ຍສໝ - ທ່ານເອກອັກຄະລັດຖະເທູດ ຫງວຽນຮຸ່ງ ແລະ ທ່ານ ສະມາຊິກລັດຖະສະພາ Napielralski ໄດ້ເຫັນດີເປັນເອກະພາບຕໍ່ແຜນການເພີ່ມທະວີການຮ່ວມມື ແລະ ບັນດາຂັ້ນກະຊວງຂະແໜງການ ຜ່ານບັນດາການຢ້ຽມຢາມ ຫຼັກ ເຊິ່ງກັນ ແລະກັນ ພາຍຫຼັງທັງສອງປະເທດ ຄວບຄຸມໄດ້ໂລກລະບາດໂຄວິດ - 19 ເພື່ອຊຸກຍູ້ການຮ່ວມມື ແລະ ຜັນຂະຫຍາຍ ໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຂັ້ນສູງ ຂອງທ່ານ ປະທານາທໍບໍດີ ໂປໂລຍ Andrzej Duda ໃນວັນທີ 2017, ຊຸກຍູ້ການຮ່ວມມືທ້ອງຖິ່ນຜ່ານການພົວພັນແລກປ່ຽນ ແລະ ຮັກສ່ຽວລະຫວ່າງບັນດານະຄອນຂອງສອງປະເທດ.
ຍສໝ - ເຂົ້າຮ່ວມພິທີມີທ່ານພົນໂທ ຫວູຈຽນທັ້ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ Pranay Verma...
ຍສໝ - ພາຍຫຼັງການຜັນຂະຫຍາຍມາເປັນເວລາພຽງແຕ່ 2 ອາທິດ, ປະຊາຊົນ ເນປານກ່ວາ 2000 ຄົນ ຢູ່ຫຼາຍບ່ອນໄດ້ຮັບເຂົ້າສານ ກ່ວາ 10 ໂຕນ, ໜີ່ສຳເລັດຮູບ ນັບຮ້ອຍແກັດ, ນ້ຳມັນ ແລະ ບັນດາເຄື່ອງບັນເທົາທຸກທີ່ຈຳເປັນຕ່າງໆ.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Heiko Maas ໄດ້ອວຍພອນ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເມື່ອດຳລົງຕຳແໜ່ງໃໝ່ ແລະ ທ່ານສະແດງຄວາມເຊື່ອໝັ້ນວ່າ ຂະແໜງການທູດ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງກ່ວາອີກ.
ຍສໝ -ໃນສານຂອງຕົນ, ທ່ານເອກອັກຄະລັດຖະທູດ ຫວູນົ່ງນາມໄດ້ຂຽນວ່າ: ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ເກີດຂຶ້ນໄວຣັດສາຍພັນໃໝ່ຫຼາຍຊະນິດໃນບໍລິເວນທົ່ວໂລກ, ໃນນັ້ນ ມີຍີ່ປຸ່ນ ແລະຫວຽດນາມ, ຈຳນວນຜູ້ຕິດເຊື້ອຢູ່ຍີ່ປຸ່ນຍັງບໍ່ທັນຫຼຸດລົງເທື່ອ.
ຍສໝ - ຄະນະໄດ້ມອບໃຫ້ສະມາຄົມຂະແມ - ຫວຽດນາມ ເຂົ້າສານ 2500 ກີໂລກຼາມ, ໝີ່ສຳເລັດຮູບ 350 ແກັດ ແລະ ເງິນເປັນຈຳນວນ 50 ລ້ານດົ່ງ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ຫຼຸດຜ່ອນຄວາມຫຍຸ້ງຍາກ, ຜ່ານຜ່າໂລກລະບາດໂຄວິດ - 19.
ຍສໝ - ຈຳນວນຂອງຂວັນລວມມີ ສິນຄ້າ 135 ແກັດໃນນັ້ນມີ ຜ້າອັດປາກດັງ ລວມທັງໝົດ 337.500ອັນ ໂດຍຄອບຄົວທ່ານ ເຈິ່ນວຽດຕວັນ ຊາວຫວຽດນາມ ອາໄສຢູ່ຕ່າງ ແລະ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ບໍລິຈາກ, ດ້ວຍມູນຄ່າ 10.000 ໂດລາສະຫະລັດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດລາວ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກສິ່ງທ້າຍທາຍກັບລັດຖະບານ ແລະ ປະຊາຊົນລາວ.
