ຫຽອດນາມ: ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ​ ​ຕ້ອງ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ

17:02 | 10/10/2023

ຍສໝ - ຕາມ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ແລ້ວ, ​ໃນທັດສະນະຊອດທະລຸ​ຂອງ​ລັດຖະບານ ​ແມ່ນ​ຖື​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ເປັນ​ໃຈກາງ, ເຈົ້າກຳ, ກຳລັງ​ແຮງ​ຂອງ​ການ​ຫັນ​ເປັນ​ດີ​ຈີ​ຕອນ.

ວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ແມ່​ຍິງ​ຕ້ອງ​ກະ​ກຽມ​ທັກ​ສະ​ຫຍັງ ວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ແມ່​ຍິງ​ຕ້ອງ​ກະ​ກຽມ​ທັກ​ສະ​ຫຍັງ
KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ

ຕອນ​ເຊົ້າ​ວັນ​ທີ 10 ຕຸລາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ແຫ່ງ​ຊາດ 2023 ດ້ວຍ​ຫົວ​ຂໍ້​ວ່າ “ຂຸດ​ຄົ້ນ​ຂໍ້​ມູນ​ດິ​ຈິ​ຕອນ​ສ້າງ​ຄຸນ​ຄ່າ”.

ໃນປີ 2023, ການຫັນເປັນດິຈິຕອລແຫ່ງຊາດ, ໂດຍສະເພາະແມ່ນຂໍ້ມູນດິຈິຕອລ, ໄດ້ບັນລຸຜົນໄດ້ຮັບໃນທາງບວກຫຼາຍຢ່າງ ທັງໃນການເຊື່ອມຕໍ່ຂໍ້ມູນ ແລະການແບ່ງປັນ; ຂຸດຄົ້ນຂໍ້ມູນເພື່ອຮັບໃຊ້ປະຊາຊົນແລະທຸລະກິດ; ການພັດທະນາພື້ນຖານໂຄງລ່າງຂໍ້ມູນດິຈິຕອນ; ດິຈິຕອນຂໍ້ມູນ.

ຫຽອດນາມ: ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ​ ​ຕ້ອງ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ

ວັນຫັນເປັນດີຈີຕອນແຫ່ງຊາດ ປີ 2023 ໂດຍກະຊວງຖະແຫຼງຂ່າວ - ສື່ສານ ຫວຽດນາມຈັດຂຶ້ນ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ການຫັນເປັນດີຈີຕອນແມ່ນທ່າອ່ຽງແນນອນ ທີ່ພວມດຳເນີນຢ່າງແຮງໃນທົ່ວໂລກ, ມີເອກະສານ ແລະ ມະຕິຂອງພັກຫຼາຍສະບັບໄດ້ເຕື້ອງເຖິງກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນຢ່າງເລິກເຊິ່ງ. ລັດຖະບານ ຫວຽດນາມ ໄດ້ກຳນົດເປົ້າໝາຍຄວບຄູ່ແມ່ນ ທັງພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ທັງສ້າງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ທີ່ມີກຳລັງຄວາມສາມາດແກ້ງແຍ້ງທົ່ວໂລກ ເພື່ອຫັນຄວາມຫວັງ ປະເທດຫວຽດນາມ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ຫຽອດນາມ: ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ​ ​ຕ້ອງ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ

ເພື່ອປະຕິບັດການຫັນເປັນດີຈີຕອນແຫ່ງຊາດຢ່າງມີປະສິດທິຜົນ, ແທດຈິງນັ້ນ, ມັນຮຽກຮ້ອງໃຫ້ການພວກເຮົາຕ້ອງມີຍຸດທະສາດຢ່າງມີແບບມີແຜນ, ປະຕິບັດຢ່າງມີຈຸດສຸມ, ຕ້ອງປ່ຽນແປງວິທີການຄຸ້ມຄອງ, ການເຄື່ອນໄຫວ, ບໍລິຫານສັງຄົມ. ທັດສະນະລຸລ່ວງຂອງ ລັດຖະບານ ແມ່ນຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າຂອງ, ເປົ້າໝາຍ ແລະ ແມ່ນກຳລັງໜູນ, ແຫຼ່ງກຳລັງຂອງການຫັນເປັນດີຈີຕອນ. ການຫັນເປັນດີຈີຕອນຕ້ອງນຳຜົນປະໂຫຍດມາໃຫ້ປະຊາຊົນ, ວິສາຫະກິດ ຈາກການປະຕິບັດລະບຽບການບໍລິຫານສາທາລະນະ, ການໜູນຊ່ວຍສັງຄົມໃຫ້ສະດວກກ່ວາ, ໄວກ່ວາ, ມີປະສິດທິຜົນກ່ວາ ແລະ ປະຊາຊົນກໍ່ຈະສ້າງແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.