ຍສໝ - ໃນຂອບເຂດລາຍການເຮັດວຽກ ຢູ່ ແຂວງເງ້ອານ, ຕອນບ່າຍວັນທີ 23 ມິຖຸນາ 2019, ທ່ານນາງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງ ທິ້ ຟ໋ອງ, ເປັນຫົວໜ້າຄະນະໄດ້ໄປຖະຫວາຍທູບທຽນ ຢູ່ ສຸສານນັກຮົບເສຍສະຫຼະຊີວິດສາກົນຫວຽດນາມ-ລາວ, ເມືອງ ແອງເຊີນ, ແຂວງ ເງ້ອານ.
ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍ ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 24 – 25 ມິຖຸນາ 2019.
ຍສໝ - ໃນວັນທີ 22 ມິຖຸນາ 2019, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບ ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສປປ ລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ.
ຍສໝ - ຊຸດຝຶກອົບຮົມແມ່ນການເຄື່ອນໄຫວໃນຂອບເຂດການຮ່ວມມືລະຫວ່າງຂະແໜງການວັດທະນະທໍາສອງປະເທດ, ຮັກສາ ແລະ ພັດທະນາຂະແໜງສິລະປະການສະແດງຂອງລາວ. ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະ ກໍາກັບການຟ້ອນໃຫ້ບັນດານັກສິລະປິນລາວ ໄດ້ດໍາເນີນໃນຕອນຄໍ່າວັນທີ 21 ມິຖຸນາ 2019 ຢູ່ນະຄອນຫຼວງວຽງຈັນ ສປປ ລາວ.
ຍສໝ - ໃນເວລາ 2 ມື້ 19-20 ມິຖຸນາ 2019, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການການຮ່ວມມືຫວຽດນາມ - ລາວ, ທ່ານ ຫ໋ງວຽນ ຈິ້ ຢູ໊ງ ໄດ້ມີການກວດສອບໂຄງການລົງທຶນໃນລາວ ແລະ ປຶກສາຫາລືກັບ ເຈົ້າຂອງແຂວງ ຫົວພັນ, ສປປລາວ, ທ່ານ ວັນໄຊ ແພງຊຸມມາ ກ່ຽວກັບການສົ່ງເສີມການຮ່ວມມື ຫວຽດນາມ - ຫົວພັນ.
ຍສໝ - ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2019, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ນໍາໂດຍ ທ່ານພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານກອງພົນທີ 4 ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານແຂວງເງ້ອານ ສສ ຫວຽດນາມ.
ຍສໝ - ວັນທີ 12 ເດືອນມິຖຸນາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍຊາຍແດນ 213, ປກຊແຂວງຫົວພັນ, ສປປ ລາວ ໄດ້ຈັດກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຄຸ້ມຄອງ ແລະ ການປົກປັກຮັກສາຊາຍແດນ ໃນ 6 ເດືອນຕົ້ນປີ 2019.
ຍສໝ - ວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພັນຕີ ເຈິ່ນ ຫວຽດ ນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບປະຊາຊົນປະຕິວັດລາວ ໄດ້ຮ່ວມເປັນປະທານ ໃນການພົບປະເຈລະຈາ ລະຫວ່າງ ຊາວໜຸ່ມທະຫານ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 12 ມິຖຸນາ 2019, ຢູ່ຮ່າໂນ້ຍ, ທ່ານພັນຕີ ເຈິ່ນ ວຽດ ນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບປະຊາຊົນລາວ ໄດ້ຮ່ວມເປັນປະທານການ ໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນ ສອງປະເທດ ຫວຽດນາມ ແລະ ລາວ.
ຍສໝ - ໃນຊຸມປີຜ່ານມາ, ບ້ານ ຢຸ່ຍ ເຕີ່ນ (ລາວ ບາວ - ເຫື່ອງ ຫວ໋າ ) ແລະ ບ້ານ ເພື່ອງ (ເຊ ໂປນ -ລາວ) ມີຫຼາຍກິດຈະກໍາໄດ້ຮັບການປະຕິບັດຕ່າງໆ ເພື່ອຊ່ວຍກັນແລະກັນ ຮ່ວມກັນພັດທະນາ. ໂດຍສະເພາະແມ່ນສວນປູກຕົ້ນໄມ້ ເພື່ອຫຼຸດຜ່ອນຄວາມທຸກຍາກ ດ້ວຍການສະຫນັບສະຫນູນຈາກບ້ານ ຢຸ່ຍ ເຕີ່ນ ໄດ້ເສີມຂະຫຍາຍໝາກຜົນ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນ ບ້ານ ເພື່ອງ ສ້າງຄວາມຮັ່ງມີ. ສິ່ງດັ່ງກ່າວນີ້ໄດ້ເສີມສ້າງຄວາມຮັດແໜ້ນ ນ້ຳໃຈມິດຕະພາບ, ສ້າງຊີວິດການເປັນຢູ່ອີ່ມໜຳສຳລານໃຫ້ແກ່ສອງບ້ານ ຢຸ່ຍ ເຕີ່ນ ແລະ ບ້ານ ເພື່ອງ (ເຊໂປນ -ສປປ ລາວ) ເວົ້າສະເພາະ, ສອງປະເທດຫວຽດນາມ ແລະ ລາວ ເວົ້າລວມ.