ຍສໝ - ປັດຈຸບັນນາງ Vera Mazhirina ແມ່ນຜູ້ຮັບຜິດຊອບດ້ານຮູບພາບຂອງສະພາແຫ່ງຊາດ ລັດເຊຍ, ເລີ່ມທຳຄວາມຮູ້ຈັກເຖິງ ຫວຽດນາມ ນັບແຕ່ປີ 2016 ແລະ ໃນທັນທີໄດ້ດຶງດູດໃຈດ້ວຍຄວາມງາມຂອງປະເທດຊາດ ແລະ ຊາວ ຫວຽດນາມ.
ຍສໝ - ໂຄງການ Aus4Innovation ແມ່ນໂຄງການຮ່ວມມືໃນຂອບເຂດຂໍຕົກລົງການພົວພັນຮ່ວມມືປ່ຽນແປ່ງໃໝ່ປະດິດຄິດສ້າງ ອົດສະຕາລີ - ຫວຽດນາມ. ບ້ວງເງິນໜູນຊ່ວຍ 3,5 ລ້ານໂດລາ ອົດສະຕາລີ ໄດ້ຍົກຍອດຈຳນວນງົບປະມານຂອງ Aus4Innovation ຂຶ້ນເຖິງ 13,45ລ້ານໂດລາ ອົດສະຕາລີ.
ຍສໝ - ທີ່ພິທີ, ທ່ານພະມະຫາອາຈານ ທິດທຽນເຍິນ, ປະທານສະພາບໍລິຫານງານສະມາຄົມພູດທະສາສະໜາ ຫວຽດນາມ ໄດ້ແບ່ງປັນຄວາມເຫັນດີເຫັນພ້ອມກັບບັນດາຄວາມເຈັບປວດ, ເສຍຫາຍເຊິ່ງສາສະນິກະຊົນ, ປະຊາຊົນອິນເດຍພວມຕ້ອງປະເທດໜ້າຈາກໂລກລະບາດໂຄວິດ - 19.
ຍສໝ - ເຂົ້າຮ່ວມພິທີ ມີບັນດາພະນັກງານສະຖານທູດ, ຜູ້ຕາງໜ້າບໍລິສັດໂທລະຄົມມະນາຄົມ Movitel ແລະ ບັນດາວິສາຫະກິດ, ນັກຊ່ຽວຊານ, ຜູ້ອອກແຮງງານ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ Maputo.
ຍສໝ - ທີ່ພິທີມອບຮັບ, ທ່ານເຈີ່ນວັນຕຸຍ, ອະດີດກຳມະການສູນກາງພັກ, ອະດີດສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ທ່ານຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມການຜັນແປຂອງໂລກລະບາດ ໂຄວິດ - 19 ຢູ່ຫວຽດນາມ ແລະ ປະເທດລາວໃນໄລຍະທີ່ຜ່ານມາ.
ຍສໝ - CVFS ໄດ້ນຳບັນດາໜັງສາລະຄະດີ ກ່ຽວກັບແບບແຜນດຳລົງຊີວິດແບບລຽບງ່າຍ, ຄວາມຮັກແພງອອກແຮງງານ ຂອງປະທານໂຮ່ຈີມິນ ໂດຍເປັນຜູ້ມີສະຫງວນຕະຫຼອດຊີວິດຂອງຕົນເພື່ອເປົ້າໝາຍ “ສູ້ຊົນໃຫ້ສິດຜົນປະໂຫຍດຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ”ມາຍັງກອງປະຊຸມສຳມະນາ.
ຍສໝ - ທີ່ພິທີ, ຄະນະຈັດຕັ້ງໄດ້ມອບເງິນເປັນຈຳນວນ 1 ຕື້ດົ່ງ ຂອງ ພະສົງສາມມະເນນ, ພຸດທະສາສະນິກະຊົນ ພາຍຫຼັງການລະດົມອຸປະຖຳມາເປັນເວລາ 1 ອາທິດ ໃຫ້ແກ່ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ນະຄອນໂຮ່ຈີມິນ. ຈຳນວນເງິນສະໜັບສະໜູນຈະໄດ້ສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສົ່ງໄປຍັງ ສະຖານທູດ ອິນເດຍ ເພື່ອແບ່ງບັນສ່ວນໃດສ່ວນໜຶ່ງ ໜູນຊ່ວຍປະຊາຊົນອິນເດຍ ຜ່ານຜ່າໂລກລະບາດໂຄວິດ - 19 ໂດຍໄວ.
