ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫລວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ,ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານ ຫລາຍກວ່າ 500 ທ່ານ.
ຍສໝ - ຕອນເຊົ້າວັນທີ 28 ພະຈິກ 2018 ທີ່ ສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 43 ແລະ ຊົມເຊີຍບັນດານ້ອງນັກຮຽນລາວ ກຳລັງຮຽນຢູ່ ບັນດາ ມະຫາວິທະຍາໄລຕ່າງໆ ທົ່ວນະຄອນຫຼວງ ຮ່າໂນ້ຍ ທີ່ມີຜົນການຮຽນດີເດັ່ນໃນປີທຜ່ານມາ.
ວັນທີ 26 ພະຈິກ 2018 ນີ້, ທີ່ທຳນຽບປະທານປະເທດ ບັນດາຜູ້ນຳເຮົານຳໂດຍ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍຄູ່ສົມລົດ ເຂົ້າອວຍພອນ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.
ຍສໝ - ຫວຽດນາມ ແລະ ລາວ ໄດ້ຈັດຕັ້ງກອງປະຊຸມ ຊຸກຍູ້-ຮ່ວມມື ດ້ານການທ່ອງທ່ຽວ ພາຍໃຕ້ຫົວຂໍ້ “ເສັ້ນທາງຂອງການໄດ້ຮັບເປັນມໍລະດົກໂລກ”
ໃນວັນທີ 23 ພະຈິກ 2018 ທີ່ສຳນັກຂ່າວສານປະເທດລາວ ໄດ້ມີພິທີ ມອບ-ຮັບ ໂຄງ ການຕິດຕັ້ງລະບົບເຕັກນິກ ທີ່ອາຄານຫລັງໃໝ່ ຂອງສຳນັກຂ່າວສານປະເທດລາວ ລວມມີ ຕິດຕັ້ງຫ້ອງສະຕູດີໂອ, ຕິດຕັ້ງສູນເກັບຂໍ້ມູນຂ່າວສານ (Data center), ຕິດຕັ້ງຫ້ອງເກັບໄຟສຳຮອງ (UPS) ແລະ ຕິດຕັ້ງລະບົບຕິດຕໍ່ສື່ສານ ລວມມູນຄ່າທັງໝົດ 5,6 ຕື້ດົງ ຫລື ປະມານ 250.000 ໂດລາສະຫະລັດ.
ວັນທີ 23 ພະຈິກ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປສຳນັກງານຂອງຄະນະພົວພັນຕ່າງປະເທດພັກປະຊາຊົນປະຕິວັດລາວ, ພວຍພອນວັນຊາດສປປ. ລາວ ຄົບຮອບ 43 ປີ (02 ທັນວາ 1975 – 02 ທັນວາ 2018). ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ວັນທີ 23 ພະຈິກ, ຢູ່ນະຄອນເຊີນລາ ຂອງຫວຽດນາມ ໄດ້ດໍາເນີນລາຍການເຈລະຈາລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງເຊີນລາ ກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວສອງແຂວງ ຫົວພັນ ແລະ ໄຊຍະບູລີ ຂອງລາວ.
ຍສໝ - ວັນທີ 22 ພະຈິກ ປີ 2018, ສປປ ລາວ ໄດ້ຈັດພິທີມອບ ແລະ ປະດັບ ຫຼຽນໄຊ ໃຫ້ແກ່ບຸກຄົນ ແລະ ໝູ່ຄະນະ ຂອງແຂວງກວ້າງຈິ . ເຂົ້າຮ່ວມໃນງານ ເບຶ້ອງລາວ ປະກອບມີ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ ເລຂາພັກແຂວງເຈົ້າແຂວງໆ ສະຫວັນນະເຂດ. ເບື້ອງແຂວງກວ້າງຈິ ສສ ຫວຽດນາມ ປະກອບມີ ສະຫາຍ ຫງວ໋ຽນ ວັນຮຸ່ງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງກວ້າງຈິ, ຮອງເລຂາຄະນະປະຈຳພັກແຂວງ ຟ້າມ ດຶກເຈົາ, ສະຫາຍ ຫງວ໋ຽນ ດຶກຈິງ ຮອງເລຂາພັກແຂວງ ປະທານສະພາປະາຊາຊົນແຂວງ, ບັນດາຄະນະກຳມະການປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ປະຈຳແຂວງ, ຄະນະຜູ້ແທນສະພາແຫ່ງຊາດ ແຂວງ ແລະ ບັນດາການນຳ ພະແນກການ, ຂະແໜງການ ແລະ ຫ້ອງການທຸກຂັ້ນເຂົ້າຮ່ວຢ່າງພ້ອມພຽງ...
