ລາວອອກລະບຽບຄຸ້ມຄອງທຸລະກິດຂາຍກົງ

00:57 | 08/06/2017

ແຫລ່ງຂ່າວສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກຂໍ້ຕົກລົງສະບັບເລກທີ 0060/ອຄ, ລົງວັນທີ 12 ມັງກອນ 2017 ວ່າດ້ວຍທຸລະກິດຂາຍກົງ ເພື່ອຄຸ້ມຄອງການດຳເນີນທຸລະກິດປະເພດດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພາຍຫລັງເຫັນວ່າທຸລະກິດປະເພດນີ້ໄດ້ມີການເຄື່ອນໄຫວຢ່າງແຜ່ຫລາຍແຕ່ຍັງບໍ່ມີລະບຽບຄຸ້ມຄອງສະເພາະ.

ສະນັ້ນ ເພື່ອຮັບປະກັນການຄຸ້ມຄອງໄປຕາມລະບຽບກົດໝາຍ, ມີຄຸນນະພາບ, ໄດ້ມາດຖານ, ມີຄວາມສະເໝີພາບ, ໂປ່ງໃສ, ແລະ ມີການແຂ່ງຂັນທາງທຸລະກິດຢ່າງເປັນທໍາ ພ້ອມທັງປົກປ້ອງຜູ້ຊົມໃຊ້ ແລະ ຜູ້ຈໍາໜ່າຍ, ກະຊວງອຸດ ສາຫະກຳ ແລະ ການຄ້າ ຈຶ່ງອອກດັ່ງກ່າວ, ຊຶ່ງໄດ້ກໍານົດລະບຽບການ, ຫລັກການ ແລະ ເງື່ອນໄຂ ໃນການດຳເນີນທຸລະກິດຂາຍກົງໃຫ້ເຂົ້າສູ່ລະບົບ ເຊັ່ນ: ການປະກອບເອກະ ສານ, ການພິຈາລະນາອອກອະນຸຍາດ ແລະ ມາດຕະການ ເພື່ອຄຸ້ມຄອງການ ເຄື່ອນໄຫວດຳເນີນທຸລະກິດ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທາງທຸລະກິດ ທັງພາຍ ໃນ ແລະ ຕ່າງປະເທດທີ່ສົນໃຈດຳເນີນທຸລະກິດຂາຍກົງສາມາດປະກອບເອກະສານສະເໜີນໍາຂະແໜງອຸດ ສາຫະກຳ ແລະ ການຄ້າ. ໃນນັ້ນລະດັບສູນກາງປະສານນໍາກົມການຄ້າພາຍໃນ, ລະດັບທ້ອງຖິ່ນປະສານນໍາພະແນກອຸດສາຫະ ກຳ ແລະ ການຄ້າແຂວງ ຫລື ນະຄອນຫລວງ.

ສຳລັບຫົວໜ່ວຍທຸລະກິດໃດທີ່ກຳລັງດຳເນີນທຸລະກິດຂາຍກົງ ຫລື ມີກິດຈະການທຸລະກິດດ້ານນີ້ແລ້ວແຕ່ຍັງບໍ່ມີໃບອະນຸຍາດແມ່ນໃຫ້ປະກອບເອກະສານຄືນໃໝ່ໃຫ້ຖືກຕ້ອງຕາມລະບຽບພາຍໃນກຳນົດເວລາ 90 ວັນນັບແຕ່ຂໍ້ຕົກ ລົງນີ້ມີຜົນສັກສິດ.

ຂ່າວ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