ຕອນບ່າຍຂອງວັນທີ 3 ມິຖຸນາ, ຢູ່ ນະຄອນ ຮະລ໋ອງ ຕ່າງໜ້າປະທານປະເທດ ແຫ່ງສປປ ລາວ, ແຂວງ ຫຼວງພະບາງ, ແຂວງ ໄຊຍະບູລີ ແລະ ແຂວງ ຫົວພັນ ໄດ້ປະສານສົມທົບກັບແຂວງກວ້າງນິງ ຈັດພິທີມອບຫຼຽນໄຊ ໃຫ້ແກ່ບັນດາ ບຸກຄົນ ແລະ ໝູ່ຄະນະ ແຂວງ ກວ໋າງນີ່ງ.
ທ້າຍເດືອນພຶດສະພາທີ່ຜ່ານມາ, ທ່ານ ຫງວຽນ ວັນ ຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ໄດ້ເດີນທາງມາຍັງນະຄອນຫຼວງວຽງຈັນ, ແຫ່ງ ສປປ ລາວ ເພື່ອເຂົ້າຮ່ວມເວທີປາໄສ ຍົກສູງຄຸນນະພາບການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວ ແລະ ງານວາງສະແດງການສຶກສາມະຫາວິທະຍາໄລ ຫວຽດນາມ- ລາວ 2019. ທີ່ນີ້, ທ່ານ ຫງວຽນ ວັນ ຟຸກ ໄດ້ມາຢ້ຽມຢາມ, ໂອ້ລົມ ກັບ ບັນດານັກຮຽນ ແລະ ຄູອາຈານຫວຽດນາມ ທີ່ກຳລັງຮໍ່າຮຽນ ແລະ ປະຕິບັດງານ ຢູ່ ສປປ ລາວ.
ຍສໝ - ຕອນບ່າຍວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນ ວັນ ຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນວັນຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ.
ຍສໝ - ໃນວັນທີ 27 ແລະ 28 ພຶດສະພາ, ຢູ່ ເມືອງ ໂມກເຈົ່າ, ພະແນກຍຸດຕິທໍາແຂວງເຊີນລາ ປະສານສົມທົບກັບ ພະແນກຍຸດຕິທໍາແຂວງຫົວພັນ (ສປປ ລາວ) ຈັດຕັ້ງກອງປະຊຸມ ເຜີຍແຜ່ກົດຫມາຍໃຫ້ແກ່ປະຊາຊົນ ຢູ່ ເຂດຊາຍແດນ ຫວຽດນາມ - ລາວ. ເຂົ້າຮ່ວມກອງປະຊຸມເຜີຍແຜ່ມີບັນດານາຍບ້ານ, ເລຂາໜ່ວຍພັກບ້ານ, ຫົວຫນ້າອົງການຈັດຕັ້ງຕ່າງໆຂອງຕາແສງ ລ່ອງ ເສິບ (ໂມກເຈົ່າ) ແລະ ທະຫານດ່ານຊາຍແດນ ລ່ອງ ເສິບ.
ຍສໝ - ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ນະຄອນຫຼວງ ວຽງຈັນ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວຈັດຕັ້ງ “ເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວ”
ຍສໝ - ຈຸດປະສົງຂອງການລາດຕະເວນ ກວດກາຄັ້ງນີ້ ແມ່ນ ເພື່ອເກັບກຳສະຖິຕິ, ກວດກາບັນດາເຄື່ອງໝາຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ.
ຍສໝ - ໃນຕອນຄ່ຳຂອງວັນທີ 20 ພຶດສະພາ, ກອງບັນຊາການທະຫານຊາຍແດນ ຮ່າຕິ໋ງ ໄດ້ປະສານສົມທົບ ກັບ ບ້ານ ເຊີນ ກິມ 1 (ເຮຶອງ ເຊີນ) ແລະ ບ້ານ ທົ່ງແປ (ສປປລາວ) ຈັດງານແລກປ່ຽນວັດທະນະທໍາ ສະເຫຼີມສະຫຼອງວັນແຮກສ່ຽວ ຄົບຮອບ 10 ປີ.
ຍສໝ - ໃນວັນທີ 19 ພຶດສະພາ, ທີ່ເດີ່ນສະໜາມຫຼວງ ເມືອງ ອາ ເລື໋ອຍ ໄດ້ຈັດພິທີປິດ ງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຊົນເຜົ່າສ່ວນຫນ້ອຍ ຢູ່ ລຽບຕາມແນວ ຊາຍແດນ ຫວຽດນາມ - ລາວ, ພາກກາງ ແລະ ໄຕຫງວຽນ ໃນປີ 2019 ຈັດຂຶ້ນໂດຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ.
ຍສໝ - ຄະນະຜູ້ແທນກະຊວງຄົມມະນາຄົມ ແລະ ຂົນສ່ົງຫວຽດນາມ ນໍາໂດຍທ່ານ ເລດິ່ງຖໍ້, ຮອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສ່ົງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກະຊວງໂຍທາທິການ ແລະ ຂົນສ່ົງລາວ ໃນລະຫວ່າງວັນທີ 15-17 ພຶດສະພາ.