ບັນດາປັດໄຈເພື່ອຟື້ນຟູທ່າເຕີບໂຕ​ເສດຖະກິດ​ຫວຽດນາມ ພາຍຫຼັງ​ໂລກລະບາດ​​ໂຄ​ວິດ - 19 ສິ້ນ​ສຸດ​ລົງ

06:30 | 15/04/2020

ຍສໝ - ບັນດາແບບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ Covid - 19 ສິ້ນສຸດລົງ ຈະໄດ້ຮັບການສ້າງຂຶ້ນໂດຍທັນທີໃນອາທິດນີ້ເຊິ່ງຈະກຳນົດບັນດາມາດຕະການຢ່າງຈະແຈ້ງເພື່ອໃຫ້ເສດຖະກິດຫວຽດນາມສາມາດຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.

ບ ນດາປ ດໄຈເພ ອຟ ນຟ ທ າເຕ ບໂຕ ເສດຖະກ ດ ຫວຽດນາມ ພາຍຫ ງ ໂລກລະບາດ ໂຄ ວ ດ 19 ສ ນ ສ ດ ລ ງ ໂລກລະບາດ ໂຄວິດ-19 ໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນໂລກ
ບ ນດາປ ດໄຈເພ ອຟ ນຟ ທ າເຕ ບໂຕ ເສດຖະກ ດ ຫວຽດນາມ ພາຍຫ ງ ໂລກລະບາດ ໂຄ ວ ດ 19 ສ ນ ສ ດ ລ ງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມໄດ້ອອກຄໍາຮຽກຮ້ອງທົ່ວປວງຊົນທັງຊາດຫວຽດນາມ ຮ່ວ​ມ​ແຮງ​ຮ່ວ​ມ​ໃຈ ​ເພື່ອ​ເອົາ​ຊະນະ​ໂລກລະບາດ​ໂຄ​ວິດ - 19

ທ່ານ Eric Sidgwick ຜູ້ອໍານວຍການແຫ່ງຊາດ ADB ປະຈໍາຫວຽດນາມ ໃຫ້ຂໍ້ສັງເກດວ່າ: ເຖິງວ່າບັນດາການເຄື່ອນໄຫວເສດຖະກິດຖືກຊັກຊ້າລົງ ແລະ ບັນດາຄວາມສ່ຽງຍ້ອນໂລກລະບາດຍັງມີຢູ່ກໍຕາມ, ແຕ່ຫວຽດນາມ ຍັງຄົງແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕເສດຖະກິດໄວທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ທະນາຄານ ADB ໃຫ້ຂໍ້ສັງເກດວ່າ ກໍາລັງໜູນແກ່ການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ ຍັງຄົງແມ່ນການເຕີບໂຕຂອງຊົນຊັ້ນກາງ ແລະ ລະດັບຂະຫຍັນຂັນເຄື່ອນຂອງຂົງເຂດເສດຖະກິດພາກເອກະຊົນ. ສະພາບແວດລ້ອມດໍາເນີນທຸລະກິດພາຍໃນປະເທດຍັງສືບຕໍ່ໄດ້ຮັບການປັບປຸງ, ແຕ່ຕ້ອງປັບປຸງນະໂຍບາຍເພື່ອໜູນຊ່ວຍລະບົບປ່ຽນແປງໃໝ່ປະດິດຄິດສ້າງ.

ບ ນດາປ ດໄຈເພ ອຟ ນຟ ທ າເຕ ບໂຕ ເສດຖະກ ດ ຫວຽດນາມ ພາຍຫ ງ ໂລກລະບາດ ໂຄ ວ ດ 19 ສ ນ ສ ດ ລ ງ
ບັນດາມາດຕະການຢ່າງທັນການຂອງ ລັດຖະບານ ແລະ ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດພວມນຳມາເຊິ່ງມີປະສິດທິຜົນໃນສະພາບການຄືໃນປັດຈຸບັນ.(ພາບປະກອບ)

ທ່ານ Jacques Morisset, ຫົວໜ້າຄະນະນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກ ປະຈໍາຫວຽດນາມ ພັດຕີລາຄາວ່າ ນະໂຍບາຍຂອງຫວຽດນາມ ແມ່ນເໝາະສົມ ແລະ ຖືກຕ້ອງທີ່ສຸດ, ໃນການປົກປ້ອງພົນລະເມືອງ ພົ້ນຈາກວິກິດການດ້ານສາທາລະນະສຸກ, ໜູນຊ່ວຍວິສາຫະກິດໃນພາກພື້ນ ແລະ ຄຸ້ມຄອງງົບປະມານໄດ້ເປັນຢ່າງດີ.

