ຍສໝ - ຕອນເຊົ້າຂອງວັນທີ 7 ມີນາ, ທ່ານ ຟ້າມມີງຈີງ ນາຍົກລັດຖະມົນຕີ ພົບປະຕາງໜ້າບັນດາການນຳ, ຜູ້ຄຸ້ມຄອງ ແລະ ປັນຍາຊົນ, ນັກສິນລະປິນວັນນະຄະດີເພດຍິງທີ່ເປັນຕົວແບບດີເດັ່ນ ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ) ແລະ ລະນຶກຄົບຮອບ 1982 ປີ ການລຸກຮື້ຂຶ້ນຂອງ ຮາຍບ່າຈຶງ.
ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສະຫວັດດີການ ສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໄດ້ເຮັດໃຫ້ລະບອບປະກັນສັງຄົມ ມີການພັດທະນາ ເປັນທັນສະໄໝ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຄວາມຍືນຍົງ, ລະບົບການອຸດໜູນ ປະກັນສັງຄົມປະເພດຕ່າງໆ ໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ມີປະສິດ ທິພາບສູງຂື້ນ
ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນດ້ວຍເອກະສານຕໍ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2020.
ຍສໝ - ວັນທີ 10 ຕຸລາ 1954 ໄດ້ສ້າງຂີດໝາຍທີ່ມີຄວາມໝາຍສຳຄັນ, ເປີດສະໄໝໃໝ່ທີ່ສະຫງ່າອົງອາດໃນປະຫວັດສາດອະລິຍະທຳນັບພັນປີຂອງທັງລອງ - ໂດງໂດ - ຮ່າໂນ້ຍ. ເຖິງວ່າ 66 ປີຜ່ານໄປແລ້ວກໍ່ຕາມ ແຕ່ບັນດາຈຸດເວລາທີ່ອົງອາດກະຫານນັ້ນ ຍັງຄົງຕົວຢູ່ໃນຫົວໃຈຂອງຊາວຮ່າໂນ້ຍຕະຫຼອດການ.
ພາຍຫລັງດຳເນີນໄປດ້ວຍຫຼາຍການເຄື່ອນໄຫວສະແດງວັດທະນະທຳທີ່ພົ້ນເດັ່ນມາເປັນ 3 ວັນ, ວັນທີ 8 ຕຸລາ, ຢູ່ຫໍພິພິທະພັນວັດທະນະທຳບັນດາເຜົ່າຫວຽດນາມ (ນະຄອນທ໊າຍງວຽນ, ແຂວງທ໊າຍງວຽນ), ວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດ ຄັ້ງທີ II ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຢ້າວ - ສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະພັດທະນາ” ໄດ້ອັດລົງ.
ຕອນບ່າຍວັນທີ 30 ມັງກອນ, ຜູ້ແທນ 1.587 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIII.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ສົ່ງຄຳອວຍພອນອັນດີງາມເຖິງບັນດາການນຳ, ນັກຂ່າວ, ນັກບັນນາທິການ VOV ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດຍິງ, ອຸປະທູດບັນດາອົງການທູຕານຸທູດຕ່າງປະເທດ ປະຈຳ ຫວຽດນາມ.
ຍສໝ - ທີ່ວັນບຸນປີນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ ອີຕາລີ ໄດ້ນຳມາເຊິ່ງບັນດາຈຸດວັດທະນະທຳຂອງຊາດທີ່ພົ້ນເດັ່ນ, ຜ່ານນັ້ນ ກໍ່ແນະນຳພາບພົດທີ່ສວຍງາມ ແລະ ມີຄວາມສະຫງົບສຸກຂອງປະເທດ ຫວຽດນາມ ຕໍ່ເພື່ອນມິດສາກົນ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ ບັນຫາພັດທະນາສັງຄົມ, ປະຕິບັດວິໄສທັດ ອາຊຽນ 2023, ແຜນການກະທຳ ຮ່າໂນ້ຍ ແລະ ບັນດາເອກະສານທີ່ກ່ຽວຂ້ອງຕ່າງໆຂອງ ອາຊຽນ ເພື່ອແນໃສ່ສ້າງປະຊາຄົມ ອາຊຽນທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.
ຍສໝ - ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ການກະກຽມກອງປະຊຸມວິສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 15; ພິຈາລະນາວຽກງານບຸກຄະລາກອນທີ່ຂຶ້ນກັບສິດອຳນາດຕັດສິນ.
ຍສໝ - ຕອນບ່າຍວັນທີ 18 ພະຈິກ, ທ່ານພົນເອກ ຟານວັນຢາງ - ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Nikonrndej Balankura, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກໄທ ປະຈຳ ຫວຽດນາມ.
ຍສໝ - ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນຄືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບນະໂຍບາຍ “ປະເທດຈີນດຽວ” ແລະ ຫວັງວ່າ ບັນດາຝ່າຍຈະອົດກັ້ນ, ສ້າງສະພາບແວດລ້ອມສັນຕິພາບທີ່ມີສະຖຽນລະພາບຢູ່ພາກພື້ນ.
