ບັນດາປະເທດອາຊຽນ ຕີລາຄາສູງບົດບາດເປັນປະທານອາຊຽນ ຂອງ ຫວຽດນາມ ໃນຫລາຍຂົງເຂດ
ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກຳມະການ ອາຊຽນ ຢູ່ນະຄອນຫລວງ ວໍຊິງຕັນ (ACW) ໃນປີ 2020.
ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກຳມະການ ອາຊຽນ ຢູ່ນະຄອນຫລວງ ວໍຊິງຕັນ (ACW) ໃນປີ 2020.
ຍສໝ - ວັນທີ 23 ເດືອນ ກຸມພາ, ກອງປະຊຸມວົງແຄບ ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM ວົງແຄບ) ໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 24 ກຸມພາ 2020 ທີ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເປັນເຈົ້າພາບ ແລະ ສົມທົບກັບຄະນະເລຂາ ອາຊຽນ ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA).
ຍສໝ ໃນລະຫວ່າງວັນທີ 17 – 22 ກຸມພາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ນຳໂດຍທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບຍຸຕິທຳ, ເປັນຫົວໜ້າຄະນະໄປຢ້ຽມຢາມ ສິງກະໂປ ຕາມລາຍການ “ເປັນເພື່ອນມິດຂອງ S R Nathan”.
ຍສໝ - ໃນລະຫວ່າງວັນທີ 18 – 21 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ຄັ້ງທີ 30.
ຍສໝ - ວັນທີ 21 ກຸມພາ, ທີ່ສຳນັກງານໃຫຍ່ຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ ທີ່ນະຄອນຫຼວງ Tokyo, ໄດ້ຈັດຂື້ນກອງປະຊຸມປຶກສາຫາລືລະດັບການເຮັດວຽກລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເພື່ອກະກຽມໃຫ້ແກ່ປີ ອາຊຽນ 2020.
ຍສໝ - ການແຂ່ງຂັນວາງສະແດງຮູບກາຣາຟິກ ຂອງບັນດາປະເທດອາຊຽນ ປີ 2020 ແມ່ນເຫດການວັດທະນະທຳສິບະປະ ທີ່ມີຄວາມໝາຍຂອງປີ 2020, ເວລາຫວຽດນາມຮັບພາລະໜ້າທີ່ເປັນປະທານອາຊຽນ. ຄະນະຈັດຕັ້ງຈະຮັບບົດນິພົນຮ່ວມການແຂ່ງຂັນແຕ່ດ່ຽວນີ້ຈົນໝົດວັນທີ 19 ເດືອນເມສາ ປີ 2020. ພິທີການສະຫຼຸບ, ມອບລາງວັນ ແລະ ເປີດການວາງສະແດງ ຄາດຄະເນຈະເກີດຂຶ້ນໃນເດືອນສິງຫາ ປີ 2020.
ຍສໝ - ເຊື້ອ CoVid 19 ຈະສົ່ງຜົນກະທົບທາງລົບເຖິງພື້ນຖານເສດຖະກິດ ຂອງ ບັນດາປະເທດ ອາຊຽນທັງໝົດ, ເຮັດໃຫ້ ພາກພື້ນນີ້ ອາດຈະ ເສຍຫາຍ ປະມານ 2,4 – 3,4 ຕື້ USD.
ຍສໝ - ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36 ຄາດຄະເນຈະເກີດຂື້ນຕົ້ນເດືອນເມສາ 2020 ຢູ່ທີ່ນະຄອນດານັງ. ຄຽງຂ້າງການບຸກປືດຕ້ານເຊື້ອພະຍາດ covid-19, ດາຫນັງ ກໍ່ກຳລັງເຕົ້າຮ່ວມກະກ່ຽມຢ່າງລອບຄອບໃຫ້ບັນດາເຫດການໃນປີ່ ຫວຽດນາມ ເປັນປະທ່ານອາຊຽນ 2020 ຈະເກີດຂື້ນຢູ່ນະຄອນດານັງ.
ຍສໝ - ໃນບົດບາດປະທານສະພາປະສານງານອາຊຽນ, ທ່ານຮອງນາຍົກລັດຖະມົນຕີເຊິ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມີງ ໄດ້ນຳສະເຫໝີຈັດຕັ້ງການປະຊຸມພິເສດຂອງສະພາ ແລະ ສົມທົບກັບຈີນຈັດຕັ້ງກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ຈີນເພື່ອສົນທະນາກ່ຽວກັບການຮ່ວມມືກັນຮັບມືກັບເຊື້ອພະຍາດ Covid-19.