ມີຫຼາຍກາລະໂອກາດພວມມີຂຶ້ນສຳລັບຫຼາຍຂະແໜງ, ວິຊາຊີບ, ຂົງເຂດທີ່ມີທ່າແຮງຂອງ ຫວຽດນາມ. ບັນດາແບບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ Covid - 19 ສິ້ນສຸດລົງ ຈະໄດ້ຮັບການສ້າງຂຶ້ນໂດຍທັນທີໃນອາທິດນີ້ເຊິ່ງຈະກຳນົດບັນດາມາດຕະການຢ່າງຈະແຈ້ງເພື່ອໃຫ້ເສດຖະກິດຫວຽດນາມສາມາດຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.

ສະພາບແວດລ້ອມແຫ່ງການດຳເນີນທຸລະກິດກໍສືບຕໍ່ໄດ້ຮັບການປັບປຸງ, ມີບັນດາສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍຫຼາຍສະບັບເຊິ່ງຫວຽດນາມເຂົ້າຮ່ວມ ໄດ້ໝັ້ນໝາຍວ່າຈະເພີ່ມທະວີການແຊກຊຶມຕະຫຼາດໃຫ້ແກ່ຫວຽດນາມ. ນີ້ແມ່ນປັດໄຈທີ່ຈຳເປັນໃຫ້ແກ່ການຟື້ນຟູເສດຖະກິດພາຍຫຼັງສະພາບການ Covid -19.

ພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ຫວຽດນາມ ແລະ ກ້າວເຂົ້າສູ່ການຜັນຂະຫຍາຍ, ຄາດວ່າ ຕົ້ນໄຕມາດທີ 3 ປີ 2020, EVFTA ຈະຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງຕະຫລາດ ອີຢູ, ປະກອບສ່ວນຫລຸດຜ່ອນຄວາມຫຍຸ້ງຍາກ ໃນຂະນະທີ່ພື້ນຖານເສດຖະກິດພວມຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ 19. ສະຫະພາບ ເອີຣົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນປີ 2019 ບັນລຸກ່ວາ 56 ຕື້ USD.

EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກໄປຍັງຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າອຸປະກອນ, ວັດຖຸດິບ ດ້ວຍລາຄາຕ່ຳ ແລະ ມີຄຸນນະພາບສູງ. EVFTA ໄດ້ນຳມາເຊິ່ງແງ່ຫວັງຫລາຍຢ່າງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ເມື່ອລົບລ້າງພາສີນຳເຂົ້າໃຫ້ຂຶ້ນເຖິງກວ່າ 90% ປະເພດພາສີ. ພິເສດ ພາຍຫລັງສັນຍາມີຜົນສັກສິດ, ມີສິນຄ້າຫລາຍປະເພດ ຈະບໍ່ໄດ້ເສຍພາສີ. ໃນນັ້ນ ກາລະໂອກາດສົ່ງອອກສຳລັບຫມວດຜະລິດຕະພັນກະເສດແມ່ນໃຫຍ່ຫລວງ ຄື: ສິນໃນນ້ຳ, ເຂົ້າສານ, ນ້ຳຕານ, ໝາກພິກໄທ, ໝາກມ່ວງຫິມະພານ, ນ້ຳເຜິ້ງ, ໝາກໄມ້ສົດ, ຜັກ, ແລະ ປຸງແຕ່ງນ້ຳໝາກໄມ້ສົດ.

ບ ນດາປ ດໄຈເພ ອຟ ນຟ ທ າເຕ ບໂຕ ເສດຖະກ ດ ຫວຽດນາມ ພາຍຫ ງ ໂລກລະບາດ ໂຄ ວ ດ 19 ສ ນ ສ ດ ລ ງ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.(ພາບ:VGP/ກວາງຮ໋ຽວ)

ປະຈຸບັນ ອີຢູ ແມ່ນຕະຫລາດໃຫຍ່ແຫ່ງທີ 2 ດ້ວຍລະດັບເຕີບໂຕແຕ່ລະປີແມ່ນ 7-10% ພຽງຖັດຈາກ ອາເມລິກາ. ປີ 2018 ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ໄດ້ສົ່ງອອກ ໄປຍັງອີຢູ ກວ່າ 4 ຕື້ USD. ຂະແຫນງຕ່ຳແຜ່ນຕັດຫຍິບຫວັງວ່າ ເມື່ອມີສັນຍາ EVFTA ການສົ່ງອອກຈະບັນລຸລະດັບ 40 ຕື້ USD.

