ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

10:57 | 09/05/2018

ໃນລະດູແລ້ງປີ 2017-2018, ໂດຍໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ຂອງອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ, ພະນັກງານ, ນັກຮົບໜ່ວຍຊອກຄົ້ນ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງ ແທງຮວ໋າ ໄດ້ດໍາເນີນການຊອກຄົ້ນ, ທ້ອນໂຮມ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ 45 ກວ່າບ້ານ ແລະກຸ່ມບ້ານ ສັງກັດ 6 ເມືອງຂອງແຂວງ ຫົວພັນ (ສປປ ລາວ) ແລ້ວສົ່ງເມືອບ້ານເກີດເມືອງນອນ.

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ບັນດາຜູ້ແທນຈັດຕັ້ງພິທີຂໍ່ານັບທຸງ. ພາບ: ສໍານັກຂ່າວສານຫວຽດນາມ.

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ອັດຖິ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ ລາວ ໄດ້ຮັບການທ້ອນໂຮມຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດົ່ງເຕິມ, ເມືອງ ບ໋າເຖືອກ. (ພາບ: ສໍານັກຂ່າວສານຫວຽດນາມ.)

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ສະມາຊິກຄະນະປະຕິບັດງານພິເສດແຂວງ ຫົວພັນ (ສປປ ລາວ) ຖະຫວາຍທູບທຽນ. (ພາບ: ສໍານັກຂ່າວສານຫວຽດນາມ.)

ຕອນເຊົ້າຂອງ​ຕົ້ນ​ເດືອນພຶດສະພາ​ທີ່​ຜ່ານ​ມາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດົ່ງເຕິມ (ເມືອງ ບ໋າເຖືອກ, ແຂວງ ແທງຮວ໋າ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງ ແທງຮວ໋າ ຈັດຕັ້ງພິທີໄວ້ອາໄລ, ປົງ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ສາກົນ, ຊ່ວຍເພື່ອນລາວໃນການຕໍ່ສູ້ປົດປ່ອຍຊາດ.

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ຄະນະປະຕິບັດງານຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງ ແທງຮວ໋າ ຖະຫວາຍທູບທຽນ. (ພາບ: ສໍານັກຂ່າວສານຫວຽດນາມ.)

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ອາໄລຫາເພື່ອນຮ່ວມກົມກອງທີ່ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອພາລະກິດປົດປ່ອຍຊາດ. (ພາບ: ສໍານັກຂ່າວສານຫວຽດນາມ.)

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ


ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ສົ່ງບັນດາທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ ລາວ ກັບເມືອບ້ານເກີດເມືອງນອນ. (ພາບ: ສໍານັກຂ່າວສານຫວຽດນາມ.)

ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ກົ້ມຫົວໜຶ່ງນາທີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອພາລະກິດປົດປ່ອຍຊົນຊາດ. (ພາບ: ສໍານັກຂ່າວສານຫວຽດນາມ.)

ໃນລະດູແລ້ງປີ 2017-2018, ໂດຍໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ, ພະນັກງານ, ນັກຮົບໜ່ວຍຊອກຄົ້ນ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງ ແທງຮວ໋າ ໄດ້ດໍາເນີນການຊອກຄົ້ນ, ທ້ອນໂຮມ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ 45 ກວ່າບ້ານ ແລະກຸ່ມບ້ານ ສັງກັດ 6 ເມືອງຂອງແຂວງ ຫົວພັນ (ສປປ ລາວ) ແລ້ວສົ່ງກັບເມືອບ້ານເກີດເມືອງນອນ. ຈໍານວນອັດຖິດັ່ງກ່າວຍັງບໍ່ທັນຮູ້ຊື່ ແລະນາມສະກຸນໄດ້ເທື່ອ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)