ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງແທງຮວາ

07:09 | 12/01/2020

ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງແທງຮວາ.

ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງແທງຮວາ

ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານຊາຍແດນແຂວງແທງຮວາ. (ພາບ: baothanhhoa.vn)

ທີ່ການຕ້ອນຮັບ, ການນໍາກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານຊາຍແດນແຂວງແທງຮວາ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ວຽກງານຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງ ກໍ່ຄື ແລກປ່ຽນບັນດາຂໍ້ມູນຂ່າວສານສໍາຄັນທີ່ກ່ຽວຂ້ອງເຖິງໜ້າທີ່ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ, ປົກປັກຮັກສາເຂດຊາຍແດນ ຂອງສອງແຂວງ. ການນໍາກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານຊາຍແດນແຂວງແທງຮວາ ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການຊີ້ນຳນໍາພາປະຕິບັດວຽກງານສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນຢ່າງດີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານສ້າງກົມກອງ, ປ້ອງກັນຕ້ານໄພທຳມະຊາດ…

(ໄຊພອນ)

ເຫດການ
302 Found

Found

The document has moved here.