ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືດ້ານວັດທະນະທໍາ ແລະ ສິລະປະ

10:21 | 23/06/2019

ຍສໝ - ຊຸດຝຶກອົບຮົມແມ່ນການເຄື່ອນໄຫວໃນຂອບເຂດການຮ່ວມມືລະຫວ່າງຂະແໜງການວັດທະນະທໍາສອງປະເທດ, ຮັກສາ ແລະ ພັດທະນາຂະແໜງສິລະປະການສະແດງຂອງລາວ. ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະ ກໍາກັບການຟ້ອນໃຫ້ບັນດານັກສິລະປິນລາວ ໄດ້ດໍາເນີນໃນຕອນຄໍ່າວັນທີ 21 ມິຖຸນາ 2019 ຢູ່ນະຄອນຫຼວງວຽງຈັນ ສປປ ລາວ.

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືດ້ານວັດທະນະທໍາ ແລະ ສິລະປະ

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ມອບໃບຍ້ອງຍໍໃຫ້ບັນດານັກສິລະປິນຫວຽດນາມ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ.(ພາບ:nhandan.com.vn)

ຊຸດຝຶກອົບຮົມໄດ້ດໍາເນີນໃນ 3 ເດືອນດ້ວຍນັກສໍາມະນາກອນ 40 ຄົນແມ່ນນັກສິລະປິນຂອງກົມສິລະປະການສະແດງ, ຄະນະສິລະປະແຫ່ງຊາດ, ຄະນະສິລະປະກອງທັບ, ຄະນະສິລະປະກະຊວງປ້ອງກັນຄວາມສະຫງົບ, ສູນວັດທະນະທໍາເຍົາວະຊົນສູນກາງ ແລະ ບັນດາແຂວງທັງ 3 ພາກເໜືອ-ກາງ-ໃຕ້ລາວ.

ທີ່ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະ ກໍາກັບການຟ້ອນໃຫ້ບັນດານັກສິລະປິນລາວ, ບັນດານັກສໍາມະນາກອນໄດ້ສະແດງລາຍການຟ້ອນທີ່ດີເລີດເຊິ່ງຫາກໍ່ຈັດສ້າງຂຶ້ນໃນເວລາເປີດຊຸດຝຶກອົບຮົມຈໍານວນໜຶ່ງ. ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ໄດ້ມອບໃບຢັ້ງຢືນປະເພດເກັ່ງ ແລະ ດີເລີດໃຫ້ບັນດານັກສໍາມະນາກອນ, ພ້ອມທັງມອບໃບຍ້ອງຍໍໃຫ້ບັນດານັກສິລະປິນຫວຽດນາມ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້.

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືດ້ານວັດທະນະທໍາ ແລະ ສິລະປະ

ລາຍການໂດຍນັກສໍາມະນາກອນສະແດງ.(ພາບ:nhandan.com.vn)

ຊຸດຝຶກອົບຮົມໄດ້ຮັບການແລກປ່ຽນບົດຮຽນຊ່ວຍຜູ້ປະດິດແຕ່ງ ແລະກຳກັບການສະແດງ, ນັກສະແດງຂອງລາວ ໄດ້ສຳຜັດກັບບັນດາທັກສະໃໝ່ຈາກບັນດານັກສິລະປິນຟ້ອນຂອງຫວຽດນາມ ຄື: ຜູ້ກຳກັບການສະແດງ ໂດ້ ຕຽນ ທິ້ງ, ນັກສິລະປິນປະຊາຊົນ ຮ່າ ກີມ ຈຸງ, ນັກສິລະປິນ ໂຮ່ ມານ ແອງ.

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືດ້ານວັດທະນະທໍາ ແລະ ສິລະປະ

ນີ້ແມ່ນການເຄື່ອນໄຫວໃນຂອບເຂດຮ່ວມມືລະຫວ່າງຂະແໜງການວັດທະນະທໍາສອງປະເທດ, ເພື່ອແນໃສ່ຮັກສາ ແລະ ພັດທະນາຂະແໜງສິລະປະການສະແດງຂອງລາວ ກວ່າອີກ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.