ປຶກສາຫາລືໃນສ້າງຍີ່ຫໍ້ ຜະລິດຕະພັນລາວ ເພື່ອເຈາະ ຕະຫລາດສາກົນ

15:12 | 09/05/2018

ໃນວັນທີ 7 ພຶດສະພາ 2018, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບ ການສ້າງຍີ່ຫໍ້ຜະລິດຕະພັນລາວ ເພື່ອເຮັດໃຫ້ ຜະລິດຕະພັນຂອງລາວ ສາມາດເຂົ້າເຖິງຕະຫລາດສາກົນ ແລະ ມີລາຍຮັບ ທີ່ຍືນຍົງ.

ປຶກສາຫາລືໃນສ້າງຍີ່ຫໍ້ ຜະລິດຕະພັນລາວ ເພື່ອເຈາະ ຕະຫລາດສາກົນ

ກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບ ການສ້າງຍີ່ຫໍ້ຜະລິດຕະພັນລາວ ເພື່ອເຮັດໃຫ້ ຜະລິດຕະພັນຂອງລາວ ສາມາດເຂົ້າເຖິງຕະຫລາດສາກົນ ແລະ ມີລາຍຮັບ ທີ່ຍືນຍົງ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບ ການສ້າງຍີ່ຫໍ້ຜະລິດຕະພັນລາວ ເພື່ອເຮັດໃຫ້ ຜະລິດຕະພັນຂອງລາວ ສາມາດເຂົ້າເຖິງຕະຫລາດສາກົນ ແລະ ມີລາຍຮັບ ທີ່ຍືນຍົງ. ກອງປະຊຸມດັ່ງກ່າວ, ໄດ້ເຊື້ອເຊີນເອົາ ບໍລິສັດທີ່ມີຊື່ສຽງຈາກປະເທດອັງກິດ ມາບັນລະຍາຍ ໂດຍມີຜູ້ເຂົ້າຮ່ວມ ຈາກພາກລັດ, ອົງການຈັດຕັ້ງສາກົນ, ມະຫາວິທະຍາ ໄລແຫ່ງຊາດ, ຂະແໜງການທ່ອງທ່ຽວ ແລະ ບັນດາບໍລິສັດຕ່າງໆ.

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ເປັນການແລກປ່ຽນຄວາມຮູ້ ກ່ຽວກັບການ ສ້າງຍີ່ຫໍ້ຜະລິດຕະພັນລາວ ເພື່ອເຮັດແນວໃດ ໃຫ້ຍີ່ຫໍ້ຂອງລາວ ສາມາດເຂົ້າສູ່ຕະຫລາດ ລະດັບສູງຂອງເອີຣົບ, ສະຫະລັດອາເມລິກາ ຫລື ປະເທດອື່ນໆ. ໃນປັດຈຸບັນ, ຍີ່ຫໍ້ຂອງລາວ ຍັງບໍ່ທັນໄດ້ ເຈາະເຖິງຕະຫລາດຢ່າງແທ້ຈິງ ສະນັ້ນ ຖ້າເຮົາສາມາດເຂົ້າເຖິງ ຕະຫລາດໄດ້ ກໍຈະເຮັດໃຫ້ ການສ້າງລາຍຮັບ ຂອງຊາດເພີ່ມຂຶ້ນ ແລະ ເປັນລາຍຮັບ ທີ່ຍືນຍົງ ເພາະວ່າ ພວກເຮົາຈະເນັ້ນໃສ່ ຂະແໜງກະສິກຳ, ການທ່ອງທ່ຽວ, ຫັດຖະກຳ ແລະ ອຸດສາຫະກຳ ຂະໜາດກາງ ແລະ ນ້ອຍ ທີ່ມີທ່າແຮງ.

ປັດຈຸບັນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກຳລັງສຶກສາຄົ້ນຄວ້າ ວ່າມີຂະແໜງການໃດ ແດ່ທີ່ສາມາດເຈາະຕະຫລາດໄດ້. ສຳລັບ ຈຸດເດັ່ນຂະແໜງກກະສິກຳ ມີກາເຟ, ຊາ ແລະ ເຂົ້າໄກ່ນ້ອຍເປັນຕົ້ນ, ຂະແໜງຫັດຖະກຳ ມີຜ້າໄໝລາວ ແລະ ສຳລັບ ຂະແໜງການທ່ອງທ່ຽວ ຈະເລັງໃສ່ການທ່ອງທ່ຽວ ທາງວັດທະນະທຳ ແລະ ທຳມະຊາດ. ຖ້າຫາກສ້າງ ເປັນຍີ່ຫໍ້ຜະລິດຕະພັນແລ້ວ ກໍຈະເຮັດໃຫ້ມີລາຍຮັບ ທີ່ຍືນຍົງ ແລະ ຖ້າຫາກວ່າ ມີການສົ່ງອອກ ກໍຈະນຳເອົາເງິນຕາຕ່າງປະເທດ ເຂົ້າມາລາວ ລວມທັງເຮັດ ໃຫ້ການຂາດດຸນການຄ້າຫລຸດລົງ ແລະ ເສດຖະກິດພາຍໃນປະເທດດີຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.