ຍສໝ - ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ໂດຍຕາງໜ້າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງບິ່ງ, ທ່ານ ຫວູດ໊າຍທັ໊ງ, ເລຂາອົງຄະນະພັກໄດ້ເນັ້ນໜັກວ່າ ສອງປະເທດ ຫວຽດນາມ ແລະ ລາວ ເຖິງວ່າ ມີຜົນງານຫຼາຍ່ຢ່າງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ໄລຍະຜ່ານມາກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ທີ່ມາຈາກໂລກລະບາດໂຄວິດ - 19.
ຍສໝ - ປະຊາຄົມຊາວ ຫວຽດນາມ ຢູ່ ອິດສະລາແອັນ ປັດຈຸບັນ ລວມມີນັກສຶກສາ ກ່ວາ 300 ຄົນ ທີ່ແມ່ນນັກຄົ້ນຄ້ວາ ດ້ານກະສິກຳ ຢູ່ 4 ສູນກາງບຳລຸງສ້າງກະສິກຳໃຫຍ່ ແລະພໍ່ແມ່ປະຊາຊົນ ບາງຄົນທີ່ດຳລົງຊີວິດຢູ່ບັນດານະຄອນຄື Tel Aviv, Bat Yam, Beersheba, Haifa...
ຍສໝ - ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນຂຶ້ນກັບສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ໄດ້ພົບປະ, ພົວພັນ, ຈັດຕັ້ງພິທີການຟ້ອນລຳທຳນອງ, ແນະນຳພາບຖ່າຍ, ປຶ້ມ, ວັດນະຄະດີ…ຜ່ານເຄືອຂ່າຍອິນເຕິແນດ. ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍກໍ່ມີບັນດາຮູບແບບແລກປ່ຽນ, ພົບປະທາງອອນລາຍ ກັບສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ, ຕ້ອນຮັບບັນດາຄຳອວຍພອນຂອງເພື່ອນລັດເຊຍດ້ວຍຮູບການທາງອອນລາຍ.
ຍສໝ - ຫ່າງຈາກນີ້ 48 ປີ, ວັນທີ 9 ເມສາ 1973, ພາຍຫຼັງສົນທິສັນຍາ Paris ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ໄດ້ຮັບການລົງນາມ, ລາຊະອານາຈັກໂຮນລັງ ໄດ້ສ້າງຕັ້ງການພົວພັນທາງການທູດ ກັບ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ທ່ານເຈິ່ນວັນນາມ, ປະທານສະມາຄົມຂະແມ ຫວຽດນາມ ແຂວງ Preah Sihanouk ໃຫ້ຮູ້ວ່າ, ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19, ໃນໄລຍະເວລາກ່ວາ 1 ເດືອນມານີ້, ອຳນາດການປົກຄອງທ້ອງຖິ່ນ ໄດ້ນຳໃຊ້ບັນດາມາດຕະການປິດນະຄອນ Preah Sihanouk ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຄົມຢູ່ທີ່ນີ້ ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາອີກ ຍ້ອນບໍ່ສາມາດເດີນທາງໄປມາ, ທຳມາຫາກິນໄດ້.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫົວໜ້າກຳມະທິການວັດທະນະທຳ - ສັງຄົມ ໄດ້ສະແດງຄວາມຮັບຮູ້ຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການ ຂອງກອງພົນ 11 ທີ່ສະຫງວນໃຫ້ແກ່ສະພາແຫ່ງຊາດລາວ, ທ່ານນາງກໍ່ຖືວ່າ, ຈຳນວນຜູ້ອັດປາກດັງນີ້ ມີຄວາມຈຳເປັນທີ່ສຸດຕໍ່ສະພາແຫ່ງຊາດລາວ ໃນການຕໍ່ສູ້ປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ລາວ.