ໃນຕອນເຊົ້າວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານ ກອງປະຊຸມທາງອອນລາຍທົ່ວປະເທດຂອງລັດຖະບານ ແລະ ບັນດາທ້ອງຖິ່ນກ່ຽວກັບບັນດາມາດຕະການ, ໜ້າທີ່ໃຫ້ແກ່ 4 ເນື້ອໃນໃຫ່ຍໃນການຮັບມືກັບການກະທົບຈາກໂລກລະບາດໂຄວິດ-19 ຕໍ່ທຸກດ້ານໃນຊີວິດສັງຄົມໂດຍສັງລວມ ແລະ ຮອບດ້ານ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ເນັ້ນໜັກເຖິງບົດບາດຂອງບັນດາສູນເສດຖະກິດ, ບັນດາເຂດເສດຖະກິດຈຸດສຸມ, ບັນດາແຂວງ, ນະຄອນໃຫ່ຍແມ່ນສຳຄັນທີ່ສຸດ. ສະເໜີໃຫ້ບັນດາທ່ານເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນທ້ອງຖິ່ນຕ່າງໆ ຈົ່ງສຸມໃສ່ຊີ້ນຳ, ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມພ້ອມກັບລັດຖະບານ ແລະ ທົ່ວປະເທດ ປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ. ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍ່ເນັ້ນໜັກເຖິງບົດບາດຂອງບັນດາພາກສ່ວນວິສາຫະກິດ ໃນການປະກອບສ່ວນແກ້ໄຂວຽກເຮັດງານທຳ ແລະ ການເຕີບໂຕ.

ປະຈຸບັນ, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ອີຢູ ໄດ້ເພີ່ມຂຶ້ນທົບ 10 ເທົ່າໃນໄລຍະເກືອບ 10 ປີຜ່ານມາ ແລະ ບັນລຸໄດ້ປະມານ 53 ຕື້ USD ໃນປີ 2018. ອີຢູ ແມ່ນຄູ່ຄ້າລາຍໃຫຍ່ຢືນອັນດັບທີ 3 ຂອງຫວຽດນາມ; ໃນຂະນະນັ້ນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ຢືນອັນດັບທີ 19 ຂອງອີຢູ ໃນທົ່ວໂລກ ແລະ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ບ ນດາປ ດໄຈເພ ອຟ ນຟ ທ າເຕ ບໂຕ ເສດຖະກ ດ ຫວຽດນາມ ພາຍຫ ງ ໂລກລະບາດ ໂຄ ວ ດ 19 ສ ນ ສ ດ ລ ງ ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໂລກລະບາດ

ປັດຈຸບັນ, ຊາວຫວຽດນາມພວມດໍາລົງຊີວິດທໍາມາຄ້າຂາຍຢູ່ທຸກໆແຂວງ, ນະຄອນໃນທົ່ວປະເທດລາວ ພວມມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາປະເທດລາວ, ກໍຄືໃນວຽກງານສະກັດກັ້ນໂລກລະບາດໂຄວິດ - 19.

ບ ນດາປ ດໄຈເພ ອຟ ນຟ ທ າເຕ ບໂຕ ເສດຖະກ ດ ຫວຽດນາມ ພາຍຫ ງ ໂລກລະບາດ ໂຄ ວ ດ 19 ສ ນ ສ ດ ລ ງ 60 ກໍລະນີ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​ໄດ້​ມີ​ຜົນ​ລົບ​ 1 ​ເທື່ອ​ຂຶ້ນ​​ໄປ

ໄລ່ມາຮອດຕອນເຊົ້າວັນທີ 29 ມີນາ, ຫວຽດນາມ ໄດ້ຢັ້ງຢືນມີ 179 ກໍລະນີຕິດເຊື້ອພະຍາດໂຄວິດ - 19, ໃນນັ້ນ, ມີ 21 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ.

ບ ນດາປ ດໄຈເພ ອຟ ນຟ ທ າເຕ ບໂຕ ເສດຖະກ ດ ຫວຽດນາມ ພາຍຫ ງ ໂລກລະບາດ ໂຄ ວ ດ 19 ສ ນ ສ ດ ລ ງ ​ເຊື້ອ​ພະຍາດ​ໂຄ​ໂຣນາ ສາ​ຍພັນ​ໃໝ່ ຫລື ​ໂຄ​ວິດ-19 ອາດຈະ​ ເຮັດ​ໃຫ້​ ສາຍ​ການບິນ​ ທົ່ວ​ໂລກ​ ​ເສຍ​ຫາຍ ​ສູງ​ທີ່​ສຸດ ​ເຖິງ 63.000- 113.000 ລ້ານ​ໂດ​ລາ ​ສະຫະ​ລັ

ຍສໝ - ​ທ່ານ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ກໍ່ກ່າວເຕືອນກ່ຽວກັບໂລກລະບາດ Covid-19 ວ່າມີ “ຄວາມສ່ຽງຢ່າງຮ້າຍແຮງ” ຈະເຮັດໃຫ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກໃນປີ 2020 ຫລຸດລົງຕ່ຳກ່ວາລະດັບ 2,9% ຂອງປີ 2019 ຢ່າງແຮງ.

ໄຊພອນ

ເຫດການ
302 Found

Found

The document has moved here.