ຍສໝ - ແຕ່ວັນທີ 11-12 ກຸມພາ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ຈັດຂື້ນກອງປະຊຸມພົບປະເຈລະຈາຄະນະຜູ້ແທນຊ່ຽວຊານຊາຍແດນຫວຽດນາມ - ລາວ ເພື່ອແລກປ່ຽນເນື້ອໃນການກະກຽມໃຫ້ແກ່ ກອງປະຊຸມທົບທວນສອງຝ່າຍ ເພື່ອຜັນຂະຫຍາຍຮູບແບບການກວດກາ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ຢູ່ດ່ານປະຕູຊາຍແດນສາກົນລາວບາວ (ແຂວງກວາງຈີ້, ປະເທດຫວຽດນາມ) - ແດນສາຫວັນ (ແຂວງສະຫວັນນະເຂດ, ປະເທດລາວ).
ຍສໝ - ຕອນຄ່ຳວັນທີ 14 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ໄດ້ສົມທົບກັບສະມາຄົມ ຫວຽດນາມ ປະຈຳລາວ ຈັດຕັ້ງລາຍການ “ຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020”.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ ປີ 2020, ໃນຕອນບ່າຍວັນທີ 11 ມັງກອນ, ຄະນະຜູ້ແທນແຂວງແທງຮວາ ນຳໂດຍ ທ່ານ ໂດຈ້ອງຫື່ງ, ຮອງເລຂາຜູ້ປະຈຳການພັກແຂວງ, ຫົວໜ້າສະມາຊິກສະພາແຫ່ງຊາດຂັ້ນແຂວງ ໄດ້ມາວາງທູບທຽນ, ວາງດອກໄມ້ ແລະ ຢ້ຽມຢາມສຸສານນັກຮົບເກົ່າສາກົນຫວຽດນາມ - ລາວຢູ່ເມືອງ ແອັງເຊີນ (ເຫງ້ອ່ານ).
ຍສໝ - ວັນທີ 7 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ).
ທ່ານນາງ ປານີ ຢາທໍ່ຕູ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໃນໄລຍະຜ່ານມາຍາມໃດກໍ່ສະຫງວນການສະໜັບສະໜູນອັນລໍ້າຄ່າຊ່ວຍເຫຼືອລາວ ພັດທະນາເສດຖະກິດ-ສັງຄົມ
ຍສໝ - ວັນທີ 7 ມັງກອນນີ້, ຢູ່ນະຄອນຫຼວງວຽງຈັນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລມິງຈິ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມນັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງວໍລະຈິດ ແລະ ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້.
ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ແຂວງ ຄຳມ່ວນ, ປະເທດສປປລາວ, ໄດ້ຮັບການກໍ່ສ້າງຢູ່ແຄມຝັ່ງແມ່ນ້ຳຂອງ. ຢູ່ແຫ່ງນີ້ໄດ້ເກັບຮັກສາບັນດາພາບຖ່າຍ, ວັດຖຸພັນໃນວິວັດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ໄວ້, ຢູ່ເຂດດິນແດນ ຊຽງວາງ ນີ້.
ຍສໝ - ປີຜ່ານມາ, ການຄ້າ ແລະການລົງທຶນບັນລຸຜົນງານພົ້ນເດັ່ນທີ່ສຸດໃນການຮ່ວມມືສອງປະເທດ ດ້ວຍຈໍານວນໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ເພີ່ມຂຶ້ນ ແລະແມ່ນປະເທດຢືນອັນດັບທີ 3 ດ້ວຍເງິນລົງທຶນທັງໝົດເຂົ້າລາວ ບັນລຸກວ່າ 5 ຕື້ໂດລາສະຫະລັດ.
ໃນຕອນເຊົ້າວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ -ລາວ.
ຍສໝ - ຕອນເຊົ້າວັນທີ 3 ມັງກອນ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງແທງຮວາ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງສະມາຄົມໃນປີ 2019 ແລະ ຜັນຂະຫຍາຍພາລະກິດດັ່ງກ່າວໃນປີ 2020.
