ການປຶກສາຫາລືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເຊິ່ງໄດ້ກະກຽມໃຫ້ແກ່ປີ ອາຊຽນ 2020

17:32 | 22/02/2020

ຍສໝ - ວັນທີ 21 ກຸມພາ, ທີ່ສຳນັກງານໃຫຍ່ຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ ທີ່ນະຄອນຫຼວງ Tokyo, ໄດ້ຈັດຂື້ນກອງປະຊຸມປຶກສາຫາລືລະດັບການເຮັດວຽກລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເພື່ອກະກຽມໃຫ້ແກ່ປີ ອາຊຽນ 2020.

ທີ່ກອງປະຊຸມ, ຝ່າຍ ຫວຽດນາມ ໄດ້ປະກາດບັນດາການເຄື່ອນໄຫວ, ບາງເນື້ອໃນຄາດວ່າຈະປະຕິບັດໃນປີ 2020 ໃນຖານະເປັນປະທານ ອາຊຽນ ແລະ ເປັນປະເທດສະມາຊິກບໍ່ຖາວອນຂອງສະພາຄວາມ ໝັ້ນຄົງສະຫະປະຊາຊາດ.

ສ່ວນຝ່າຍ ຍີ່ປຸ່ນ ໄດ້ຕີລາຄາສູງບັນດາເນື້ອໃນ ເຊິ່ງ ຫວຽດນາມ ໄດ້ແລກປ່ຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ຄວາມສາມາດຂອງຕົນ, ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວສຳຄັນໃນປີ 2020 ປະສົບຜົນສຳເລັດ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສອງປະເທດເຫັນດີເປັນເອກະພາບສືບຕໍ່ຍົກສູງປະສິດທິຜົນຂອງການຮ່ວມມື, ສຸມໃສ່ເຂົ້າໃນບັນດາຂົງເຂດຄືການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາ ແລະ ປັບປຸງກົນໄກການຮ່ວມມື, ໂດຍສະເພາະ ແມ່ນລະດັບການສົນທະນາດ້ານນະໂຍບາຍປ້ອງກັນປະເທດ; ການຮ່ວມມືກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ; ຄວາມປອດໄພຂອງເຄືອຂ່າຍ; ຄົ້ນຫາ ແລະ ກູ້ໄພ ແລະ ແກ້ໄຂຜົນຮ້າຍຂອງສົງຄາມ.

ການປຶກສາຫາລືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເຊິ່ງໄດ້ກະກຽມໃຫ້ແກ່ປີ ອາຊຽນ 2020

ທ່ານພົນໂທ ຫງວຽນຈີວິ້ງ ແລະ ທ່ານ Taro Kono, ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. (ພາບ: TTXVN)

ໃນວັນດຽວກັນ, ທ່ານພົນໂທ ຫງວຽນຈີວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການພົບປະກັບ ທ່ານພົນໂທ Nishida Yasunori, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ສອງຝ່າຍໄດ້ເຫັນດີສະໜັບສະໜູນ ແລະ ຕີລາຄາສູງຕໍ່ໝາກຜົນ ແລະ ຄວາມເປັນເອກະພາບໃນການພົບປະເຮັດວຽກລະຫວ່າງກະຊວງປ້ອງກັນປະເທດຂອງສອງປະເທດ ທີ່ໄດ້ຈັດຂຶ້ນກ່ອນໜ້ານີ້. ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນຢ່າງຮີບດ່ວນ ເພື່ອຈັດຕັ້ງປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງກັນໄວ້, ກ່ອນອື່ນແມ່ນຕ້ອງກະກຽມຢ່າງລອບຄອບໃນທຸກດ້ານ ເພື່ອຈັດຕັ້ງການຢ້ຽມຢາມ ຫວຽດນາມ ຂອງຫົວໜ້າກົມໃຫຍ່ເສນາທິການຍີ່ປຸ່ນຢ່າງສຳເລັດຜົນ, ຄາດຄະເນຈະຈັດຂຶ້ນໃນ ເດືອນມີນາປີ 2020.

ກ່ອນໜ້ານັ້ນ, ທ່ານພົນໂທ ຫງວຽນຈີວິ້ງ ແລະ ບັນດາສະມາຊິກໃນຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຢ້ຽມຢາມ ທ່ານ Taro Kono, ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ.

ທ່ານພົນໂທ ຫງວຽນຈີວິ້ງ ໄດ້ ເຊີນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາທີ່ເໝາະສົມ, ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM +), ເຊິ່ງຄາດວ່າຈະຈັດຕັ້ງໃນເດືອນຕຸລາ 2020.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Kono ໄດ້ຍອມຮັບ ແລະ ຢັ້ງຢືນການສະໜັບສະໜູນ ຫວຽດນາມ ໃນປີອາຊຽນ 2020 ແລະ ເຂົ້າຮ່ວມ ADMM +; ພ້ອມທັງສະແດງຄວາມປາດຖະໜາ ຢາກຈັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ - ຍີ່ປຸ່ນ ຢູ່ນອກກອງປະຊຸມ ADMM + ຢູ່ຫວຽດນາມ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.