ລັດຖະບານ ສ​ປ​ປ ລາວ ສູ້ຊົນ​ຈັດເກັບລາຍຮັບໃຫ້ເພີ່ມຂຶ້ນ 50% ແລະ ຫັນໄປສູ່ທັນສະໄໝ ປີ 2020

ລັດຖະບານ ສ​ປ​ປ ລາວ ສູ້ຊົນ​ຈັດເກັບລາຍຮັບໃຫ້ເພີ່ມຂຶ້ນ 50% ແລະ ຫັນໄປສູ່ທັນສະໄໝ ປີ 2020

ຍ​ສ​ໝ - ໃນ​ເມື​່ອ​ມໍ່ໆ​ມານີ້, ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ VIII. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ​້​ລາຍ​ງານກ່ຽວກັບ ກ​າ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ທິດທາງແຜນງົບປະມານແຫ່ງ ລັດ 5 ປີຄັ້ງທີ VIII (2016-2020).

ສະຫຼອງວັນສ້າງຕັ້ງ ສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງ ສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ

ເມື່ອວັນທີ 9 ພຶດສະພາທີ່​ຜ່ານ​ມາ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ (6/1/1968-6/1/2018) ໄດ້ຈັດຂຶ້ນ ທີ່ຫ້ອງການດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາພະນັກງານ-ລັດຖະກອນສຳນັກຂ່າວສານປະເທດລາວ ແລະ ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ແບັກດັງ-ເລື່ອງລາວກ່ຽວກັບແມ່ນ້ຳປະຫວັດສາດ

ແບັກດັງ-ເລື່ອງລາວກ່ຽວກັບແມ່ນ້ຳປະຫວັດສາດ

ແມ່ນ້ຳແບັກດັງ ແມ່ນແມ່ນ້ຳທີ່ເປັນພະຍານຫຼັກຖານຢັ້ງຢືນ 3 ວິລະກຳທີ່ລືຊາຜາກົດໃນປະຫວັດສາດຕ້ານສັດຕູພາຍນອກເຂົ້າມາຮຸກຮານຂອງຊາດຫວຽດ ນາມ. ປີ 938 ໂງກວຽນ ໄດ້ຕີເອົາໄຊຊະນະຕໍ່ພວກທະຫານຈາກທາງທິດເໜືອເຂົ້າມາຮຸກຮານ, ປີ 981 ເຈົ້າຊີວິດ ເລດ້າຍແຮ່ງ ໄດ້ທັບມ້າງພວກທະຫານຕົ໋ງນັບແສນຄົນຈາກທາງທິດເໜືອເຂົ້າມາຮຸກຮານ ແລະ ຮອດປີ 1288, ນາຍພົນເຈິ່ນ ກ໋ວກຕ໋ວນ ໄດ້ຕີເອົາໄຊຊະນະກອງກຳລັງທະຫານມົງໂກນບົນລຳແມ່ນ້ຳປະຫວັດສາດສາຍນີ້. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍ, ພິທີໄຫ້ວບູຊາພົນທະຫານຢູ່ແມ່ນ້ຳແບັກດັງໄດ້ຖືກຈັດຂື້ນຢູ່ພະວິຫານເຈິ່ນກ໋ວກຕ໋ວນຢູ່ຕາແສງອຽນຢາງ, ແຂວງ ກວາງນິງ. ນີ້ແມ່ນເຫດການທີ່ພົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍແຂວງກວາງນິງເປັນເຈົ້າພາບຈັດຂຶ້ນ.

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ສ ສິງກະໂປ

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ສ ສິງກະໂປ

ໃນລະຫວ່າງ ວັນທີ 9-10 ພຶດສະພາ 2018ນີ້,ພະນະທ່ານ ນາງ ຮາລິມາ ຢາໂຄບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ; ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ສິງກະໂປ ໃນລະຫວ່າງ.