ຍສໝ - ນາຍົກລັດຖະມົນຕີລາວ, ທ່ານ ທອງລຸນສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄດ້ເດີນທາງມາຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການເປັນເວລາ 3 ວັນ, ແຕ່ວັນທີ 2 - 4 ມັງກອນ.
ປີ 2019 ໄດ້ຮັບຖືວ່າແມ່ນປີຈຸດໜັກ ສຳລັບບັນດາການເຄື່ອນໄຫວອາສາສະໝັກຊາວໜຸ່ມຂອງ ລາວ ແລະ ຫວຽດນາມ. ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ໄດ້ຮັບການຈັດຕັ້ງໂດຍສະຫະພັນຊາວ ໜຸ່ມສອງປະເທດ ເພື່ອແນໃສ່ຊຸກຍູ້ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.
ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນເຍິມ, ທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ສົມທົບກັບບັນດາກົມກອງລະດົມຫຼາຍແຫຼ່ງກໍາລັງເພື່ອໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນບ້ານເຊຊາບ (ເມືອງກະລຶມ, ແຂວງເຊກອງ) ຂອງປະເທດເພື່ຶອນມິດລາວ. ໂດຍໄດ້ຮັບການແນະນໍາກ່ຽວກັບວິທີຫາເງິນລ້ຽງຊີບ, ປະຊາຊົນບ້ານເຊຊາບ ໄດ້ຍູ້ແຮງການຜະລິດ, ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຫັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ.
ພະແນກແມ່ຍິງຂອງສອງກະຊວງການຕ່າງປະເທດ ໄດ້ເຫັນດີເພີ່ມທະວີການປະສານງານ ແລະ ການສະ ໜັບສະໜູນເຊິ່ງກັນ ແລະ ກັນເພື່ອສົ່ງເສີມການເຄື່ອນໄຫວຂອງພະນັກງານການທູດຍິງໃນຊຸມຊົນອາຊຽນ.
ຕອນເຊົ້າວັນທີ 26 ທັນວາ, ວິທະຍາຄານປ້ອງກັນຊາດ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມກ່ຽວກັບການບັນຊາ-ເສນາທິການຂັ້ນບັ້ນຮົບ-ຍຸດທະສາດໄລຍະສັ້ນຊຸດທີ 8 ໃຫ້ແກ່ຄູອາຈານກອງທັບປະຊາຊົນລາວ.
ຕອນເຊົ້າວັນທີ 26 ທັນວາ, ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ຫງວຽນວັນເກື່ອງ, ຮອງຫົວໜ້າການເມືອງກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ກວດກາວຽກງານກວດ, ປິ່ນປົວພະຍາດລວມລະຫວ່າງກອງທັບປະຊາຊົນຫວຽດນາມ - ລາວ ຢູ່ໂຮງໝໍເມືອງໃໝ່, ແຂວງຜົ້ງສາລີ (ສປປ ລາວ).
ຍສໝ - ກອງປະຊຸມປະຈໍາປີ ຄັ້ງທີ 29 ລະຫວ່າງຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ ຖືກຈັດຂຶ້ນ ໃນວັນທີ 26 ທັນວາຢູ່ຮ່າໂນ້ຍ.
ມາຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ ແມ່ນສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖື ແລະອາລົມຈິດຂອງປະຊາຊົນລາວ ທີ່ສະຫງວນໃຫ້ແກ່ປະທານ ໂຮ່ຈີມິນ.
ໃນລະຫວ່າງວັນທີ 4 - 7 ທັນວາ 2019, ຕອນບ່າຍວັນທີ 4 ທັນວາ 2019 ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຫ້ອງວ່າການປະທານປະເທດ ຫວຽດນາມ ໂດຍທ່ານ ດ່າວ ຫວຽດ ຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ, ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.
ຍສໝ - ໃນວັນທີ 29 ພະຈິກ 2019, ຢູ່ຮ່າໂນ້ຍ ສສ ຫວຽດນາມ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ມີການເຮັດວຽກກັບຄະນະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ.