ຮ່າຕິ້ງ: ແລກປ່ຽນກິລາ ຄຳນັບຮັບຕ້ອນ ຄົບຮອບ 43 ປີ ວັນຊາດລາວ

09:35 | 22/11/2018

ຍສໝ - ຕອນບ່າຍ ວັນທີ 20 ພະຈິກ, ມະຫາວິທະຍາໄລຮ່າຕິ້ງ ໄດ້ຈັດພິທີເປີດການແຂ່ງຂັນບານເຕາະ, ບານສົ່ງ ລະຫວ່າງ ນັກສຶກສາລາວ ທີ່ກຳລັງສຶກສາ ຢູ່ ທີ່ມະຫາວິທະຍາໄລ ຮ່າຕິ້ງ ແນໃສ່ສະເຫຼີມສະຫຼອງ ຄົບຮອບ 43 ປີ ວັນຊາດລາວ ແລະ ຄົບຮອບ 34 ປີ ວັນຄູແຫ່ງຊາດຫວຽດນາມ.


ຮ່າຕິ້ງ: ແລກປ່ຽນກິລາ ຄຳນັບຮັບຕ້ອນ ຄົບຮອບ 43 ປີ ວັນຊາດລາວ

ພິທີເປີດການແຂ່ງຂັນເຕະບານ, ບານສົ່ງ ນັກສຶກສາລາວ.

ທ່າມກາງບັນຍາກາດການແຂ່ງຂັນກິລາ ຂອງ ພະນັກງານຄູອາຈານ, ນັກຮຽນ, ນັກສຶກສາ ມະຫາວິທະຍາໄລ ຮ່າຕິ່ງ ພິເສດແມ່ນບັນຍາກາດອັນມ່ວນຊື່ນ, ມີຊິວິດຊີວາຂອງນັກກິລາທີ່ເປັນນັກສຶກສາລາວ ໃນໂອກາດຄົບຮອບ 36 ປີ ວັນຄູແຫ່ງຊາດຫວຽດນາມ 20 ພະຈິກ 1975 – 20 ພະຈິກ 2018 ແລະ ຂ່ຳນັບຮັບຕ້ອນຄົບຮອບ 43 ປີ ວັນຊາດ ສປປ ລາວ Lào (2 ທັນວາ 1975 – 2 ທັນວາ 2018). ມະຫາວິທະຍາໄລ ຮ່າຕິ້ງ ໄດ້ເປີດການແຂ່ງຂັນຊິງລາງວັນປະເພາດ ບານເຕະ ແລະ ບານສົ່ງ ຂອງ ນັກສຶກສາລາວ ທີ່ກຳລັງຮ່ຳຮຽນສຶກສາ ຢູ່ທີ່ມະຫາວິທະຍາໄລ ຮ່າຕິ້ງ. ນີ້ກໍ່ແມ່ນກິດຈະກຳ ກໍ່ຄືການເຄື່ອນໄຫວວັດທະນະທຳ ສິລະປະ - ການສຶກສາ ແລະ ກິລາ ປະຈຳປີ ທີ່ມະຫາວິທະຍາໄລຮ່າຕິ້ງ ຈັດໃຫ້ນັກສຶກສາລາວ.

ຮ່າຕິ້ງ: ແລກປ່ຽນກິລາ ຄຳນັບຮັບຕ້ອນ ຄົບຮອບ 43 ປີ ວັນຊາດລາວ

ພິທີເປີດການແຂ່ງຂັນເຕະບານ, ບານສົ່ງສຳຫຼັບນັກສຶກສາລາວ

ດັ່ງທີ່ຮູ້ນຳກັນແລ້ວວ່າ ປະຈຸບັນນີ້,​ມະຫາວິທະຍາໄລຮ່າຕິ້ງ ມີນັສຶກສາລາວ ຈຳນວນ 1.400 ຄົນ ກຳລັງສຶກສາ ຢູ່ ໂຮງຮຽນແຫ່ງນີ້. ໃນການແຂ່ງຂັນມີທີມບານເຕະ 13 ທີມ, ບານເຕະຍິງ6 ທີມ, ບານສົ່ງຊາຍ 6 ທີມ ແລະ ບານສົ່ງຍິງ 5 ທີມ ເຂົ້າຮ່ວມການແຂ່ງຂັນ ຊິງໄຊກັນ ໄປຈົນຮອດວັນທີ 28 ພະຈິກ ຈິ່ງຊິ້ນສຸດ.

ຮ່າຕິ້ງ: ແລກປ່ຽນກິລາ ຄຳນັບຮັບຕ້ອນ ຄົບຮອບ 43 ປີ ວັນຊາດລາວ

ຜູ້ແທນມະຫາວິທະຍາໄລມອບທຸງລາງວັນໃຫ້ແກ່ນັກສຶກສາລາວທີ່ເຂົ້າຮ່ວມ

ທ່ານ ຄອນສະຫວັນ ວັນນະວາ ຫົວໜ້າຄະນະນັກສຶກສາລາວ ມະຫາວິທະຍາໄລຮ່າຕິ່ງໃຫ້ຮູ້ວ່າ:​ເນື່ອງໃນໂອກາດນີ້ ພວກນ້ອງຂໍສົ່ງຄຳສະແດງຄວາມຮູ້ບຸນຄຸນຕໍ່ຖັນແຖວຄູອາຈານ ໃນມະຫາວິທະຍາໄລທີ່ເອົາໃຈໃສ່ຊ່ວຍເຫຼືອສະໝໍ່າສະເໝີ ກໍ່ຄືສ້າງເງື່ອນໄຂທີ່ດີໃຫ້ແກ່ພວກນ້ອງນັກສຶກສາລາວ.

ຮ່າຕິ້ງ: ແລກປ່ຽນກິລາ ຄຳນັບຮັບຕ້ອນ ຄົບຮອບ 43 ປີ ວັນຊາດລາວ

ຜູ້ແທນມະຫາວິທະຍາໄລມອບທຸງລາງວັນໃຫ້ແກ່ນັກສຶກສາລາວທີ່ເຂົ້າຮ່ວມ

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.