ຍສໝ - ໂດຍປະເຊີນໜ້າກັບສະພາບເສດຖະກິດທີ່ບໍ່ດີ ໂດຍເກີດຈາກການລະບາດຂອງ Covid-19, ລັດຖະບານ ສປປ.ລາວ ໄດ້ນຳໃຊ້ຫຼາຍມາດຕະການທາງດ້ານເສດຖະກິດໃນການຊຸກຍູ້ຜະລິດສິນຄ້າພາຍໃນປະເທດ ເພື່ອທົດແທນສິນຄ້າທີ່ນຳເຂົ້າໃນເມື່ອກ່ອນເຊັ່ນ: ຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ໃຫ້ຄວາມບຸລິມະສິດແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ.
ຍສໝ- ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%, ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດເຊິ່ງບັນລຸ 5,15%; ຂົງເຂດການບໍລິການເພີ່ມຂຶ້ນ3,27%...
ຍສໝ - ໃນປີ 2019, ກະຊວງການຕ່າງປະເທດ ໄດ້ເອົາໃຈໃສ່ຂຸດຄົ້ນບັນດາເວທີປາໄສຫຼາຍຝ່າຍ ແລະເຫດການໂຄສະນາໃຫຍ່ຄືເວທີປາໄສເສດຖະກິດໂລກ (WEF) ຢູ່ Davos (ວັນທີ 22-26 ມັງກອນ), ວັນອາຊຽນ-ຍີ່ປຸ່ນ (ວັນທີ 4 ມີຖຸນາ), ບັນດາການເຄື່ອນໄຫວໂຄສະນາຢູ່ Hokkaido, ຍີ່ປຸ່ນ (ວັນທີ 14-16 ກັນຍາ) ແລະຢູ່ອິນເດຍ (ວັນທີ 18-22 ພະຈິກ) ເພື່ອສ້າງຂົວຕໍ່ນໍາວິສາຫະກິດຫວຽດນາມ ອອກສູ່ໂລກກໍາແໜ້ນທ່າອຽງພັດທະນາໃໝ່, ພ້ອມທັງຊອກຫາກາລະໂອກາດຮ່ວມມືກັບບັນດາກຸ່ມບໍລິສັດໃນທົ່ວໂລກ.
ຍສໝ - ຫວຽດນາມ ຈະພັດທະນາລະບົບທ່າກໍາປັ່ນທະເລຕາມແຜນຜັງສັງລວມ ແລະເຫັນດີເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝ.
ຍສໝ - ໃນ ຕອນບ່າຍວັນທີ 11 ມີນາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ວາງອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19.
ຍສໝ - ວັນທີ 10 ມີນາ, ບັນດາລັດຖະມົນຕີເສດຖະກິດຂອງປະເທດອາຊຽນ ໄດ້ຈັດກອງປະຊຸມຢ່າງເປັນທາງການໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 (AEM), ທີ່ນະຄອນ ດານັງ. ທ່ານລັດຖະມົນຕີກະຊວງເສດຖະກິດຫວຽດນາມ ເຈີນຕ໋ວນແອັງ ເປັນປະທານກອງປະຊຸມຄັ້ງນີ້.
ຍສໝ - ໂລກລະບາດ Covid-19 ພວມແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ, ໄດ້ສົ່ງຜົນກະທົບເຖິງດ້ານເສດຖະກິດ, ເຮັດໃຫ້ລາຍຮັບຫຼຸດລົງ, ລະບົບສະໜອງຖືກຂາດວັກຂາດຕອນ, ເຮັດໃຫ້ທົ່ວໂລກເສຍຫາຍນັບຫຼາຍພັນຕື້ USD ແລະ ອາດຈະເຮັດໃຫ້ພື້ນຖານເສດຖະກິດໂລກຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ.
ຍສໝ - ຍຸດທະສາດພັດທະນາເສດຖະກິດທາງທະເລແບບຍືນຍົງຂອງຫວຽດນາມ ຮອດປີ 2030 ກໍໄດ້ວາງອອກເປົ້າໝາຍພັດທະນາລະບົບທ່າກໍ່າປັ່ນ ຕາມການວາງແຜນຜັງສັງລວມ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ.
ຍສໝ - ອີງຕາມທ່ານນາງ Kristalina Georgieva, ຜູ້ອຳນວຍການກອງທຶນການເງິນສາກົນ (IMF), ການຕິດເຊື້ອລະບົບຫາຍໃຈທີ່ຮຸນແຮງຍ້ອນເຊື້ອໄວຣັດ Corona ໃໝ່ (Covid-19) ສາມາດຊຸກຍູ້ການຟື້ນຟູຂອງເສດຖະກິດໂລກລົງສູ່ເປັນເຂດອັນຕະລາຍ.
ຍສໝ - ເຊື້ອ CoVid 19 ຈະສົ່ງຜົນກະທົບທາງລົບເຖິງພື້ນຖານເສດຖະກິດ ຂອງ ບັນດາປະເທດ ອາຊຽນທັງໝົດ, ເຮັດໃຫ້ ພາກພື້ນນີ້ ອາດຈະ ເສຍຫາຍ ປະມານ 2,4 – 3,4 ຕື້ USD.
ເມື່ອການລະບາດຂອງພະຍາດລະບົບຫາຍໃຈສາຍພັນໃໝ່ ຂອງໄວຣັດ Corona (COVID-19) ໄດ້ລະເບີດຂຶ້ນ, ບັນດາຜູ້ຊ່ຽວຊານ ໄດ້ຄາດຄະເນວ່າ ການຟື້ນຟູຂອງເສດຖະກິດໃນອາຊີ ຈະຖືກຈຳກັດ.
ຍສໝ - ກອງປະຊຸມຂອງກຸ່ມຮັບຜິດຊອບພິເສດຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດອາຊຽນ ຄັ້ງທີ 37 (HLTF-EI 37) ດຳເນີນແຕ່ວັນທີ 12 – 13 ກຸມພາ ຢູ່ ຮ່າໂນ້ຍ.
ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນຳລວມ ເພື່ອປຶກສາຫາລືກ່ຽວກັບການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ການສ້າງແຜນ 5 ປີ ຄັ້ງທີ IX (2021-2025) ຂຶ້ນວັນທີ 12 ກຸມພາ 2020 ທີ່ກະຊວງ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກຂະແໜງການຂັ້ນສູງກາງເຂົ້າຮ່ວມ.
ຍສໝ - ໃນໜຶ່ງທົດສະວັດທີ່ຜ່ານມາ, ລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ແຕ່ລະປີຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະມານແຕ່ 6%-8%. ໃນສະພາບຕົວຈິງນີ້ແມ່ນກົງກັນຂ້າມກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ ເມື່ອລະດັບການເຕີບໂຕເສດຖະກິດຂອງອິນໂດເນເຊຍ, ມາເລເຊຍ, ຟີລິບປີນ, ສິງກະໂປ ແລະໄທ ມີທ່າອ່ຽງຫຼຸດລົງ.
ຍສໝ - ດ້ວຍໝາກຜົນການເຕີບໂຕ GDP ປີ 2019 ບັນລຸ 7,02% ຫວຽດນາມ ໄດ້ຮັບການຕີລາຄາວ່າ ມີການເຕີບໂຕຢູ່ໃນລະດັບສູງພໍສົມຄວນເມື່ອທຽບໃສ່ບັນດາປະເທດໃນ ອາຊີ.
ຍສໝ - ປີ 2020 ສືບຕໍ່ແມ່ນປີທີ່ ຫວຽດນາມ ເລີ່ມເຄື່ອນໄຫວຄືນໃໝ່ໄລຍະການເຕີບໂຕສູງກ່ວາ 7% ຂອງພື້ນຖານເສດຖະກິດ.
ຍສໝ - ປີ 2019 ແມ່ນປີທີສາມຢ່າງລຽນຕິດ ຫວຽດນາມປະຕິບັດສຳເລັດ 12/12 ມາດຖານພັດທະນາເສດຖະກິດສັງຄົມ ຊື່ງສະພາແຫ່ງຊາດໄດ້ວາງອອກ, ໃນນັ້ນ ມີ 5 ມາດຖານລື່ນກາຍແຜນການວາງອອກ. ພິເສດ ລະດັບການເຕີບໂຕກວ່າ 7% ແມ່ນລະດັບການເຕີບໂຕສູງສຸດຂອງພາກພື້ນ ແລະ ໂລກ, ສູງທົບ 3 ເທົ່າລະດັບສະເລ່ຍລວມໃນທົ່ວໂລກ ແລະ ຍິ່ງມີຄວາມໝາຍກວ່າ ເມື່ອຫລາຍປະເທດບໍ່ບັນລຸການເຕີບໂຕ ຫລື ຊ້ຳບໍ່ໜຳ ການເຕີບໂຕຢູ່ໃນລະດັບທາງລົບ. ຍິ່ງກວ່ານັ້ນ ບັນຫາໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ ຢູ່ໃນລະດັບຕ່ຳກວ່າ 3% ຕ່ຳກວ່າຫລາຍເມື່ອທຽບໃສ່ຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ.
ຍສໝ - ໃນປີ 2020 ແລະ ຊຸມປີຈະມາເຖິງ, ກາລະໂອກາດລົງທຶນຂອງຫວຽດນາມ ຈະນອນໃນບັນດາຂະແໜງການທີ່ມີີຄ່າໄດ້ປຽບມາແຕ່ດົນນານຄື ຕໍາແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເຄື່ອງເອເລັກໂຕນິກ; ຜະລິດຕະພັນກະເສດ ແລະ ສິນໃນນໍ້າ...
ຍສໝ - ບົນພື້ນຖານຫົວຂໍ້ລວມຂອງປີອາຊຽນ 2020 “ສະໜິດຕິດພັນ ແລະເປັນເຈົ້າການໃນການປັບຕົວ”, ຫວຽດນາມ ໄດ້ຍົກອອກ 3 ທິດກຳນົດບຸລິມະສິດທີ່ຂຶ້ນກັບເສົາຄໍ້າເສດຖະກິດອາຊຽນໃນປີ 2020
ຍສໝ - ວັນທີ 13 ມັງກອນ, ພິທີເປີດກອງປະຊຸມເສດຖະກິດ, ແຮງງານ ແລະ ການທ່ອງທ່ຽວຫວຽດນາມ - ຍີ່ປຸ່ນ ໄດ້ດຳເນີນຢູ່ນະຄອນ ດານັງ, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ແລະ ຜູ້ແທນ 800 ຄົນທີ່ມາຈາກທັງສອງປະເທດ.