຼືອ 0,7 ແລະ 0,2%.
ຍສໝ - ທ່ານນາງ ເລທິທຸຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ: “ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ໃນນັ້ນ ມີບັນດາສິດເສລີພາບໂດຍພື້ນຖານເຊິ່ງໄດ້ກໍານົດຢ່າງລະອຽດໃນລັດຖະທຳມະນູນ 2013 ແລະເອກະສານກົດໝາຍຫຼາຍສະບັບທີ່ກ່ຽວຂ້ອງ.
ກອງປະຊຸມສຳມະນາ ເພື່ອແນໃສ່ເຊື່ອມຕໍ່ສຽງເວົ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຈາກວິສາຫະກິດ ຕະຫຼອດຮອດບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ...