ຍສໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍຜ່ານການຮັບນັກຝຶກງານ ຫວຽດນາມ.
ຍສໝ - ຍີ່ປຸ່ນໄດ້ຮັບເອົາແຮງງານຫວຽດນາມເຂົ້າເຮັດວຽກໃນ 14 ອາຊີບ ແລະລັດຖະບານຍີ່ປຸ່ນໄດ້ເພີ່ມ 7 ຕຳແໜ່ງຢ່າງເປັນທາງການໃນຂົງເຂດກໍ່ສ້າງທີ່ໄດ້ຮັບອະນຸຍາດໃຫ້ຮັບເອົາແຮງງານທີ່ມີລັກສະນະພິເສດແມ່ນ ຄົນຕ່າງປະເທດ, ໃນນັ້ນມີຄົນງານຫວຽດນາມ.
ຍສໝ - ນັບແຕ່ເດືອນກຸມພາ 2021, ດ້ວຍການໜູນຊ່ວຍຂອງຊາວກະສິກອນຍີ່ປຸ່ນ, ສະມາຄົມໄດ້ແຈກຢາຍເຂົ້າສານ ແລະ ຜັກໂດຍບໍ່ເສຍຄ່າ, ເພື່ອຊ່ວຍບັນດາພໍ່ແມ່ປະຊາຊົນຊາວຫວຽດນາມທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.
ຍສໝ - ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ກະຊວງຕຳຫຼວດຫວຽດນາມ, ທ່ານ ພົນເອກໂຕເລິມ ໄດ້ມອບ ຜ້າອັດປາກ - ດັງ 10.000 ອັນໃຫ້ອົງການຕຳຫຼວດແຫ່ງຊາດ ຍີ່ປຸ່ນ.
ວັນທີ 22 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide.
ຍສໝ - ຕອນບ່າຍວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ,ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ມີການພົບປະກັບບັນດາວິສາຫະກິດແລະອົງການເສດຖະກິດຍີ່ປຸ່ນຢູ່ຫວຽດນາມ.
ຍສໝ - ໃນປະຫວັດສາດ, ຍີ່ປຸ່ນ ແມ່ນປະເທດມີການພົວພັນພິເສດກັບ ຫວຽດນາມ, ກວາງນາມ. ພິເສດ, ຊາວ ຍີ່ປຸ່ນ ໄດ້ຮ່ວມເດີນທາງກັບ ໂຮ້ຍອານ ໃນການປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.
ທ່ານ Suga Yoshihide ກໍ່ແມ່ນນາຍົກລັດຖະມົນຕີຄົນທີ 2 ເລືອກ ຫວຽດນາມ ເປັນປະເທດໄປຢ້ຽມຢາມຄັ້ງທຳອິດພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.
ຍສໝ - ທ່ານ Yamada Takia ເອກອັກຄະລັດຖະຍີ່ປຸ່ນ ໄດ້ແບ່ງປັນບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມ ຢູ່ເຂດພາກກາງ ຫວຽດນາມ ໃນໄລຍະທີ່ຜ່ານມາ ແລະ ຢັ້ງຢືນວ່າຈະຕັ້ງໜ້າສະໜັບສະໜູນເພື່ອການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບເຂົ້າແທ້ຈິງ ແລະ ມີປະສິດທິຜົນ.
ຍສໝ - ທີ່ກອງປະຊຸມ, ທ່ານຮວ່າງບິ່ງກວນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ແລະ ໝາກຜົນຂອງການປ້ອງກັນການລະບາດຂອງພະຍາດ Covid -19 ຢູ່ຫວຽດນາມ, ສະພາບເສດຖະກິດ - ສັງຄົມ; ທິດທາງແລະການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ; ມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນສະພາບການຂອງການປ້ອງກັນ Covid-19.
ຍສໝ - ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3 ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນ ໝາກຜົນຂອງ ການຮ່ວມມືໃນຂອບເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວ ໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະແໜງອຸດສາຫະກຳ ລົດໂອໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະ ກຳ.
ໃນວັນທີ 23 ສິງຫາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 22-24 ສິງຫາ 2020.
ຍສໝ - ຕາມຂໍ້ມູນຈາກກົມຄຸ້ມຄອງການເຂົ້າ-ອອກເມືອງ ແລະ ພັກອາໄສຂອງຍີ່ປຸ່ນ, ໄລຍະຊ່ວງທ້າຍປີ 2021 ມີຄົນຫວຽດນາມ 432.934 ຄົນ ຢູ່ຍີ່ປຸ່ນ ກວມ 15,7% ຈຳນວນຄົນຕ່າງປະເທດຢູ່ໃນປະເທດນີ້.
ຍສໝ - ທ່ານຮອງລັດຖະມົນຕີກະຊວງແຜນການແລະການລົງທຶນເຈິ່ນຢຸຍດົງ ຢືນຢັນວ່າຂໍ້ລິເລີ່ມຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນແມ່ນຮູບແບບການຮ່ວມມືພິເສດ ແລະ ມີປະສິດທິຜົນທີ່ສຸດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນໃນການປະຕິບັດມາເປັນ 17 ປີ.
ຍສໝ - ວັນທີ 8 ກັນຍາ, ໃນຂອບເຂດງານບຸນ ຫວຽດນາມ ຢູ່ Kanagawa 2024, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງແຂວງ Kanagawa ເພື່ອຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.
ຫວ່າງແລ້ວນີ້, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນ ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ Fukuoka (AVF) ໄດ້ຈັດຕັ້ງການຖະແຫຼງຂ່າວປະກາດວັນບຸນ “ລະດູບານໃໝ່ບ້ານເກີດເມືອງນອນ 2023 - Vietnamese Lunar New Year Festival” ຢູ່ສຳນັກງານຫ້ອງການສະຖານກົງສູນໃຫຍ່ ແລະ ທາງໄກກັບບັນດາສະຖານທີ່ຖ່າຍທອດສົດຢູ່ຍີ່ປຸ່ນ ແລະ ຫວຽດນາມ.
ຍສໝ - ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນໄດ້ສະແດງຄວາມຊົບເຊີຍຕໍ່ເລື່ອງຫວຽດນາມໄດ້ປ້ອງກັນ, ສະກັດກັ້ນໂລກລະລາດ Covid – 19 ໄດ້ເປັນຢ່າງດີ, ແລະ ຖືວ່າ ພາຍຫຼັງ ຜົນສຳເລັດດັ່ງກ່າວ, ບັນດານັກລົງທຶນໃນທົ່ວໂລກຈະມີຄວາມເອົາໃຈໃສ່ເຖິງການມາລົງທຶນຢູ່ຫວຽດນາມ.
ຍສໝ - ວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດໂຄງການ “ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໂດຍ ຍີ່ປຸ່ນ ອຸປະຖຳໃຫ້ສູນກະທຳລະເບີດແຫ່ງຊາດ ຫວຽດນາມ (VNMAC)”. ໂດຍເຂົ້າຮ່ວມພິທີມີທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຜູ້ປະຈຳຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍລະເບີດ ແລະ ສານພິດເຄມີຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.
ຍສໝ - ວັນທີ 31 ມັງກອນ, ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳດ່ານັ້ງ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ມອບຮັບວັດຖຸອຸປະກອນການແພດ ທີ່ຈຳເປັນໃຫ້ແກ່ແຂວງກ໋ວາງຈິ ເພື່ອແນໃສ່ໜູນຊ່ວຍບັນດາພະນັກງານແນວໜ້າເຂດຊາຍແດນ, ຮັບປະກັນວິວັດການເປີດປະຕູຊາຍແດນສາກົນຂອງຫວຽດນາມ ໃຫ້ມີການດຳເນີນຢ່າງປອດໄພ.