ຄະນະຜູ້ແທນຫວຽດນາມ ເປັນປະທານຄະນະກຳມະການປະສານງານອາຊຽນຢູ່ ເຈນີວາ - ສະວິດເຊີແລນ

16:35 | 12/02/2020

ຍສໝ - ຕອນເຊົ້າວັນທີ 11 ກຸມພາ, ຢູ່ສຳນັກງານໃຫຍ່ຂອງອົງການການຄ້າໂລກ (WTO) ຢູ່ເຈນີວາ (ສະວິດເຊີແລນ), ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ເລຖິຕ໋ວຽດມາຍ, ຫົວ ໜ້າຄະນະປະຈຳ ຫວຽດນາມ ປະຈຳ ເຈນີວາ ເປັນປະທານກອງປະຊຸມ ໃນບົດບາດເປັນປະທານຄະນະກຳມະການປະສານງານອາຊຽນທີ່ ເຈນີວາ (ACG) ກ່ຽວກັບວຽກງານຂອງອົງການການຄ້າໂລກ.

ຄະນະຜູ້ແທນບັນດາປະເທດສະມາຊິກອາຊຽນ ຢູ່ເຈນີວາ ແລະ ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ເລຖິຕ໋ວຽດມາຍ ໄດ້ເລີ່ມຕົ້ນສິ້ນສຸດອາຍຸການ, ສະແດງຄວາມຂອບໃຈຕໍ່ການກະກຽມທີ່ມີຄວາມລອບຄອບຂອງຄະນະຜູ້ແທນຫວຽດນາມ.

ທີ່ກອງປະຊຸມ, ບັນດາຄະນະຜູ້ແທນຂອງບັນດາປະເທດສະມາຊິກອາຊຽນ ໄດ້ມີຄວາມເຫັນດີເປັນເອກະສັນກ່ຽວກັບບັນດາບາດກ້າວກະກຽມໃຫ້ແກ່ວຽກງານ ອົງການການຄ້າໂລກ ທີ່ຈະມາເຖິງ, ໃນນັ້ນມີການຮ່າງຖະແຫຼງການຮ່ວມອາຊຽນ ໃນການກວດການະໂຍບາຍການຄ້າຂອງສະຫະພາບເອີຣົບ (ອີຢູ), ຊຸກຍູ້ການເຈລະຈາກ່ຽວກັບເງິນອຸດໜູນການຫາປາ, ເພີ່ມທະວີການສົນທະນາກັບບັນດາຄູ່ຮ່ວມອາຊຽນກ່ຽວກັບການປະຕິຮູບ ອົງການການຄ້າໂລກ WTO.

ຄະນະຜູ້ແທນຫວຽດນາມ ເປັນປະທານຄະນະກຳມະການປະສານງານອາຊຽນຢູ່ ເຈນີວາ - ສະວິດເຊີແລນ

ຄະນະຜູ້ແທນຫວຽດນາມ ເປັນປະທານຄະນະກຳມະການປະສານງານອາຊຽນຢູ່ ເຈນີວາ - ສະວິດເຊີແລນ. (ພາບ: baoquocte)

ບັນດາສະມາຊິກອາຊຽນ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມໃນຖານະເປັນປະທານອາຊຽນໃນປີ 2020, ຈະຊ່ວຍຍົກສູງຖານະບົດບາດຂອງອາຊຽນໃນ WTO ແລະ ນຳມາເຊິ່ງຜົນສຳເລັດຮ່ວມສຳ ລັບອາຊຽນ ໃນກອງປະຊຸມລັດຖະມົນຕີ WTO ຄັ້ງທີ 12 ທີ່ກຳນົດຈະຈັດຂຶ້ນໃນເດືອນມິຖຸນາປີນີ້ ທີ່ປະເທດ ກາຊັກສະຖານ.

ກອງປະຊຸມ ACG ກ່ຽວກັບວຽກງານ WTO ຢູ່ເຈນີວາ ຊ່ວຍໃຫ້ບັນດາຄະນະຜູ້ແທນສະມາຊິກອາຊຽນແບ່ງປັນຂໍ້ມູນ, ທັດສະນະ ແລະ ຊຸກຍູ້ການປະສານງານກ່ຽວກັບເນື້ອໃນຂອງວຽກງານ WTO, ປະກອບສ່ວນເພີ່ມທະວີຄວາມສາມັກຄີໃນອາຊຽນ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.