ຍສໝ - ຕອນບ່າຍວັນທີ 22 ພະຈິກ, ຢູ່ ນະຄອນ ເຊີນລາ ກຳມະການປົກຄອງແຂວງ, ສະພາປະຊາຊົນ, ກຳມະການປະຊາຊົນ ແລະ ກຳມະການ ແນວໂຮມແຫ່ງຊາດ ແຂວງ ເຊີນບາ ໄດ້ຈັດຕັ້ງພິທີ ຮັບ ຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍ ແຫ່ງ ສປປ ລາວ.
ຫວ່າງແລ້ວນີ້, ໂດຍໄດ້ຮັບຄຳເຊີນຂອງຄະນະໂຄສະນາສຶກສາ, ສູນກາງສະຫະພັນກຳມະບານປະເທດ ສປປ.ລາວ, ຄະນະຜູ້ແທນກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ໂດຍທ່ານ ເຈິ່ນກວາງຮູຍ, ກຳມະການຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ປະທານກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສູນກາງສະຫະພັນກຳມະບານລາວ.
ຍສໝ - ກອງປະຊຸມສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ແຂວງພາກເໜືອຂອງຫວຽດນາມ ແລະ ບັນດາແຂວງພາກເໜືອຂອງລາວ ໄດ້ຈັດຂື້ນໃນວັນທີ 21 ພະຈິກ 2018 ນີ້, ຢູ່ທີ່ໂຮງແຮມລີສອດສັນຕິຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ວູ່ດ່າງແມ໋ງ ຫົວໜ້າກົງສູນໃຫຍ່ ສສ.ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ມີບັນດາຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 07 ແຂວງພາກເໜືອຂອງລາວ, 05 ແຂວງພາກເໜືອຂອງຫວຽດນາມ ພ້ອມດ້ວຍຕາງໜ້າພະແນກການນັກທຸລະກິດຢູ່ພາຍໃນແຂວງ ຫຼວງພະບາງ.
ຍສໝ - ຕອນບ່າຍ ວັນທີ 20 ພະຈິກ, ມະຫາວິທະຍາໄລຮ່າຕິ້ງ ໄດ້ຈັດພິທີເປີດການແຂ່ງຂັນບານເຕາະ, ບານສົ່ງ ລະຫວ່າງ ນັກສຶກສາລາວ ທີ່ກຳລັງສຶກສາ ຢູ່ ທີ່ມະຫາວິທະຍາໄລ ຮ່າຕິ້ງ ແນໃສ່ສະເຫຼີມສະຫຼອງ ຄົບຮອບ 43 ປີ ວັນຊາດລາວ ແລະ ຄົບຮອບ 34 ປີ ວັນຄູແຫ່ງຊາດຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 21 ພະຈິກ, ຄະນະກຳມະການປະຊາຊົນ ແຂວງເຫງະອານ ໄດ້ປະສານສົມທົບກັບອຳນາດການປົກຄອງ ຂອງສາມແຂວງຄື: ຫົວພັນ, ຊຽງຂວາງ, ບໍລິຄຳໄຊ (ສປປ ລາວ) ຈັດກອງປະຊຸມ ສະຫຼຸບ 5 ປີ ຂອງການຈັດຕັ້ງປະຕິບັດ ວຽກງານການແຮກສ່ຽວ ລະຫວ່າງ ບັນດາກຸ່ມບ້ານ(ບ້ານກັບບ້ານ) ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຢູ່ ແຂວງເຫງະອານ.
ການພົບປະແລກປ່ຽນບົດຮຽນດ້ານວຽກງານໂຄສະນາອົບຮົມ ສອງແຂວງຄຳມ່ວນ-ກວາງບິ່ງໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງຄຳມ່ວນ ໃນວັນທີ 19 ພະຈິກ 2018 ໂດຍມີທ່ານ ສຸກສະຫວາດ ລັດຖະຈັກ ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ, ທ່ານ ກາວ ວັນ ດິ້ງ ຫົວໜ້າຄະນະໂຄສະນາອົບຮົມແຂວງກວາງບິ່ງ ພ້ອມພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.
ກາງເດືອນພະຈິກ 2018 ນີ້, ຄະນະຜູ້ແທນ 4 ແຂວງພາກເໜືອຕາເວັນຕົກ ສສ ຫວຽດນາມ ເຊິ່ງປະກອບມີ ແຂວງດຽນບຽນ, ລາຍເຈົາ, ລາວກາຍ ແລະ ແຂວງຟູເທາະ ນຳໂດຍທ່ານ ຟາມຫວຽດ ຊຸ໋ງ ກຳມະການພັກແຂວງຫົວໜ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງດຽນບຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທາງດ້ານການທ່ອງທ່ຽວ ຢູ່ແຂວງພາກເໜືອຂອງລາວ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ.
ຍສໝ - ກະຊວງ ອຸດສາຫະກຳ ແລະ ການຄ້າ ຫາກໍ່ປະກາດແຈ້ງການ ກ່ຽວກັບ ຂໍ້ຕົກລົງ ສະບັບເລກທີ 44/2018/ TT-BCT ຂໍ້ກຳນົດ ກ່ຽວກັບ ວຽກການ ໂຈະຊົ່ວຄາວ ທຸລະກິດການນຳເຂົ້າ, ເພື່ອສົ່ງອອກໄມ້ທ່ອນ, ໄມ້ຕັບຈາກປ່າທຳມະຊາດ ມາຈາກລາວ ແລະ ກຳປູເຈຍ.
ຍສໝ - ວັນທີ 16 ພະຈິກ, ຢູ່ທີ່ສຳນັກງານ ກົມ ວັດແທກ, ແຜນທີ່ ແລະ ຂ່າວສານ ພູມສາດຫວຽດນາມ, ກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ວມ ປະສານສົມທົບ ກັບ ກະຊວງພາຍໃນ ແຫ່ງ ສປປ ລາວ ຈັດກອງປະຊຸມ ສະຫຼຸບ ໂຄງການ “ ສ້າງຖານຂໍ້ມູນ ດ້ານພູມສັນຖານ ພື້ນຖານຮັບໃຊ້ເຂົ້າໃນການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ກວດກາຕິດຕາມສິ່ງແວດລ້ອມ ສປປ ລາວ”
ວັນບຸນ “ ນ້ຳໃຈມິດຕະພາບພິເສດ ຫວຽດ-ລາວ” ເພື່ອແນໃສ່ໂຄສະນາ ພາບລັກຂອງຫວຽດນາມ ໃນໄລຍະປ່ຽນແປງໃໝ່, ພັດທະນາ, ເຊື່ອມໂຍງສາກັນຢ່າງເຂັ້ມແຂງ, ພ້ອມກັນນັ້ນກໍ່ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ, ຮ່ວມມືພິເສດ ຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.
ວັນທີ 15 ພະຈິກ, ຢູ່ໂຮງຮຽນວັດທະນະທໍາເລກ I, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ “ຍົກສູງຄຸນນະພາບການບໍາລຸງສ້າງວັດທະນະທໍາໃຫ້ແກ່ນັກຮຽນກະຊວງປ້ອງກັນຄວາມສະຫງົບລາວ”.
ຍສໝ - ຕອນເຊົ້າຂອງວັນທີ 16 ພະຈິກ, ທີ່ນະຄອນວິງ (ແຂວງເຫງະອານ), ກະຊວງແຜນການ ແລະ ການລົງທຶນ; ຄະນະກໍາມະການຮ່ວມມືສອງປະເທດ ລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການຮ່ວມມື ລາວ-ຫວຽດນາມ ໃນ 10 ເດືອນຕົ້ນປີ 2018.