ຍສໝ - ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເປັນປະທານອາຊຽນ ໃນປີ 2020 ຂອງ ຫວຽດນາມ, ກົນໄກການຮ່ວມມືຂອງ ADMM ແລະ ADMM + ຈະສືບຕໍ່ຢືນຢັນບົດບາດສຳຄັນຂອງຕົນໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ - ເປັນປະທານອາຊຽນປີ 2020 ໄດ້ຮຽກຮ້ອງບັນດາອົງການຕາງໜ້າທາງການທູດ ຂອງບັນດາປະເທດສະມາຊິກອງຊຽນປະຈຳຢູ່ປະເທດທີ 3 ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງອາຊຽນໃນກໍລະນີຈຳເປັນ, ກໍ່ຄືການຮ່ວມມືກັນຢ່າງມີປະສິດທິຜົນສະກັດກັ້ນຂໍ້ມູນຂ່າວທີ່ຜິດເຂວກ່ຽວກັບເຊື້ອພະຍາດ COVID-19.
ຖະແຫຼງການປະທານ ກ່ຽວກັບເລື່ອງ ອາຊຽນ ຮ່ວມກັນຮັບມືກັບເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Covid - 19 ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປະກາດໃຊ້ພາຍຫຼັງປຶກສາຫາລືກັບບັນດາປະເທດສະມາຊິກ ອາຊຽນ, ໃນສະພາບການທີ່ເຊື້ອພະຍາດດັ່ງກ່າວມີການຜັນແປຢ່າງສັບສົນ.
ຍສໝ - ກອງປະຊຸມຂອງກຸ່ມຮັບຜິດຊອບພິເສດຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດອາຊຽນ ຄັ້ງທີ 37 (HLTF-EI 37) ດຳເນີນແຕ່ວັນທີ 12 – 13 ກຸມພາ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 11 ກຸມພາ 2020, ທີ່ Brussels, ປະເທດແບນຊິກ ໄດ້ດໍາເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ-ອີຢູ.
ຍສໝ - ໃນໜຶ່ງທົດສະວັດທີ່ຜ່ານມາ, ລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ແຕ່ລະປີຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະມານແຕ່ 6%-8%. ໃນສະພາບຕົວຈິງນີ້ແມ່ນກົງກັນຂ້າມກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ ເມື່ອລະດັບການເຕີບໂຕເສດຖະກິດຂອງອິນໂດເນເຊຍ, ມາເລເຊຍ, ຟີລິບປີນ, ສິງກະໂປ ແລະໄທ ມີທ່າອ່ຽງຫຼຸດລົງ.
ຍສໝ - ຕອນເຊົ້າວັນທີ 11 ກຸມພາ, ຢູ່ສຳນັກງານໃຫຍ່ຂອງອົງການການຄ້າໂລກ (WTO) ຢູ່ເຈນີວາ (ສະວິດເຊີແລນ), ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ເລຖິຕ໋ວຽດມາຍ, ຫົວ ໜ້າຄະນະປະຈຳ ຫວຽດນາມ ປະຈຳ ເຈນີວາ ເປັນປະທານກອງປະຊຸມ ໃນບົດບາດເປັນປະທານຄະນະກຳມະການປະສານງານອາຊຽນທີ່ ເຈນີວາ (ACG) ກ່ຽວກັບວຽກງານຂອງອົງການການຄ້າໂລກ.
ປີ 2020, ຫວຽດນາມ ມີຕາຕະລາງດຳເນີນງານຢ່າງຕໍ່ເນື່ອງ ເມື່ອດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.
ຍສໝ - ໃນຖານະທີ່ເປັນປະທານອາຊຽນ, ຫວຽດນາມ ໄດ້ສະເໜີຢ່າງຕັ້ງໜ້າ ແລະ ຊຸກຍູ້ຄວາມພະຍາຍາມຮ່ວມຂອງອາຊຽນ ໃນການປະສານງານຮັບມືຢ່າງມີປະສິດທິຜົນກັບພະຍາດ ໄວຣັດໃໝ່ Corona.
ຍສໝ - ວັນທີ 3 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປາກິດສະຖານ, ທ່ານ ຟ້າມຫ່ວາງກິມ ໄດ້ຮັບຕຳແໜ່ງເປັນປະທານປະທານຄະນະກຳມາທິການ ອາຊຽນ ຢູ່ Islamabad (ACI), ຈາກເອກອັກຄະລັດຖະທູດໄທ, ທ່ານ Pornpop Uampidhaya.