ຍສໝ - ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ໃນທັດສະນະຊອດທະລຸຂອງລັດຖະບານ ແມ່ນຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ເຈົ້າກຳ, ກຳລັງແຮງຂອງການຫັນເປັນດີຈີຕອນ.
ປີ 2022 ແມ່ນຄົບຮອບ 61 ປີແຫ່ງວັນເກີດວິນາດສະກຳທາດພິດສີສົ້ນຢູ່ ຫວຽດນາມ (ວັນທີ 10 ສິງຫາ 1961 – 10 ສິງຫາ 2022). ທາດພິດສີສົ້ນ/ດີໂອຊິນ ໂດຍກອງທັບອາເມລິກາ ຫວ່ານລົງໃສ່ສະໜາມຮົບພາກໃຕ້ ຫວຽດນາມ ໃນເວລາ 10 ປີ (1961 - 1971), ໄດ້ເຮັດໃຫ້ມີຜູ້ເສຍຊີວິດນັບແສນຄົນ, ຜູ້ເປັນພະຍາດຮ້າຍແຮງ, ປິ່ນປົວຍາກນັບຫຼາຍລ້ານຄົນ. ກໍ່ໃນໄລຍະ 61 ປີນັ້ນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ, ທາດເຄມີ, ການເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດ ກໍ່ຄືປະຊາຄົມ.
ຍສໝ - ຄາດວ່າວັນບຸນວັດທະນະທຳຊົນເຜົ່າມົ້ງຄັ້ງທີ III ຈະດຳເນີນໃນເດືອນກັນຍາ 2021 ຢູ່ນະຄອນລາຍເຈົາ, ແຂວງລາຍເຈົາ ໂດຍມີການເຂົ້າຮ່ວມຂອງ 14 ແຂວງຄື: ລາຍເຈົາ, ທາຍງວຽນ, ລາງເຊີນ, ກາວບັງ, ບັກການ, ເຊີນລາ, ດຽນບຽນ, ເງະອານ, ແທັງຮວາ, ຮວາບິງ, ຕວຽນກວາງ, ຮາຢາງ, ອຽນບາຍ ແລະ ດັກລັກ.
ຍສໝ - ວັນທີ 12 ມີນາ ຢູ່ທີ່ວັດໂຊໂຈຈິ, ເລກທີ 4-7-35 ຖະໜົນສິບະໂກະເອນ, ເມືອງມິນາໂຕ, ນະຄອນໂຕກຽວ, ປະເທດຍີ່ປຸ່ນ ໄດ້ມີກິດຈະກຳການໃຫ້ຄຳປຶກສາທາງການແພດ ແລະ ກວດພະຍາດວັນນະໂລກ (ສ່ອງ X-ray ໜ້າເອິກ) ສະເພາະໃຫ້ຄົນຕ່າງປະເທດ, ພິເສດແມ່ນໃນທີ່ນີ້ມີການຊ່ວຍເຫຼືອທາງດ້ານພາສາຫວຽດ. ກິດຈະກຳໂຄງການນີ້ແມ່ນບໍ່ເສັຍຄ່າໃຊ້ຈ່າຍໃດໆ ແລະ ບໍ່ຈຳເປັນຕ້ອງຈອງຄິວກ່ອນລ່ວງໜ້າ.
ຄະນະນັກກິລາ ຫວຽດນາມ ສືບຕໍ່ແຂ່ງຂັນທີ່ປະສົບຜົນສຳເລັດໃນວັນທີ 17 ພຶດສະພາ ເມື່ອຍາດໄດ້ຕື່ມອີກ 16 ຫຼຽນຄຳ. ບັນດາຫຼຽນຄຳເຫຼົ່ານັ້ນ, ແມ່ນໄດ້ມາຈາກກິລາປະເພດ ຍິງປືນ, ພາຍເຮືອກາໂນ, ໝາກຮຸກ, ມວຍປ້ຳ, ແລ່ນ ແລະ ລານ, ເທັກຄອນໂດ, ລອຍນ້ຳ ແລະ ອີສະປອດ.
ຍສໝ - ພາຍຫຼັງການຈັດຕັ້ງຄັ້ງທຳອິດໃນປີ 2008, ມາຮອດປັດຈຸບັນ ໂຄງການ “ດອກໄມ້ສີແດງ” ໄດ້ມອບຂອງຂັວນນັບສີບຕື້ດົງໃຫ້ແກ່ ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາແມ່ຫວຽດນາມ ວິລະຊົນ ແລະ ບັນດານັກຮຽນທຸກຍາດທີ່ຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາທ້ອງຖິ່ນທັງໝົດໃນທົ່ວປະເທດ.
ຍສໝ - ຄະນະກຳມາທິການ ການເລືອກຕັ້ງຂອງ ໄທ ໃນວັນຈັນມື້ນີ້ ໄດ້ຕັດສິດເຈົ້າຍິງ ອຸບົນຣັດ ມະຮິດົນ ອອກຈາກການລົງແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີ ຍ້ອນວ່າພັກການເມືອງດັ່ງກ່າວເຊື່ອມໂຍງກັບການຂັບໄລ່ນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ອອກຈາກຕຳແໜ່ງ.