ປຶກສາຫາລືໃນສ້າງຍີ່ຫໍ້ ຜະລິດຕະພັນລາວ ເພື່ອເຈາະ ຕະຫລາດສາກົນ

ປຶກສາຫາລືໃນສ້າງຍີ່ຫໍ້ ຜະລິດຕະພັນລາວ ເພື່ອເຈາະ ຕະຫລາດສາກົນ

ໃນວັນທີ 7 ພຶດສະພາ 2018, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບ ການສ້າງຍີ່ຫໍ້ຜະລິດຕະພັນລາວ ເພື່ອເຮັດໃຫ້ ຜະລິດຕະພັນຂອງລາວ ສາມາດເຂົ້າເຖິງຕະຫລາດສາກົນ ແລະ ມີລາຍຮັບ ທີ່ຍືນຍົງ.

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ໃນລະດູແລ້ງປີ 2017-2018, ໂດຍໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ຂອງອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ, ພະນັກງານ, ນັກຮົບໜ່ວຍຊອກຄົ້ນ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງ ແທງຮວ໋າ ໄດ້ດໍາເນີນການຊອກຄົ້ນ, ທ້ອນໂຮມ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ 45 ກວ່າບ້ານ ແລະກຸ່ມບ້ານ ສັງກັດ 6 ເມືອງຂອງແຂວງ ຫົວພັນ (ສປປ ລາວ) ແລ້ວສົ່ງເມືອບ້ານເກີດເມືອງນອນ.

ທ່ານ​ໝໍ ແລະ ຈິດໃຈອັນເລິກເຊິ່ງຕໍ່ກັນປະເທດລາວ

ທ່ານ​ໝໍ ແລະ ຈິດໃຈອັນເລິກເຊິ່ງຕໍ່ກັນປະເທດລາວ

ຍ​ສ​ໝ - ຜ່ານເຫດການຄວາມຮ້ອນແຮງຄຶກັບເຕົາໄຟ, ອາດີດທະຫານອາສາສະໝັກຫວຽດນາມ ທີ່ ສປປ ລາວ, ທ່ານນາຍແພດ ຫງວ໋ຽນວັນດ້າດ ແຫ່ງມີຄວາມເຄົາລົບຮັກຫອມໃນຊີວິດການເປັນຢູ່ ແລະ ຄວາມຮັດແໜ້ນຂອງຄວາມເປັນເພື່ອນ.

ສະມາຄົມມິດຕະພາບ ຫວຽດ-ລາວ ແມ່ນສະມາຄົມຂອງປະຊາຊົນທົ່ວໜ້າ

ສະມາຄົມມິດຕະພາບ ຫວຽດ-ລາວ ແມ່ນສະມາຄົມຂອງປະຊາຊົນທົ່ວໜ້າ

​ຍ​ສ​ໝ - ໃນ​ທ້າຍ​ອາ​ທິດ​ກ່ອນນີ້, ທີ່ແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດ-ລາວ ຂອງແຂວງບັກຢາງ ໄດ້ເປັນປະທານ, ຮ່ວມກັບສະມາຄົມມິດຕະພາບ ຫວຽດ-ລາວ ແຂວງ ທ໋າຍຫງຽນ ແລະ ສະມາຄົມມິດຕະພາບ ຫວຽດ-ລາວ ແຂວງ ຫ໋າຍຟ່ອງ ໄດ​້​ຈັດງານຮ່ຳຮຽນ, ແລກປ່ຽນປະສົບການ​ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍການເຄື່ອນຂອງປະຊາຊົນ ຫວຽດ-ລາວ ແຕ່ລະແຂວງຄື: ສະມາຄົມ ທ໋າຍຫງຽນ, ບັກຢາງ, ຫ໋າຍຟ່ອງ.

ການເຈາະອຸໂມງທາງລົດໄຟລາວ-ຈີນ ຜ່ານແຂວງຫຼວງນ້ຳທາ ຄືບໜ້າກວ່າ 40%

ການເຈາະອຸໂມງທາງລົດໄຟລາວ-ຈີນ ຜ່ານແຂວງຫຼວງນ້ຳທາ ຄືບໜ້າກວ່າ 40%

ໃນ​ເມື່ອມໍ່ໆ​ມາ​ນີ້ ຄະນະກຳມະ ການໄກ່ເກ່ຍແກ້ໄຂຜົນກະທົບ ຈາກໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນປີ 2017 ແລະ ວາງທິດ ທາງແຜນການ 2018.

ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດໜ້າທີ່່ການທະຫານ-ການປ້ອງກັນຊາດເປັນຢ່າງດີ

ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດໜ້າທີ່່ການທະຫານ-ການປ້ອງກັນຊາດເປັນຢ່າງດີ

ໃນ​ຕົ້ນ​ເດືອນ ພຶດສະພາ​ທີ່​ຜ່ານ​ມາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຕິດພັນກັບການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມໃນບໍລິເວນນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈິມິນ, ໄຕມາດທີ I-2018.

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດສະສົມແຫ່ງລັດ

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດສະສົມແຫ່ງລັດ

ໃນລະຫວ່າງມໍ່ໆ​ມາ​ນີ້, ຄະນະປະຕິບັດງານຂອງກົມໃຫຍ່ສະສົມແຫ່ງລັດ ຫວຽດນາມ ໂດຍທ່ານ ເລວັນເທີຍ, ຮອງຫົວໜ້າກົມໃຫຍ່ສະສົມແຫ່ງລັດ - ກະຊວງການເງິນ ຫວຽດນາມ, ເປັນຫົວໜ້າຄະນະເຮັດວຽກກັບກົມສະສົມແຫ່ງລັດ-ກະຊວງການເງິນ ລາວ.

ງານພົບປະ ແລກປ່ຽນສາຍສຳພັນ ຫວຽດ ລາວ ທີ່ ສປ ຈີນ

ງານພົບປະ ແລກປ່ຽນສາຍສຳພັນ ຫວຽດ ລາວ ທີ່ ສປ ຈີນ

ຍສໝ - ຫວ່າງໝໍ່ໆມານີ້, ທີ່ສະຖານທູດ ຫວຽດນາມ ປະຈຳ ຊຽງໄຫ໋ມ, ສປ ຈີນ ໄດ້ຈັດລາຍການສິນລະປະ ພົບປະ ແລະ ແລກປ່ຽນກິລາ ໂດຍການເຂົ້າຮ່ວມຂອງ ພະນັກງານ ສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ສປ ຈີນ ພ້ອມທັງອ້າຍນ້ອງນັກຮຽນນັກສືກສາທີ່ກຳລັງຮ່ຳຮຽນຢຸ່່ທີ່ນັ້ນ.

ລາວອອກລະບຽບຄຸ້ມຄອງທຸລະກິດຂາຍກົງ

ລາວອອກລະບຽບຄຸ້ມຄອງທຸລະກິດຂາຍກົງ

ແຫລ່ງຂ່າວສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກຂໍ້ຕົກລົງສະບັບເລກທີ 0060/ອຄ, ລົງວັນທີ 12 ມັງກອນ 2017 ວ່າດ້ວຍທຸລະກິດຂາຍກົງ ເພື່ອຄຸ້ມຄອງການດຳເນີນທຸລະກິດປະເພດດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພາຍຫລັງເຫັນວ່າທຸລະກິດປະເພດນີ້ໄດ້ມີການເຄື່ອນໄຫວຢ່າງແຜ່ຫລາຍແຕ່ຍັງບໍ່ມີລະບຽບຄຸ້ມຄອງສະເພາະ.

ຊຸກຍູ້ຄວາມພົວພັນຫວຽດນາມ - ລາວ ໃຫ້ຂະຫຍາຍຕົວຢ່າງຮອບດ້ານ

ຊຸກຍູ້ຄວາມພົວພັນຫວຽດນາມ - ລາວ ໃຫ້ຂະຫຍາຍຕົວຢ່າງຮອບດ້ານ

ວກ.ອອນ​ໄລ - ​ໃນ​ສອງ​ວັນ​ ຄື​ວັນ​ທີ 7 ​ແລະ 8 ກຸມພາ 2017, ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການລະຫວ່າງ​ລັດຖະບານ ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ລາວ ​ໄດ້​ດຳ​ເນີນ​ທີ່​ນະຄອນ​ຮ່າ​ໂນ້ຍ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ.