ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​​ພົບ​ປະ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປ່​ຸນ

15:07 | 22/10/2020

ຍ​ສ​ໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide  ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍຜ່ານການຮັບນັກຝຶກງານ ຫວຽດນາມ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດ ນາມ ພ ບ ປະ ນາ ຍ ກ ລ ດ ຖະ ມ ນ ຕ ຍ ປ ນ ທ້ອງ​ຖິ່ນ ລັດ​ເຊຍ​ຍົກ​ສູງ​ຄວາມ​ຫວັງ​ຮ່ວມ​ມື​ທາງ​ການ​ຄ້າ ກັ​ບ​ວິ​ສາ​ຫະ​ກິດ ຫວຽດ​ນາມ
ປະ ທານ ສະ ພາ ແຫ ງ ຊາດ ຫວຽດ ນາມ ພ ບ ປະ ນາ ຍ ກ ລ ດ ຖະ ມ ນ ຕ ຍ ປ ນ ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ 230 ຄົນ​ຈາກ​ສິງ​ກະ​ໂປ ແລະ ຍີ່​ປຸ່ນ​ກັບ​ມາ​ຫວຽດ​ນາມ
ປະ ທານ ສະ ພາ ແຫ ງ ຊາດ ຫວຽດ ນາມ ພ ບ ປະ ນາ ຍ ກ ລ ດ ຖະ ມ ນ ຕ ຍ ປ ນ
ການ​ພົບ​ປະ​ໂອ້​ລົມ​ລະ​ຫວ່າງ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide (ພາ​ບ: TTXVN)

ວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານSuga Yoshihideນາຍົກລັດຖະມົນຕີ ຍີ່ປຸ່ນເຊິ່ງພວມຢ້ຽມຢາມ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ທີ່​ການ​ພົບ​ປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍຜ່ານການຮັບນັກຝຶກງານ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ. ທ່ານນາງກໍປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮັກສາການຢ້ຽມຢາມ, ພົບປະແລກປ່ຽນໃນທຸກຂັ້ນ, ໂດຍສະເພາະແມ່ນລະຫວ່າງການນຳຂັ້ນສູງ.

່​ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບຜ້າອັດປາກ ດັ່ງຈຳນວນ 20.000 ອັນໃຫ້ແກ່ ຍີ່ປຸ່ນ; ພ້ອມທັງ ປາດຖະໜາວ່າ ຈະພ້ອມກັບ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີຍີ່​ປຸ່ນ ຢັ້ງຢືນວ່າ ຍີ່ປຸ່ນ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ສິດເສລີທາງ​ທະ​ເລ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດ ນາມ ພ ບ ປະ ນາ ຍ ກ ລ ດ ຖະ ມ ນ ຕ ຍ ປ ນ ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ Covid – 19 ເພື່ອ​ຟື້​ນ​ຟູ​ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ

ຍ​ສ​ໝ - ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄ​າ​ວ່າ ໂລກ​ລະ​ບາດ Covid – 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ​ລະ​ຫວ່າງ ບັນ​ດາ​ປະ​ເທດ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດ ນາມ ພ ບ ປະ ນາ ຍ ກ ລ ດ ຖະ ມ ນ ຕ ຍ ປ ນ ຍີ່​ບຸ່ນ ຮັກ​ສາ​ພັດ​ທະ​ນາການ​ພົວ​ພັນ​​ເສດ​ຖະ​ກິດ​ກັບ ອາ​ຊຽນ ແລະ ຫວຽດ​ນາມ

ຍ​ສ​ໝ - ທ່ານ Kawada ໃຫ້​ຂໍ້​ສັງ​ເກດ​ວ່າ ​ຫວຽດ​ນາມ ແລະ ບັນດາ​ປະ​ເທດ ອາ​ຊຽນ ຕ່າງ ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ສຳ​ລັບ ຍີ່​ບຸ່ນ ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ ແລະ ການ​ທູດ. ສຳ​ລັບ ອາ​ຊຽນ, ການ​ພົວ​ພັນ​​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ ຍີ່​ບຸ່ນ ແລະ ອາ​ຊຽນ ຈະ​ສືບ​ຕໍ່​ໄດ້​ຮັບ​ການເພິ່ມ​ທະ​ວີ ແລະ ເຮັດ​ໃຫ້​ເລິກ​ເຊິ່ງ​ກ່​ວາ​ອີກ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດ ນາມ ພ ບ ປະ ນາ ຍ ກ ລ ດ ຖະ ມ ນ ຕ ຍ ປ ນ ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13

ຍສໝ - ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະໄດ້ເປັນປະທານກອງປະຊຸມ.

​ບຸນ​ຄົງ

302 Found

Found

The document has moved here.