ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ.
ຍສໝ - ໃນວັນທີ 23 ເມສາ, ຢູ່ດ່ານຊາຍແດນສາກົນ ລາວບາວ, ຕັ້ງຢູ່ເຂດພູດອຍຂອງເມືອງ ເຫຶ່ອງຫ່ວາ, ແຂວງກວາງຈິ, ກອງບັນຊາການທະຫານເຂດ 4 (ກະຊວງປ້ອງກັນປະເທດ ສສ.ຫວຽດນາມ) ໄດ້ຈັດຕັ້ງການມອບຮັບເຄື່ອງອຸປະກອນການແພດໃຫ້ກອງທັບປະຊາຊົນລາວເພື່ອຊ່ວຍເຫຼືອ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ດ່ານຈາຫລໍ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອກອງບັນຊາການທະຫານ ແຂວງຄຳມ່ວນ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19.
ຫວ່າງແລ້ວນີ້, ທີ່ດ່ານສາກົນລາວບາວ - ສະຫັວນນະເຂດ ໄດ້ຈັດຂຶ້ນພິທີມອບຮັບເຄື່ອງອຸປະກອນການແພດ ໂດຍກອງບັນຊາການທະຫານແຂວງກວາງຈິ (ສສ.ຫວຽດນາມ) ມອບໃຫ້ແກ່ກອງບັນຊາການທະຫານ ແຂວງສະຫັວນນະເຂດ ເພື່ອປ້ອງກັນການລະບາດ ພະຍາດ Covid-19.
ຍສໝ - ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງ ສາລະວັນ ສປປ.ລາວ ໄດ້ຮັບເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານ ນະຄອນດາໜັງ ສສ.ຫວຽດນາມ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດ Covid -19.
ຍສໝ - ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຄື່ອງວັດແທກອຸນຫະພູມຮ່າງກາຍຈໍານວນ 295 ອັນ, ຊຸດປ້ອງກັນພະຍາດໂຄວິດ-19 ກວ່າ 5.800 ຊຸດ, ຈັກສີດຢາຂ້າເຊື້ອເກືອບ 150 ອັນ, ຜ້າອັດປາກ-ອັດດັງ, ຖົງມືການແພດ ແລະອາຫານແຫ້ງ, ທັນຍາຫານນັບຮ້ອຍກິໂລກຼາມ ລວມມູນຄ່າທັງໝົດແມ່ນກວ່າ 4,6 ຕື້ດົ່ງ.
ຍສໝ - ກອງບັນຊາການທະຫານ ແຂວງກອນຕູມ, ແຂວງບິງດິງ ແລະ ແຂວງກວາງຫງາຍ ຂອງຫວຽດນາມໄດ້ມອບເຄື່ອງອຸປະກອນທາງການແພດຫຼາຍຢ່າງ ໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງອັດຕະປືຂອງ ສປປ.ລາວ ເພື່ອສະກັດກັ້ນໂລກລະບາດ Covid-19.
ຍສໝ - ໃນວັນທີ 16 ເມສາ, ຢູ່ດ່ານຊາຍແດນ ນາມຢ່າງ (ກວາງນາມ), ກອງບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ໄດ້ສົມທົບກັບບັນດາທ້ອງຖິ່ນ ໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດ ເພື່ອຊ່ວຍເຫຼືອ ບັນດາທ້ອງຖິ່ນຂອງລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19.
ຍສໝ - ເພື່ອແນໃສ່ແບ່ງປັນ, ຊ່ວຍເຫຼືອກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ ທີ່ພວມປະຕິບັດໜ້າທີ່ຢູ່ຕາມເສັ້ນຊາຍແດນກ່ຽວກັບວຽກງານປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19. ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ໄດ້ມອບຜ້າອັດປາກ-ອັດດັງ 5.000 ອັນ, ເຈວລ້າງມື 450 ແກ້ວ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 4 ຊຸດ.
ຍສໝ - ຫວ່າງແລ້ວນີ້ , ກອງບັນຊາການທະຫານແຂວງສະຫວັນນະເຂດ ນໍາໂດຍທ່ານພັນໂທ ວັນທອງ ບຸດສະດາ, ຫົວໜ້າຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ.
ຍສໝ - ຫວ່າງແລ້ວນີ້, ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ນຳທ່ານພັນເອກ ບຸນມາກ ວິລະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງແທງຮວາ.
ຍສໝ - ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ, ທ່ານພັນເອກ ທອງສີ ກຸນຊະນະ ໄດ້ສົ່ງພອນໄຊອັນປະເສີດມາຍັງການນໍາ, ພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ; ພ້ອມທັງຢັ້ງຢືນເຖິງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງຝ່າຍຈະນັບມື້ນັບໄດ້ຮັບການຮັດແໜ້ນ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາໄດ້ຢ່າງມີໄຊ.
ຍສໝ - ຕອນບ່າຍວັນທີ 30 ທັນວາ 2019,ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ.
ຍສໝ - ວັນທີ 19 ພະຈິກ ຢູ່ເມືອງດົງຮ່າ, ກອງບັນຊາການທະຫານ ຂອງສອງແຂວງກວາງຈິ - ສະຫວັນນະເຂດ (ລາວ) ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 15.
ວັນທີ 9 ພະຈິກ, ຄະນະພະນັກງານກອງບັນຊາການທະຫານແຂວງຊຽງຂວາງ ໄດ້ມາຖະຫວາຍດອກໄມ້, ທູບທຽນທີ່ເຂດປູຊະຍີຍະສະຖານກິມລຽນ, ເມືອງນາມດ່ານ.
ຍສໝ - ໃນທ້າຍເດືອນຕຸລານີ້, ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະ ຜູ້ ແທນກອງບັນຊາການທະຫານ ແຂວງບໍ່ແກ້ວ ກອງທັບປະຊາ ຊົນລາວ ກັບ ກອງບັນຊາການທະ ຫານແຂວງລາວກາຍທີ່ຂຶ້ນກັບ ທະຫານເຂດ 2 ກອງທັບ ປະຊາ ຊົນ ຫວຽດນາມ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ.
ຍສໝ - ຕອນບ່າຍວັນທີ 16 ກັນຍາ, ກອງບັນຊາການທະຫານແຂວງໄຊຍະບູລີ ແລະກອງບັນຊາການທະຫານແຂວງອຽນບ໋າຍ ສົມທົບກັນຈັດຕັ້ງການພົບປະເຈລະຈາ ເພື່ອຕີລາຄາຜົນການປະຕິບັດກົດລະບຽບສົມທົບກັນໃນປີ 2019 ແລະລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເຄື່ອນໄຫວໃນປີ 2020.
ຍສໝ- ວັນທີ 16 ກັນຍາ, ທີ່ຮ່າໂນ້ຍ, ຄະນະປະຕິບັດງານຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະຊາຊົນລາວ ໂດຍ ທ່ານພົນເອກ ໄພວັນ ແມນວິໄລ, ຫົວໜ້າຫ້ອງການ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະເທດລາວ ເປັນຫົວໜ້ານຳພາຄະນະໄດ້ເຂົ້າຢ້ຽມຄຳນັບ ການນຳຂອງກອງບັນຊາການທະຫານຊາຍແດນ ຫວຽດນາມ, ໂດຍທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຮອງຫົວໜ້າ ກອງບັນຊາການທະຫານຊາຍ ເປັນປະທານການຕ້ອນຮັບ.