ລາວ: 8 ມື້ຕິດຕໍ່ກັນ ກວດບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ປະຕິບັດມາດຕະການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ | |
ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19 |
ໃນພິທີມອບຮັບ, ທ່ານພັນໂທ ຫວຽນບາຢວນ, ຫົວໜ້າການເມືອງກອງບັນຊາການທະຫານ ແຂວງກວາງຈິ ພ້ອມຄະນະຜູ້ແທນແຂວງກວາງຈິ ໄດ້ມອບເຄື່ອງຊ່ວຍເຫຼືອເຊິ່ງປະກອບມີ ຜ້າບັງປາກ 400 ອັນ, ຢາຂ້າເຊື້ອ 100 ກວດ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 10 ອັນ, ຊຸດປ້ອງກັນພະຍາດ 100 ຊຸດ, ນົມສົດ 300 ແກັດ ແລະ ສະຫະພັນແມ່ຍິງແຂວງກວາງຈິ ມອບຜ້າບັງປາກ 1000 ອັນ, ລວມມູນຄ່າ 160 ລ້ານດົງ.
![]() |
ກອງບັນຊາການທະຫານແຂວງກວາງຈິ ໄດ້ມອບເຄື່ອງອຸປະກອນຕ້ານ ພະຍາດ Covid-19 ໃຫ້ແຂວງສະຫັວນນະເຂດ. (ພາບ: KPL) |
ພ້ອມດຽວກັນນັ້ນ, ກອງບັນຊາການທະຫານເມືອງເຮືອງຮ່ວາ, ແຂວງກວາງຈິ ກໍໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານເມືອງເຊໂປນ, ປະກອບມີ ຜ້າບັງປາກ 200 ອັນ, ໝີ່ 60 ແກັດ ແລະ ເຂົ້າສານ 1,2 ໂຕນ ລວມມູນຄ່າ 26.500.000 ດົງ.
ທ່ານພົນຈັດຕະວາ ຈະເລີນ ວົງວິໄຊ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫັວນນະເຂດ ໄດ້ສະແດງຄວາມຂອບໃຈ ມາຍັງຄະນະການນຳກອງບັນຊາການທະຫານແຂວງກວາງຈິ ແລະ ຄະນະການນໍາທະຫານເມືອງເຮືອງຮວ໋າ ສສ.ຫວຽດນາມ ທີ່ໄດ້ນຳເອົາເຄື່ອງອຸປະກອນຊ່ວຍເຫຼືອມາມອບໃຫ້ໃນຄັ້ງນີ້.
ພ້ອມກັນນັ້ນ, ທ່ານພົນຈັດຕະວາ ຈະເລີນ ວົງວິໄຊ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງອຸກອນການແພດ ແລະ ເຄື່ອງບໍລິໂພກຈຳນວນດັ່ງກ່າວນີ້ ໄປນຳໃຊ້ໃຫ້ເປັນປະໂຫຍດ ແລະ ໄປແຈກຢາຍໃຫ້ພະນັກງານ, ນັກຮົບໃນກົມກອງຢ່າງທົ່ວເຖິ່ງ.
![]() | ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19 ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19. |
![]() | ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19 ຍສໝ - ແຂວງດ້ຽນບຽນ ແລະ ແຂວງກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວ ແລະ ແຂວງສາລະວັນ ເພື່ອປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19. |
![]() | ວິສາຫະກິດຫວຽດນາມ ໄດ້ສະໜັບສະໜູນ ສປປ.ລາວ ໃນການປ້ອງກັນພະຍາດ Covid-19 ຍສໝ - ໃນວັນທີ 20 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຮວ່າງແອງຢາລາຍ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດ ລວມມີມູນຄ່າ 100,000 ໂດລາ ເພື່ອສະໜັບສະໜູນລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ Covid-19. |
ຄຳຮຸ່ງ