ທ່ານໝໍ ຫງວ໋ຽນວັນດ້າດ. (ພາບ: ຍືກວິ່ງ)
ຖືເອົາ ປະເທດລາວປຽບສະເໝືອນຖິ່ນກຳເນີດທີສອງຂອງຕົນ
ໃນປີ 1970, ຊາຍໝຸ່ມ ຫງວ໋ຽນວັນດ້າດ ໃນເວລານັ້ນອາຍຸພຽງແຕ່ 18 ໄດ້ອາສາສະຫມັກເຂົ້າຮ່ວມກອງທັບ ຕາມສຽງຮຽກຮ້ອງຂອງພັກ ແລະ ລຸງໂຮ່ ສູ່ເສັ້ນທາງຊ່ວຍເຫຼືອ ປະຕິວັດລາວ.
ເຄິຍຕໍ່ສູ້ແລະຢ່າງໃກ້ຊິດກັບກົມກອງ ແລະ ປະຊາຊົນລາວອ້າຍນ້ອງ, ຫຼາຍກວ່າໝູ່ໝົດ ທ່ານ ຫງວ໋ຽນວັນດ້າດ ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບ ປະຊາຊົນ ແລະ ປະເທດລາວຢູ່ທີ່ນີ້, ກໍ່ຄືການເຄົາລົບ, ຮັກຫອມ ຜືນແຜ່ນດິນແຫ່ງນີ້ປຽບສະເໝືອນຖິ່ນກຳເນີດທີສອງຂອງຕົນ.
ທ່ານໄດ້ເລົ່າວ່າ: ເສັ້ນທາງໄປສູ່ການຕໍ່ສູ້ບາງຄັ້ງມີຄວາມຫິວໂຫຍ, ເຫັນປະຊາຊົນປູກກ້ວຍແຄມທາງ ແຕ່ບໍມີໃຜກ້າເດັດມາກິນເລີຍ “ພວກຂ້ອຍຂໍໃຫ້, ປະຊາຊົນເອົາໃຫ້ຈັ່ງເອົາໄດ້”. ແຕ່ເມື່ອທະຫານອາສາສະຫມັກຫວຽດນາມ ບໍສະບາຍ ຫຼື ຖືກບາດເຈັບ ລ້ວນແຕ່ໄດ້ຮັບການຊ່ວຍເຫຼືອທີ່ມາຈາກຈິດໃຈ ຂອງປະຊາຊົນລາວ, ຄືຕົ້ມເຂົ້າປຽກກົບບຳລຸງເລືອດໃຫ້ຫາຍດີໄວຂື້ນ. ຍ້ອນຄວາມໄກ້ສິດ ແລະ ຈິດໃຈດັ່ງກ່າວ ບັນດານັກຮົບຫວຽດນາມຂອງພວກເຮົາ ລ້ວນແລ້ວແຕ່ເວົ້າພາສາລາວໄດ້ຄືພາສາຂອງຕົນເອງ.
ໝົດທັງໃຈແມ່ນເພື່ອປະເທດລາວ, ເພື່ອເພື່ອນຮວ່ມກົມກອງ
ສິ່ງທີ່ເປັນຫຼັກຖານແມ່ນໝູ່ເພື່ອຮ່ວມກົມກອງຫຼາຍຄົນໄດ້ເສຍສະຫຼະໃນບັ້ນຮົບອັນທໍລະຫົດ, ຂາດຢາປົວພະຍາດ, ສະນັ້ນພາຍຫຼັງຈາກກັບຄືນສູ່ບ້ານເກີດ, ທ່ານ ຫງວ໋ຽນວັນດ້າດ ລິເລີ່ມໄດ້ຕັດສິນໃຈວ່າຈະເປັນນາຍແພດທີ່ເກັ່ງ ເພື່ອປິ່ນປົວພະຍາດ ຮັກສາຄົນ, ກໍ່ຄືການຊ່ວຍເຫຼືອ ອ້າຍນ້ອງຮ່ວມກົມກອງທີ່ຍັງມີຊີວິດຢູ່.
ຫລັງຈາກອອກຈາກການເປັນທະຫານ, ທ່ານ ດ້າດ ໄດ້ຍ້າຍໄປເຮັດວຽກຢູ່ກະຊວງສາທາລະນະສຸກ. ໃນປີ 1997, ຄວາມຮັກຕໍ່ລາວແລະຄວາມປາຖະໜາທີ່ຈະຊ່ວຍປະຊາຊົນລາວແຫ່ງນີ້ໄດ້ກະຕຸ້ນໃຫ້ເພິ່ນກັບປະເທດລາວ ມາເປັນຜູ້ຊ່ຽວຊານ. ໃນຊ່ວງເວລານີ້, ອີງໃສ່ຄວາມສາມາດດ້ານວິຊາການດ້ານການຮັກສາໂລກເກົ່າແກ່ແໜ້ນ ແລະ ປະສົບການ ການປູກຝັງ ຕອນທີ່ຍັງຢູ່ບ້ານເກົ່າ, ເພິ່ນໄດ້ຊ່ວຍເຫຼືອຄົນລາວສາມາດຈໍາແນກ ແລະ ການນໍາໃຊ້ຕົ້ນຢາໃນປ່າທໍາມະຊາດ, ສອນເຂົາເຈົ້າກ່ຽວກັບວິທີການປູກເຂົ້າ, ສັດລ້ຽງ ... ເພິ່ນຍັງເປັນຄົນທໍາອິດທີ່ນໍາຈັກເຮັດເຂົ້າປຸ້ນ ເຝີແຫ້ງ ເພື່ອແນະນໍາໃຫ້ປະຊາຊົນລາວພັດທະນາເສດຖະກິດ.
ຄຽງຄູ່ກັບການ ປິ່ນປົວໃຫ້ ອະດີດອາສາສະໝັກຮ່ວມກົມກອງແລ້ວ,ທ່ານ ຫງວ໋ຽນວັນດ້າດ ຍັງໄດ້ຊ່ວຍແລະເອົາໃຈໃສ່ຮັກສາປິ່ນປົວພະຍາດໃຫ້ອ້າຍນ້ອງລາວນຳອີກ. ປະຊາຊົນລາວຈໍານວນຫຼາຍຫຼັງຈາກທີ່ໄດ້ກັບຄືນມາລາວຍັງໄດ້ສົ່ງຂໍ້ຄວາມທີ່ຂໍຂອບໃຈເພິ່ນ ແລະ ສັນຍາວ່າຈະກັບມາຢ້ຽມຢາມຮ່າໂນ້ຍອີກ.
"ຂ້ອຍມີສອງຄວາມມຸ້ງມາດປາດຖະຫນາ, ຫນຶ່ງແມ່ນການສຶກສາດ້ານການແພດເພື່ອປົວພະຍາດ, ສອງແມ່ນຮັກສາໃຫ້ແກ່ບັນດາສະຫາຍຮ່ວມກົມກອງ. ມາຮອດປະຈຸບັນ, ທັງສອງຄວາມມຸ້ງມາດປາດຖະຫນານັ້ນຖືວ່າໄດ້ບັນລຸຜົນ. ຂ້າພະເຈົ້າບໍ່ຫວັງຫຍັງຫຼາຍ ຂໍໃຫ້ສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ລາວຈະມີຄວາມຍືນຍົງໄປກັບການເວລາ".
(ຫັດທະບູນ)